ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ນາຍົກລາວ ມາຮອດວໍຊິງຕັນແລ້ວ ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ພິ​ເສດ ລະ​ຫວ່າງ ສ​ຫລ ແລະ​ອາ​ຊຽນ​ ທີ່​ຈະ​ເປີດ​​ຂຶ້ນ ໃນ​ມື້ນີ້


ພະ​ນະທ່ານ​ພັນ​ຄຳ ວິ​ພ​າວັນ, ​ນາ​ຍົກ​ລັດ​ຖະ​ມົນ​ຕີລາວທີ່​ໄດ້​ເດີນ​ທາງ​ມາ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ພິ​ເສດ​ລ​ະ​ຫວ່າງ ສະ​ຫະ​ລັດ ແລະ​ອາ​ຊຽນ​ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ ທີ່​ຈັດ​ຂຶນ​ໃນ​ວັນ​ທີ 12-13 ພຶດ​ສະ​ພາ, 2022
ພະ​ນະທ່ານ​ພັນ​ຄຳ ວິ​ພ​າວັນ, ​ນາ​ຍົກ​ລັດ​ຖະ​ມົນ​ຕີລາວທີ່​ໄດ້​ເດີນ​ທາງ​ມາ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ພິ​ເສດ​ລ​ະ​ຫວ່າງ ສະ​ຫະ​ລັດ ແລະ​ອາ​ຊຽນ​ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ ທີ່​ຈັດ​ຂຶນ​ໃນ​ວັນ​ທີ 12-13 ພຶດ​ສະ​ພາ, 2022

ພະ​ນະທ່ານ​ພັນ​ຄຳ ວິ​ພ​າວັນ, ​ນາ​ຍົກ​ລັດ​ຖະ​ມົນ​ຕີລາວ ພ້ອມ​ດ້ວຍ​ຄະ​ນະໄດ້ ເດີນ​ທາງມາ​ເຖິງ​ນະ​ຄອນຫຼວງວໍ​ຊິງ​ຕັນຂອງສະ​ຫະ​ລັດແລ້ວ ໃນ​ຕອນເຊົ້າວັນ​ພຸດ ​ທີ 11 ພຶດ​ສະ​ພາ​ວານນີ້, ເພື່ອ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດຍອດ​ພິ​ເສດ ລະ​ຫວ່າງ​ສະ​ຫະ​ລັດ ແລະອາ​ຊຽນທີ່​ຈະ​ເປີດ​ຂຶ້ນ​ໃນຕອນເຊົ້າ​ມື້ນີ້ ແລະ​ປິດ​ລົງ​ໃນ​ແລງ​ມື້​ອື່ນ​ວັນ​ທີ 12 ພຶດ​ສະ​ພາ. ໃນ​ກອງ​ປະ​ຊຸມນັ້ນບັນດາ​ນັກວິ​ເຄາະ​ເຊື່ອ​ກັນວ່າກຸ່ມ​ປະ ເທດດັ່ງ​ກ່າວ ​ຈະ​ສ້າງ​ຄວາມ​ກົດ​ດັນ​ຕໍ່​ວໍ​ຊິງ​ຕັນໃຫ້​ມີ​ການ​ສະ​ຫນັບ​ສະ​ຫນູນການ​ພັດ​ທະ​ນາ​ເສດ​ຖະ​ກິດ ແກ່ຂົງ​ເຂດເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ​ທີ່ມີປະ​ຊາ​ກອນ 680 ລ້ານ​ຄົນ​ນັ້ນໃຫ້ທຽບເທົ່າກັບ​ຈີນ. ຖ້າ​ວ່າ ກຸ່ມ​ດັ່​ງ​ກ່າວ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ຜັກ​ດັນ​ເຊັ່ນ​ນັ້ນ​ໄດ້ມັນກໍ​ຈະ​ເປັນ​ຜົນ​ດີ​ຫລາຍຕໍ່​ຂົງ​ເຂດ​ດັ່ງ​ກ່າວ. ສຳ​ລັບ ສ​ປ​ປ ລາວ ໃນ​ນາມສະ​ມາ​ຊິກ​ອາ​ຊຽນປະ​ເທດ​ນຶ່ງ ກໍຈະຖື​ວ່າ ໄດ້​ຍ່າງ​ເຂົ້າ​ໄປ​ໃນ​ປະ​ຕູ​ແຫ່ງ​ໂອ​ກາດ​ແລ້​ວ ພຽງ​ແຕ່​ວ່າລາວ​ຈະ​ກຽມ​ພ້ອມຫລາຍ​ປານ​ໃດ ແລະ​ມີ​ຄວາມ​ຫ້າວ​ຫັນ​ຫລາຍ​ປານ​ໃດເພື່ອ​ຈະ​ສວຍ​ເອົາ​ໂອ​ກາດນີ້​ໄດ້ ດັ່ງ​ການ​ໃຫ້​ທັດ​ສະ​ນະ​ຂອງ​ທ່ານເສ​ຣີ ເທ​ບ​ພາ​ພອນ, ຊາວ​ລາວ-ອາ​ເມ​ຣິ​ກາ​ທ່ານ​ນຶ່ງຢູ່​ລັດ​ຄາ​ລິ​ຟໍ​ເນຍ​ ທີ່​ຕິດ​ຕາມ​ເລື້ອງນີ້​ວ່າ:

ບັນ​ດາຜູ້ນຳຂອງ​ປະ​ເທດ​ໃນ​ກຸ່ມອາ​ຊຽນ ຈະ​ພົບ​ປະ​ກັບ​ຜູ້ຕາງໜ້າ​ນັກທຸລະກິດ​ອາ​ເມ​ຣິ​ກັນ, ຜູ້ຕາງໜ້າ​ທາງການ​ຄ້າຂອງ​ສະ​ຫະ​ລັດ, ທ່ານ​ນາງ​ແຄັ​ດ​ເທີ​ຣິນ ທາຍ​ ແລະ​ລັດຖະມົນຕີ​ກະຊວງ​ການ​ຄ້າ, ທ່ານ​ນາງ​ຈີ​ນາ ເຣມມອນ​ໂດຢູ່ທີ່​ກອງ​ປະຊຸມ​ໃນ​ວັນ​ພະຫັດມື້​ນີ້ ​ເພື່ອ "ປຶກສາ​ຫາລື​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ," ອີງ​ຕາມ​ວາ​ລະ​ກອງ​ປະ​ຊຸມທີ່​ຈັດ​ໄວ້. ຈີນ​ແລະ​ສະ​ຫະ​ລັດ​ແຂ່ງຂັນ​ກັນ​ຫຼາຍ​ຢູ່​ໃນ​ໂລກ ​ເພື່ອ​ສະໜັບສະໜູນ​ປະ​ເທດ​ນ້ອຍກວ່າ ​ໃນ​ຂະນະ​ທີ່​ລັດ ຖະບານ​ປັກ​ກິ່ງ​ຂະຫຍາຍ​ເສດຖະກິດ​ ແລະການ​ທະຫານອອກໄປ​ຕ່າງປະ​ເທດ​.

​ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ລາຍ​ງານ​ເລື້ອງນີ້

Trade, Security at Top of ASEAN Summit Agenda Next Week
please wait

No media source currently available

0:00 0:02:43 0:00
XS
SM
MD
LG