ສະຫະລັດ ແລະສິບປະເທດສະມາຊິກຂອງສະມາຄົມບັນດາປະຊາຊາດໃນເຂດເອເຊຍຕາເວັນອອກສຽງໃຕ້ ຫຼື ອາຊຽນ ພວມຊອກຫາຊ່ອງທາງ ທີ່ຈະໃຊ້ກອງປະຊຸມສຸດຍອດພິເສດໃນເດືອນມີນາຈະມານີ້ເພື່ອເສີມຂະຫຍາຍສາຍພົວພັນໃນຂະນະທີ່ພວກນັກວິເຄາະກ່າວວ່າ ຈີນຍັງສືບຕໍ່ຂະຫຍາຍອິດທິພົນຂອງຕົນຢູ່ໃນເຂດເອເຊຍຕາເວັນອອກສຽງໃຕ້ ແລະຊອກຫາທາງສ້າງຄວາມແຕກແຍກ ລະຫວ່າງວໍຊິງຕັນແລະພັນທະມິດທີ່ມີມາເປັນເວລາດົນນານຢູ່ໃນຂົງເຂດ.
ວໍຊິງຕັນພວມກະກຽມຈັດກອງປະຊຸມສຸດຍອດດັ່ງກ່າວ ຊຶ່ງກຳນົດໃສ່ວັນທີ 14 ມີນາ ທີ່ນະຄອນລາສເວກັສ. ການປະຊຸມເຈລະຈາສອງຝ່າຍລະຫວ່າງປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ແລະພວກຜູ້ນຳຂອງອາຊຽນ ກໍໄດ້ວາງແຜນກັນໄວ້ແລ້ວ.
ທ່ານເຈມສ໌ ຄາຣາຟາໂນ ຮອງປະທານມູນນິທິເຮີຮິເທຈ ຮັບຜິດຊອບໃນເລື້ອງຄວາມໝັ້ນຄົງແຫ່ງຊາດ ກ່າວວ່າ “ສິ່ງສຳຄັນທີ່ສຸດ ໃນຄວາມສຳພັນລະຫວ່າງສະຫະລັດກັບອາຊຽນ ທີ່ຈິງແລ້ວ ແມ່ນການໂອລົມເຈລະຈາໃນລະດັບສູງ.”
ທ່ານກ່າວຕື່ມວ່າ “ຖ້າບໍ່ມີສຽງຂອງອາເມຣິກາຢູ່ທີ່ນັ້ນ ໂດຍສະເພາະແລ້ວແມ່ນສຽງຂອງເຈົ້າໜ້າທີ່ອະວຸໂສ ປະທານາທິບໍດີ ລັດຖະມົນຕີຢູ່ໃນຄະນະລັດຖະບານ ພວກເຮົາກໍຈະບໍ່ສາມາດມີປະສິດທິພາບໄດ້.”
ປະທານາທິບໍດີທຣຳໄດ້ໄປຮ່ວມກອງປະຊຸມປະຈຳປີຂອງພວກຜູ້ນຳອາຊຽນແລະກອງປະຊຸມສຸດຍອດເອເຊຍຕາເວັນອອກທີ່ຕິດຕາມມາໃນປີ 2017 ແຕ່ບໍ່ໄດ້ໄປຮ່ວມກອງປະຊຸມສຸດຍອດທີ່ມີຂຶ້ນເປັນປະຈຳໃນປີ 2018 ແລະ 2019 ໂດຍໄດ້ສົ່ງຮອງປະທານາທິບໍດີໄມຄ໌ ເພັນສ໌ ໄປຮ່ວມໃນປີ 2018 ແລະທີ່ປຶກສາທາງດ້ານຄວາມໝັ້ນຄົງ ທ່ານໂຣເບີດ ໂອບຣາຍອັນ ໄປຮ່ວມໃນປີ 2019. ທ່ານໂອບຣາຍອັນ ໄດ້ສົ່ງການເຊື້ອເຊີນ ຂອງທ່ານທຣຳ ເມື່ອເດືອນພະຈິກປີກາຍນີ້ ໃຫ້ບັນດາຜູ້ນຳຂອງອາຊຽນ ເດີນທາງມາຮ່ວມກອງປະຊຸມສຸດຍອດພິເສດຢູ່ສະຫະລັດໃນເດືອນມີນານີ້.
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ