ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດຈະສືບຕໍ່ໃຫ້ຄວາມໝັ້ນ​ໃຈ ແກ່ກຸ່ມປະເທດເອເຊຍ ແລະປະຊິຟິກ


ທ່ານ Kurt Campbell ລັດຖະມົນຕີ​ຊ່ວຍ​ວ່າການ ​ກະຊວງຕ່າງ​ປະ​ເທດສະຫະລັດ
ທ່ານ Kurt Campbell ລັດຖະມົນຕີ​ຊ່ວຍ​ວ່າການ ​ກະຊວງຕ່າງ​ປະ​ເທດສະຫະລັດ

ນັກ​ການ​ທູດ​ຂັ້ນ​ສູງທ່ານ​ນຶ່ງ​ຂອງ​ສະຫະ​ລັດ ກ່າວ​ວ່າ ສະຫະ​ລັດ​ຈະ​ຕ້ອງ​ຫັນປ່ຽນ​ຈາກ
ການ​ສຸ​ມຄວາມ​ສົນ​ໃຈ​ຂອງ​ຕົນ ​ໃສ່​ການ​ແກ້​ໄຂ​ບັນຫາ​ທ້າ​ທາຍ​ລະຍະ​ສັ້ນຢູ່ໃນ​ພາກ​ຕາ
ເວັນ​ອອກ​ກາງ​ນັ້ນ ​ໄປ​ສຸມ​ໃສ່​ເລື້ອງ​ຄວາມ​ເປັນ​ຫວ່ງ​ກັງວົນ​ລະຍະ​ຍາວ​ຕ່າງໆ ໃນ​ຂົງ​
ເຂດ​ເອ​ເຊຍ​ແລະ​ປາຊິ​ຟິກ​ນັ້ນ.

ທ່ານ Kurt Campbell ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງຕ່າງ​ປະ​ເທດສະຫະລັດ
ສໍາລັບ​ພາກພື້ນ​ເອ​ເຊຍຕາ​ເວັນ​ອອກ ໄດ້ສະ​ແດງ​ຄວາມ​ເຫັນ​ດັ່ງ​ກ່າວ​ໃນ​ການ​ໃຫ້​ສໍາ
ພາດ​ຂ່າວທີ່​ພິມ​ເຜີຍ​ແຜ່ອອກໃນວັນຈັນມື້​ນີ້ ໃນ​ໜັງສື​ພິມ The Australian ແລະ
ທ່ານ​ກ່າວ​ວ່າ ສະຫະລັດ​ຈະ​ບໍ່ປ່ອຍປະ​ລະ​ເລີຍຄວາມຮັບຜິດຊອບຂອງ​ຕົນ​ ຢູ່​ໃນພາກ​
ຕາ​ເວັນ​ອອກ​ກາງ​ແຕ່​ຢ່າງ​ໃດ ແຕ່​ສະຫະລັດ​ກໍມີ​ຄວາມ​ຈໍາ​ເປັນ ທີ່​ຈະ​ຕ້ອງ​ຫັນປ່ຽນໄປ
ຫາ​ບັນຫາຕ່າງໆ​ທີ່​ມີ​ຜົນ​ສະທ້ອນຢ່າງເລິກເຊິ່ງ ​ຢູ່ໃນຂົງ​ເຂດ​ເອ​ເຊຍນັ້ນ .

ທ່ານ Campbell ​ໄດ້​ບອກ​ກັບ​ໜັງສື​ພິມສະບັບ​ນີ້ວ່າ ບັນຫາທາງ​ດ້ານເສດຖະກິດຂອງ
​ສະຫະລັດໃນຊ່ວງ​ຜ່ານ​ມາໄວໆນີ້ ​ໄດ້​ເຮັດ​ໃຫ້​ຫລາຍໆປະ​ເທດ​ເອ​ເຊຍ​ຕ້ອງການ​ຄວາມ
ໝັ້ນ​ໃຈ ກ່ຽວ​ກັບ​ການ​ສືບ​ຕໍ່​ມີ​ປະສິດທິ​ຜົນ​ແລະ​ມີສ່ວນກ່ຽວ​ພັນ​ຂອງ​ສະ​ຫະລັດ​ນັ້ນ.

ທ່ານ​ຍັງ​ກ່າວ​ອີກວ່າ ຄວາມ​ເປັນ​ຫ່ວງ​ກັງວົນດັ່ງກ່າວ​ນັ້ນໄດ້ພາ​ໃຫ້​ທ່ານ ​ພ້ອມ​ດ້ວຍທ່ານ
​ນາງ Hillary Clinton ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ສະຫະລັດ ຕ້ອງ​ໄດ້​ສົ່ງ​ສານ​ອັນ
​ສໍາຄັນ​ແລະ​ແຈ້ງ​ຂາວ ​ໄປ​ຍັງ​ຂົງ​ເຂດ​ເອ​ເຊຍ​ນັ້ນ ​ວ່າ ສະຫະລັດເຂົ້າມາ​ພົວພັນ​ໃນເອ​ເຊຍ
​ຢ່າງ​ເປັນ​ການ​ຖາວອນ ​ແລະ​ຄວາມ​ໝາຍ​ໝັ້ນດ້ານຄວາມ​ໝັ້ນຄົງ​ແລະ​ການ​ເສດຖະກິດ
ຂອງ​ຕົນ ຕໍ່ຂົງ​ເຂດ​ດັ່ງກ່າວນັ້ນ ​ແມ່ນ​ເຂັ້ມ​ແຂງ​ຢູ່​ຄື​ເກົ່າ​ແລະບໍ່​ເຄີຍ​ປ່ຽນ​ແປງ.

XS
SM
MD
LG