ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ແລະອາຊ່ຽນ ຈະພົບປະສຸດຍອດ


ທຸງຊາດຂອງປະເທດສະມາຊິກ ໃນລະຫວ່າງກອງປະຊຸມ ລັດຖະມົນຕີ ຂອງສະມາຄົມອາຊ່ຽນ ທີ່ຮ່າໂນ່ຍ
ທຸງຊາດຂອງປະເທດສະມາຊິກ ໃນລະຫວ່າງກອງປະຊຸມ ລັດຖະມົນຕີ ຂອງສະມາຄົມອາຊ່ຽນ ທີ່ຮ່າໂນ່ຍ

ທຳນຽບຂາວກ່າວວ່າ ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ຈະເປັນເຈົ້າພາບ ຕ້ອນຮັບພວກຜູ້ນຳ ຂອງບັນດາປະເທດ ຈາກເຂດເອເຊຍຕາເວັນອອກສຽງໃຕ້ ຫຼືສະມາຄົມອາຊ່ຽນ ຢູ່ທີ່ນະຄອນນິວຢອກ ໃນເດືອນນີ້.

ໃນຖະແຫຼງຂ່າວສະບັບນຶ່ງ ທີ່ນຳອອກເຜີຍແຜ່ ໃນມື້ວັນສຸກວານນີ້ ທຳນຽບຂາວ ໃຫ້ຂໍ້ສັງເກດວ່າ ການພົບປະ ໃນວັນທີ 24 ກັນຍາ ຈະມີຂຶ້ນຢູ່ຂ້າງນອກ ຂອງກອງປະຊຸມ ສະມັດຊາໃຫຍ່ ອົງການສະຫະປະຊາຊາດ.

ການພົບປະສຸດຍອດທີ່ວ່ານີ້ ຈະເປັນຄັ້ງທີ 2 ລະຫວ່າງສະຫະລັດ ແລະບັນດາສະມາຊິກ 10 ປະເທດ ຂອງສະມາຄົມອາຊ່ຽນ ລຸນຫຼັງການພົບ ທີ່ສິງກະໂປ ໃນປີກາຍ.

ທຳນຽບຂາວກ່າວວ່າ ການພົບປະກັນ ໃນປີກາຍນີ້ ໄດ້ພາໃຫ້ມີການຕົກລົງ ເພີ້ມການຮ່ວມມື ໃນຫຼາຍໆຂົງເຂດວຽກງານ ຮວມທັງການຄ້າ ພະລັງງານ ແລະຄວາມໝັ້ນຄົງ.

ທຳນຽບຂາວເວົ້າວ່າ ປະທານາທິບໍດີໂອບາມາ ຫວັງວ່າ ຈະໄດ້ດຳເນີນງານຮ່ວມກັບ ພວກຜູ້ນຳຂອງອາຊ່ຽນ ເພື່ອຊັ່ງຊາຕີລາຄາ ເບິ່ງຄວາມກ້າວໜ້າ ກ່ຽວກັບບັນຫາຕ່າງໆ ແລະກຳນົດຊ່ອງທາງເ ພື່ອຈະເສີມຂະຫຍາຍ ຄວາມສຳພັນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

XS
SM
MD
LG