ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານກອງທັບບົກ ສະຫະລັດ ຖືກຟ້ອງຮ້ອງໃນຂໍ້ກ່າວຫາ ກ່ຽວກັບ ການຂາຍຂໍ້ມູນລັບທີ່ລະອຽດອ່ອນຂອງກອງທັບ


ໄອຍະການ ສະຫະລັດ ທ່ານ ເຮັນຣີ ຊີ ເລເວັນທິສ, ທີສອງຈາກຂວາ, ປະກາດການຈັບກຸມ ແລະ ຟ້ອງຮ້ອງນັກວິເຄາະຂໍ້ມູນລັບກອງທັບບົກ ສະຫະລັດ ທ່ານ ຄໍເບນ ຊູລທສ໌ ສຳລັບການສົມຮູ້ຮ່ວມຄິດເພື່ອຮັບເອົາ ແລະ ເປີດເຜີຍຂໍ້ມູນປ້ອງກັນປະເທດ, 7 ມີນາ 2024.
ໄອຍະການ ສະຫະລັດ ທ່ານ ເຮັນຣີ ຊີ ເລເວັນທິສ, ທີສອງຈາກຂວາ, ປະກາດການຈັບກຸມ ແລະ ຟ້ອງຮ້ອງນັກວິເຄາະຂໍ້ມູນລັບກອງທັບບົກ ສະຫະລັດ ທ່ານ ຄໍເບນ ຊູລທສ໌ ສຳລັບການສົມຮູ້ຮ່ວມຄິດເພື່ອຮັບເອົາ ແລະ ເປີດເຜີຍຂໍ້ມູນປ້ອງກັນປະເທດ, 7 ມີນາ 2024.

ທະຫານຄົນນຶ່ງຖືກຈັບໃນຂໍ້ກ່າວຫາ ກ່ຽວກັບ ການຂາຍຂໍ້ມູນລັບທີ່ລະອຽດອ່ອນ ທີ່ກ່ຽວຂ້ອງກັບຄວາມສາມາດຂອງກອງທັບ ສະຫະລັດ, ບັນດາເຈົ້າໜ້າທີ່ກະຊວງຍຸຕິທຳໄດ້ກ່າວ ໃນວັນພະຫັດວານນີ້.

ສິບເອກ ຄໍເບນ ໂຊລທສ໌ (Korbein Schultz), ຜູ້ທີ່ຍັງເປັນນັກວິເຄາະຂໍ້ມູນ ລັບ, ໄດ້ຖືກກ່າວຫາໃນການຟ້ອງຮ້ອງ 6 ກະທົງ ໃນການກ່າວຫາທີ່ລວມມີ ການສົມຮູ້ຮ່ວມຄິດເພື່ອຮັບເອົາ ແລະ ເປີດເຜີຍຂໍ້ມູນການປ້ອງກັນປະເທດຂອງ ກອງ ທັບ ແລະ ການຊື້ຈ້າງຈອບອອຍຕໍ່ເຈົ້າໜ້າທີ່ລັດຖະບານ. ຜູ້ຊາຍອາຍຸ 24 ປີດັ່ງກ່າວ ຖືກຈັບຢູ່ຄ້າຍທະຫານ ຝອດ ແຄມແບລ໌ (Fort Campbell), ເຊິ່ງຕັ້ງຢູ່ລະຫວ່າງເຂດຊາຍແດນລັດ ເທັນເນັສຊີ ແລະ ເຄັນທັກກີ, ບໍ່ດົນຫຼັງ ຈາກການຟ້ອງຮ້ອງຖືກເປີດເຜີຍໃນວັນພະຫັດວານນີ້.

ທ່ານ ເຮັນຣີ ຊີ ເວເວັນທິສ, ໄອຍະການສະຫະລັດ ສຳລັບເຂດພາກກາງຂອງ ລັດ ເທັນເນັສຊີ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ຜູ້ຊາຍ ແລະ ແມ່ຍິງຂອງກອງ ກຳລັງຕິດອາວຸດ ສະຫະລັດ ໄດ້ເສຍສະຫຼະຊີວິດຂອງເຂົາເຈົ້າ ເພື່ອຮັກສາ ຄວາມໝັ້ນຄົງແຫ່ງຊາດຂອງພວກເຮົາ. ກົດໝາຍຂອງພວກເຮົາທີ່ປົກປ້ອງຂໍ້ມູນ ການປ້ອງກັນປະເທດແມ່ນສຳຄັນຕໍ່ການປະຕິບັດພາລະກິດນັ້ນ, ແລະ ມັນຕ້ອງ ຖືກບັງຄັບໃຊ້. ການແຈກຢາຍຂໍ້ມູນການປ້ອງກັນປະເທດທີ່ຜິດກົດໝາຍ ຈະເຮັດໃຫ້ປະເທດຂອງພວກເຮົາ, ເພື່ອນຮ່ວມຊາດຂອງພວກເຮົາ, ສະມາຊິກຂອງກອງທັບຂອງພວກເຮົາ ແລະ ພັນທະມິດຂອງພວກເຮົາ ມີຄວາມສ່ຽງ.”

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG