ລັດຖະບານທ່ານ Obama ມີແຜນທີ່ຈະຕັດກໍາລັງທະຫານ
ຂອງກອງທັບບົກ ສະຫະລັດ ລົງມາສູ່ລະດັບຕໍ່າສຸດ ນັບແຕ່
ກ່ອນສົງຄາມໂລກຄັ້ງທີ່ສອງ ເປັນຕົ້ນມາ.
ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Chuck Hagel
ໄດ້ປະກາດໃນວັນຈັນວານນີ້ ກ່ຽວກັບການຕັດກໍາລັງທະຫານ
ບົກສະຫະລັດລົງ ໃນລະຫວ່າງ 440,000 ຫາ 450,000 ຈາກ
ຈຳນວນ 570,000 ຄົນ ທີ່ໄດ້ເພີ້ມຂື້ນ ຫລັງຈາກການໂຈມຕີ
ຂອງພວກກໍ່ການຮ້າຍ ໃນວັນທີ 11 ເດືອນກັນຍາ ປີ 2001.
ທ່ານ Hagel ຍັງກ່າວອີກວ່າ ເຮືອບິນໂຈມຕີ A-10 ຂອງກອງ
ທັບອາກາດຈະ ຖືກປົດປະຈຳການ ແລະ ເຮືອບິນສອດແນມ
U-2 ຈະຖືກແທນໂດຍເຮືອບິນ ທີ່ບໍ່ມີຄົນຂັບ.
ການສະເໜີງົບປະມານຂອງ ທ່ານ Hagel ສຳລັບປີ 2015 ສະທ້ອນເຖີງການ ຊຸກຍູ້ໃຫ້
ມີການຫລຸດຜ່ອນການໃຊ້ຈ່າຍທັງໝົດຂອງລັດຖະບານລົງ ໃນຂະນະທີ່ ສົງຄາມ ທີ່ໃຊ້
ຈ່າຍເງິນຢ່າງຫຼວງຫຼາຍສິ້ນສຸດລົງຢູ່ໃນອີຣັກແລະອັຟການິສຖານ.
ທ່ານ Hagel ກ່າວວ່າ ແຜນດັ່ງກ່າວ ແມ່ນຮັບຮູ້ເຖິງສະພາບຄວາມເປັນຈິງດ້ານງົບປະ
ມານ ໃນຂະນະທີ່ເຮັດໃຫ້ກອງທັບສະໄໝໃໝ່ ຕຽມພ້ອມ ຕັ້ງທ່າ ແລະປະກອບທີ່ດີຂຶ້ນ
ເພື່ອຄໍ້າປະກັນຜົນປະໂຫຍດຂອງອາເມຣິກາ ໃນຫລາຍປີຂ້າງໜ້າ.
ບັນດານັກວິໃຈກ່າວວ່າ ການຫຼຸດກໍາລັງລົງນີ້ ຈະເປັນຜົນໃຫ້ກອງທັບ ມີຄວາມ ສາມາດ
ໃນການເອົາຊະນະຝ່າຍກົງກັນຂ້າມໄດ້ ແຕ່ວ່າ ນ້ອຍເກີນໄປ ສຳລັບ ການປະຕິບັດງານ
ລະຍະຍາວ ຢູ່ໃນຕ່າງປະເທດ.