ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Gates ເນ້ນເຖິງ ຄວາມໝັ້ນໝາຍ ຂອງສະຫະລັດ ຕໍ່ເອເຊຍ.


ທ່ານ Robert Gates ລັດຖະມົນຕີປ້ອງກັນປະເທດສະຫະລັດ ຍ່າງເລາະຂ້າງເຮືອລົບ USS Missouri ເວລາຢຸດແວ່ຢ້ຽມຢາມ ທີ່ລັດຮາວາຍ ວັນທີ 31 ພຶດສະພາ 2011.
ທ່ານ Robert Gates ລັດຖະມົນຕີປ້ອງກັນປະເທດສະຫະລັດ ຍ່າງເລາະຂ້າງເຮືອລົບ USS Missouri ເວລາຢຸດແວ່ຢ້ຽມຢາມ ທີ່ລັດຮາວາຍ ວັນທີ 31 ພຶດສະພາ 2011.

ທ່ານ Robert Gates ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ
ສະຫະລັດ​ກ່າວ​ວ່າ ທ່ານ​ຈະ​ເນ້ນ​ເຖິງ​ຄວາ​ມ​ໝັ້ນ​ໝາຍ
ທີ່​ກໍາລັງ​ດໍາ​ເນີນ​ສືບ​ຕໍ່​ໄປ ​ຂອງອະ​ເມຣິກາ​ຕໍ່​ເອ​ເຊຍ​ໃນ
ລະຫວ່າງ​ກອງ​ປະຊຸມວ່າ​ດ້ວຍ​ຄວາມ​ປອດ​ໄພ ທີ່​ຈະ​ມີ​
ຂຶ້ນ​ທີ່​ສິງ​ກະ​ໂປ​ນັ້ນ.

ທ່ານ Gates ໃຫ້ທັດສະນະດັ່ງກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ທີ່​ລັດ​ຮາວາຍ​ໃນ ​ລະຫວ່າງ​ການ​ຢຸດ​ແວ່ໃນ​ການ​ເດີນທາງ​ໄປ​ຮ່ວມ​ກອງ​ປະຊຸມ Shangri La Dialogue ຊຶ່ງ​ຈະ​ມີ​ພວກ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ແລະ​ຫົວໜ້າ​ກອງທັບ​ຂອງ​ພວກ​ປະ​ເທດ​ຕ່າງໆ​ໃນ​ທົ່ວ​ພາກ​ພື້ນ​ເອ​ເຊຍ​ປາຊີ​ຟິກໄປ​ປະກອບສ່ວນ​ນໍາ​ນັ້ນ. ຈີນ​ຈະ​ສົ່ງລັດຖະ
ມົນຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ຕົນ ທ່ານ Liang Guanglie ໄປເຂົ້າ​ຮ່ວມ​ກອງ​ປະຊຸມປະ
ຈໍາປີ​ດັ່ງກ່າວ​ເປັນ​ຄັ້ງ​ທໍາ​ອິດ.

ທ່ານ Gates ຊຶ່ງ​ກໍານົດ​ຈະ​ລາ​ອອກ​ກິນ​ເບ້ຍ​ບໍານານ​ໃນ​ທ້າຍ​ເດືອນ​ນີ້ກ່າວ​ວ່າເນື້ອ
ໄນອັນສໍາຄັນທີ່ທ່ານຈະນຳສະເໜີຕໍ່ກອງ​ປະຊຸມ​ດັ່ງກ່າວ​ກໍ​ແມ່ນ​ວ່າ ​ເຖິງ​ແມ່ນ​ຈະມີ​ຂໍ້​
ຈໍາກັດ​ຮັດ​ແຄບທາງ​ດ້ານ​ງົບປະມານກໍ​ຕາມ ​ແຕ່​ສະຫະລັດ​ຈະ​ສືບ​ຕໍ່​ເສີມຂະຫຍາຍ
ສາຍພົວພັນ​ກັບປະ​ເທດ​ເພື່ອນ​ມິດ​ແລະ​ພັນທະ​ມິດຢູ່​ໃນ​ພາກ​ພື້ນ​.

ນອກ​ນັ້ນ ສະຫະລັດ​ຈະ​ສົ່ງ​ທ່ານ James Steinburg ຮອງ​ລັດ​ມົນຕີການ​ຕ່າງປະ​
ເທດ​ໄປ​ມີໜ້າ​ໃນ​ກອງ​ປະຊຸມ​ດັ່ງກ່າວ​ເຊ່ນ​ກັນ ຊຶ່ງ​ທ່ານ​ຈະ​ທໍາ​ການ​ພົບ​ປະ​ກັບ​ບັນດາ
ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ສຸດ​ແລະ​ພວກ​ເອກກະ​ຊົນ​ຕ່າງໆ​ໃນ​ຮອງ​ກົງ​ໃນ​ລະຫວ່າງ​ການ​
ຢຸດ​ແວ່​ເວລາ​ເດີນທາງ​ໄປ​ຍັງ​ສິງ​ກະ​ໂປ​ນັ້ນ.

XS
SM
MD
LG