ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ ຈັບກຸມ ເສດຖີພັນລ້ານຊາວຈີນ ໃນຂໍ້ຫາ ສໍ້ໂກງຂະໜາດໃຫຍ່  ທາງສື່ສັງຄົມ    


ແຟ້ມພາບ - ທ້າວ ໂຮ ວານ ຄວກ (Ho Wan Kwok), ແລະຍັງຮູ້ຈັກກັນຄື ມາຍສ໌ ກົວ ແລະ ກົວ ເວິນກຸຍ Guo Wengui, ໃນຮູບຖ່າຍນີ້ ຢູ່ທີ່ກອງປະຊຸມຖະແຫລງຂ່າວ ໃນນະຄອນນິວຢອກ, ວັນທີ 20 ພະຈິກ 2018.
ແຟ້ມພາບ - ທ້າວ ໂຮ ວານ ຄວກ (Ho Wan Kwok), ແລະຍັງຮູ້ຈັກກັນຄື ມາຍສ໌ ກົວ ແລະ ກົວ ເວິນກຸຍ Guo Wengui, ໃນຮູບຖ່າຍນີ້ ຢູ່ທີ່ກອງປະຊຸມຖະແຫລງຂ່າວ ໃນນະຄອນນິວຢອກ, ວັນທີ 20 ພະຈິກ 2018.

ນັກທຸລະກິດຈີນ ທີ່ລີ້ໄພຢູ່ໃນສະຫະລັດ ທີ່ມີສາຍສຳພັນກັບອະດີດທີ່ປຶກສາຢູ່ທຳນຽບຂາວຂອງທ່ານທຣຳ ສະຕີບ ແບນນອນ ໄດ້ຖືກຈັບກຸມໃນຂໍ້ຫາຫຼອກລວງເອົາເງິນຈາກພວກທີ່ຕິດຕາມລາວທາງສື່ສັງຄົມຫຼາຍພັນຄົນ ຈຳນວນຫຼາຍກວ່າ 1 ພັນລ້ານໂດລາ.

ທ້າວ ໂຮ ວານ ຄວກ (Ho Wan Kwok) ຜູ້ທີ່ຮູ້ຈັກກັນຄື ກົວ ເວິນກຸຍ (Guo Wengui) ໃນສື່ສັງຄົມ ໄດ້ຖືກຈັບກຸມ ເມື່ອຕອນເຊົ້າວັນພຸດວານນີ້ ຢູ່ໃນລັດນິວຢອກ ແລະໄດ້ຖືກຂໍ້ຫາ ການສໍ້ໂກງເງິນ ການສໍ້ໂກງຊັບສິນ ການສໍ້ໂກງທາງທະນາຄານ ແລະການຟອກເງິນ ອີງຕາມການປະກາດຂອງກະຊວງຍຸຕິທຳ ໃນວັນພຸດວານນີ້.

ໃນຄະດີຂອງຜູ້ສົມຮູ້ຮ່ວມຄິດ ກິນ ມິງ ຈີ ຜູ້ທີ່ມີສອງສັນຊາດຂອງ ຮົ່ງກົງ ແລະ ອັງກິດ ຊຶ່ງຍັງຖືກຕາມຈັບຢູ່ນັ້ນ.

ໃນເອກະສານຟ້ອງຮ້ອງດ້ວຍ 12 ກະທົງ ທີ່ໄດ້ຖືກເປິດເຜີຍໃນລັດນິວຢອກ ກ່າວວ່າ ທ້າວຄວກ ແລະ ຈີ “ໄດ້ເອົາລັດເອົາປຽບຕໍ່ພວກຄົນທີ່ຕິດຕາມທ້າວຄວກ ຫຼາຍຮ້ອຍພັນຄົນ ໂດຍການມີສະຖານະທາງອອນໄລນ໌ ທີ່ໂດດເດັ່ນ” ເພື່ອຊັກຊວນໃຫ້ຮ່ວມລົງທຶນໃນຫຼາກຫຼາຍໂຄງການ ໂດຍໃຫ້ຄຳໝັ້ນສັນຍາຂອງຜົນຕອບແທນຄືນທາງການເງິນທີ່ສູງເກີນຄວາມເປັນຈິງ.

ນຶ່ງໃນໂຄງການດັ່ງກ່າວ ທີ່ຮູ້ຈັກກັນ ຄື ບໍລິສັດ GTV Media Group Inc. ນັ້ນ ຕາມການລາຍງານແລ້ວ ໄດ້ຖືກຈັດຕັ້ງຂຶ້ນ ໂດຍມີທ່ານແບນນອນ ເປັນຄູ່ຮ່ວມລົງທຶນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG