ສື່ມວນຊົນສະຫະລັດ ລາຍງານວ່າ ເຈົ້າໜ້າທີ່ຕຳຫລວດໄດ້ຈັບກຸມຊາຍ 2 ຄົນທ່ີນະຄອນນິວຢອກ
ໃນຂໍ້ຫາກໍ່ການຮ້າຍ ໃນຂະນະທ່ີຊາຍສອງຄົນນີ້ກຳລັງຈະຂຶ້ນເຮືອບິນໄປຍັງປະເທດອີຈິບ.
ໜັງສືພິມ The Star-Ledger ທ່ີລັດ New Jersey ກ່າວວ່າ ພວກເຈົ້າໜ້າທ່ີລັດຖະບານກາງແລະ
ລັດຖະບານລັດ ໄດ້ຈັບກຸມຜູ້ຊາຍຖືສັນ ຊາດອະເມຣິກັນ 2 ຄົນ ຄືນາຍ Mohamed Hamoud Alessa
ແລະນາຍ Carlos Eduardo Almonte ໃນວັນເສົາວານນີ້ ທ່ີສະໜາມບິນ John F. Kennedy ໃນ
ນະຄອນນິວຢອກ.
ໜັງສືພິມສະບັບນີ້ອ້າງຄຳເວົ້າຂອງເຈົ້າໜ້າທ່ີ ທ່ີບໍ່ບອກຊື່ໃຫ້ຊາບວ່າຜູ້ຕ້ອງສົງໄສທັງສອງຄົນ ໄດ້ວາງແຜນ
ທ່ີຈະໄປທຳການຕໍ່ສູ້ຮ່ວມກັບກຸ່ມຫົວຮຸນແຮງ al-Shabab ທ່ີມີສາຍພົວພັນກັບເຄືອຂ່າຍ al-Qaida ຢູ່ໃນ
ປະເທດໂຊມາເລຍ. ບັນດາເຈົ້າໜ້າທ່ີກ່າວວ່າ ລັດຖະບານສະຫະ ລັດໄດ້ຕັ້ງຂໍ້ກ່າວຫາຕໍ່ຊາຍ 2 ຄົນນີ້ ຖານ
ສົມຮູ້ຮ່ວມຄິດທຳການເຄື່ອນ ໄຫວການກໍ່ການຮ້າຍໃນລະຫວ່າງປະເທດ.
ໜັງສືພິມ The Star-Ledger ອ້າງຄຳເວົ້າຂອງເຈົ້າໜ້າທ່ີລັດຖະບານ ສະຫະລັດວ່າ ການຈັບກຸມໃນວັນເສົາວານນີ້
ບໍ່ມີສ່ວນພົວພັນກັບການຂົ່ມຂູ່ທ່ີເປັນອັນຕະລາຍສະເພາະໜ້າໃດໆ. ລາຍງານບໍ່ໄດ້ກ່າວວ່າ ໄດ້ມີຖ້ອຍຖະແຫລງໃດໆ
ຈາກພວກຜູ້ຕ້ອງສົງໄສທັງສອງຄົນນີ້.
ກຸ່ມ Al-Shabab ກຳລັງພະຍາຍາມໂຄ່ນລົ້ມລັດຖະບານໂຊມາເລຍໃນປັດຈຸບັນ ທ່ີໄດ້ຮັບການໜຸນຫລັງຈາກ
ສະຫະປະຊາຊາດ ເພື່ອຫັນປ່ຽນ ໂຊມາເລຍ ໄປເປັນປະເທດທ່ີຖືສາສະຫນາອິສລາມຢ່າງເຂັ້ມງວດເຖິງ ຖອງ.