ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດ ເພີ່ມຄວາມພະຍາຍາມ ທາງການ ທູດ ໃນກອງປະຊຸມ ອາຊຽນ


ພິທີເປີດກອງປະຊຸມລັດຖະມົນຕີການຕ່າງປະເທດ ສະມາຄົມ
ປະເທດແຫ່ງເອເຊຍຕາເວັນອອກສຽງໃຕ້ ASEAN ຄັ້ງທີ 49 ໃນນະຄອນຫຼວງ ວຽງຈັນ, ລາວ. 24 ກໍລະກົດ, 2016.
ພິທີເປີດກອງປະຊຸມລັດຖະມົນຕີການຕ່າງປະເທດ ສະມາຄົມ ປະເທດແຫ່ງເອເຊຍຕາເວັນອອກສຽງໃຕ້ ASEAN ຄັ້ງທີ 49 ໃນນະຄອນຫຼວງ ວຽງຈັນ, ລາວ. 24 ກໍລະກົດ, 2016.

ການປະເຊີນໜ້າຂອງ ຈີນ ກັບບັນດາປະເທດທີ່ຢູ່ໃກ້ຄຽງຂອງຕົນ ກ່ຽວກັບ ການໂຕ້ແຍ້ງ ກັນກ່ຽວກັບເຂດແດນທະເລຈີນໃຕ້ ຄາດວ່າຈະເປັນຈຸດເພັ່ງເລັງອີກຄັ້ງໜຶ່ງ ໃນຂະນະທີ່ ບັນດາລັດຖະມົນຕີການຕ່າງປະເທດ ຈາກພາກພື້ນ ແລະ ລັດຖະມົນຕີການຕ່າງປະເທດ ຂອງ ສະຫະລັດ ທ່ານ John Kerry ເຕົ້າໂຮມກັນໃນ ລາວ ໃນສັບປະດານີ້, ເຮັດໃຫ້ປະ ເທດທີ່ບໍ່ມີຊາຍແດນຕິດກັບທະເລ ເປັນສະໜາມຕໍ່ສູ້ຄັ້ງຕໍ່ໄປສຳລັບເບື້ອງຫຼັງການວາງ ແຜນທາງການທູດ ກ່ຽວກັບ ຄວາມຂັດແຍ້ງກັນທາງທະເລ.

ການຕັດສິນຂອງສານ ໄກ່ເກ່ຍ ໃນເມືອງ ເຮກ ກ່ຽວກັບ ຄວາມຂັດແຍ້ງຕ່າງໆໃນທະເລ ຈີນໃຕ້ ໄດ້ເຮັດໃຫ້ການກ່າວອ້າງສ່ວນໃຫຍ່ໃນພາກພື້ນດັ່ງກ່າວຂອງ ປັກກິ່ງ ເປັນໂມຄະ, ເຊິ່ງນຳໄປສູ່ຄວາມເປັນຫ່ວງທີ່ມັນອາດຈະເພີ່ມຄວາມເຄັ່ງຕຶງຂຶ້ນຕື່ມ.

ກອງປະຊຸມສຸດຍອດເອເຊຍຕາເວັນອອກ ແລະ ກອງປະຊຸມພາກພື້ນຂອງ ສະມາຄົມແຫ່ງ ປະເທດເອເຊຍຕາເວັນອອກສຽງໃຕ້ ຫຼື ASEAN ແມ່ນກອງປະຊຸມພາກພື້ນຄັ້ງທຳອິດນັບ ຕັ້ງແຕ່ໄດ້ມີການຕັດສິນໃນວັນທີ 12 ກໍລະກົດເປັນຕົ້ນມາ.

ນະຄອນຫຼວງ ວໍຊິງຕັນ ແມ່ນກຳລັງເພີ່ມຄວາມພະຍາຍາມທາງການທູດຂຶ້ນເປັນສອງເທົ່າ ຜ່ານການສົນທະນາເຊິ່ງໜ້າກັນ ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງລົງ.

ຜູ້ຊີ້ນຳດ້ານຄວາມປອດໄພແຫ່ງຊາດຂອງ ທຳນຽບຂາວ ທ່ານນາງ Susan Rice ກຳລັງ ພົບປະກັບຫົວໜ້າສະພາແຫ່ງລັດຂອງ ຈີນ ທ່ານ Yang Jiechi ໃນປັກກິ່ງ. ທຳນຽບຂາວ ໄດ້ກ່າວໃນຖະແຫຼງການສະບັບໜຶ່ງວ່າ “ສະຫະລັດ ຈະກ່າວເນັ້ນເຖິງຄຳໝັ້ນສັນຍາ ຂອງຕົນ ເພື່ອຂະຫຍາຍການຮ່ວມມືທາງພາກປະຕິບັດ ແລະ ບໍລິຫານຄວາມແຕກ ຕ່າງກັບ ຈີນ ໃນທາງສ້າງສັນ.”

ໃນຂະນະດຽວກັນ, ລັດຖະມົນຕີ Kerry ກໍກຳລັງເຈລະຈາກັບລັດຖະມົນຕີການຕ່າງປະ ເທດຂອງ ຈີນ ໃນນະຄອນຫຼວງວຽງຈັນ ຂອງ ລາວ.

ບັນດາເຈົ້າໜ້າທີ່ອາວຸໂສກ່າວວ່າ ວໍຊິງຕັນ ຈະສືບຕໍ່ການເດີນເຮືອຢ່າງເສລີ ແລະ ສະໜັບ ສະນູນການຄ້າຂາຍໂດຍບໍ່ມີຂໍ້ຈຳກັດຢ່າງຖືກຕ້ອງຕາມກົດໝາຍ, ໃນຂະນະທີ່ກຳລັງ ຮຽກຮ້ອງໃຫ້ ປັກກິ່ງ ຢຸດ ແລະ ເຄົາລົບສິດທິຂອງປະເທດອື່ນໆຢູ່ນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG