ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບັນດາເຈົ້າໜ້າທີ່ກອງທັບ ຂອງສະຫະລັດ ໝັ້ນໃຈໃນການແຂ່ງຂັນກັບຈີນ

ແຟ້ມພາບ - ພວກທະຫານກອງທັບປົດປ່ອຍປະຊາຊົນຈີນ ຫຼື PLA ເດີນສວນສະໜາມ ໃນລະຫວ່າງຂະບວນແຫ່ ເພື່ອລຳລຶກວັນຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາທາລະນະລັດ ປະຊາຊົນຈີນ ໃນນະຄອນຫຼວງປັກກິ່ງ, ວັນທີ 1 ຕຸລາ 2019.
ແຟ້ມພາບ - ພວກທະຫານກອງທັບປົດປ່ອຍປະຊາຊົນຈີນ ຫຼື PLA ເດີນສວນສະໜາມ ໃນລະຫວ່າງຂະບວນແຫ່ ເພື່ອລຳລຶກວັນຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາທາລະນະລັດ ປະຊາຊົນຈີນ ໃນນະຄອນຫຼວງປັກກິ່ງ, ວັນທີ 1 ຕຸລາ 2019.

ບໍ່ແມ່ນທຸກເຫຼົ່າທັບຂອງສະຫະລັດ ມີຄວາມວິຕົກກັງວົນເທົ່າທຽມກັນ ເພື່ອ​ໃຫ້​ກ້າວທັນການຂະຫຍາຍຕົວດ້ານການທະຫານຂອງຈີນ.

ໃນຂະນະທີ່ ລັດຖະມົນຕີກອງທັບເຮືອສະຫະລັດ ທ່ານຄາຣໂລສ ແດລ ໂຕໂຣ ໄດ້ເຕືອນໃນຕົ້ນອາທິດນີ້ວ່າ ທ່ານຕ້ອງການກຳປັ່ນລົບຕື່ມອີກ ເພື່ອຮັບມືກັບໄພຄຸກຄາມຈາກການຂະຫຍາຍຕົວຢ່າງວ່ອງໄວໃນກອງທັບເຮືອຂອງຈີນ ຊຶ່ງບັນດາເຈົ້າໜ້າທີ່ໃນກອງທັບບົກ ເຊື່ອວ່າ ກອງກຳລັງທະຫານບົກຂອງສະຫະລັດ ຍັງຄົງໄດ້ປຽບຄູ່ແຂ່ງຝ່າຍຈີນ ຂອງພວກເຂົາເຈົ້າຢູ່.

ລັດຖະມົນຕີກອງທັບບົກ ທ່ານນາງ ຄຣິສຕີນ ວອຣມູຕ (Christine Wormuth) ກ່າວຖະແຫລງຕໍ່ສື່ມວນຊົນ ຫຼັງຈາກການທ່ຽວຊົ່ມ ສູນກາງລະບົບການຜະລິດຮ່ວມ (Joint Systems Manufacturing Center), ວັນທີ 16 ກຸມພາ 2023, ໃນເມືອງລີມາ, ລັດໂອຮາຍໂອ, ສະຖານທີ່ຜະລິດລົດຖັງຫຼັກລຸ້ນຫຼ້າສຸດ ຂອງ M1A2 Abrams.

“ໃນດ້ານມະນຸດຂອງກອງທັບບົກສະຫະລັດແລ້ວ ຂ້າພະເຈົ້າຄິດວ່າ ເປັນການໄດ້ປຽບໃນການປຽບທຽບກັນ” ນັ້ນແມ່ນຄຳເວົ້າຂອງລັດຖະມົນຕີ ກອງທັບບົກສະຫະລັດ ທ່ານນາງຄຣິສຕີນ ວອຣມູຕ (Christine Wormuth) ທີ່ໄດ້ກ່າວເຕືອນ ໃນລະຫວ່າງການຮັບປະທານອາຫານເຊົ້າໃນວໍຊິງຕັນ ເມື່ອວັນພະຫັດວານນີ້ ຮ່ວມກັບກຸ່ມນັກຂຽນດ້ານການປ້ອງກັນປະເທດ. ທ່ານນາງກ່າວອີກວ່າ “ຄຸນນະພາບຂອງວິທີ ທີ່ທະຫານຂອງພວກເຮົາຝຶກຊ້ອມນັ້ນ ແບບຂອງພວກຜູ້ນຳທີ່ເຂົາເຈົ້າມີ ແບບຂອງປະສົບການດ້ານການສູ້ລົບທີ່ກອງກຳລັງມີ.”

ຫົວ​ໜ້າເສນາທິການກອງທັບບົກ ທ່ານເຈມສ ແມັກຄອນວີລ ກ່າວຕື່ມວ່າ ຄຸນນະພາບຂອງຂັ້ນການນຳ ໂດຍສະເພາະພວກທີ່ໄດ້ຂຶ້ນມາຈາກຖັນແຖວພົນທະ ຫານຂອງກອງທັບບົກນັ້ນ ບໍ່ສາມາດຕີລາຄາຕ່ຳ.

ທ່ານນາງແມັກຄອນວີລ ໄດ້ກ່າວອີກວ່າ “ນຶ່ງໃນບົດຮຽນທີ່ຍິ່ງໃຫຍ່ຈາກຢູເຄຣນ ແລະຣັດເຊຍ ແມ່ນຄຸນຄ່າຂອງພວກພົນທະຫານເຫຼົ່ານັ້ນ ທີ່ພວກເຮົາມີຢູ່ໃນອົງການຈັດຕັ້ງຂອງພວກເຮົາ, ໝົດທຸກຄົນຢາກຈະມີພວກຄົນເຫຼົ່ານັ້ນ ທີ່ພວກເຮົາມີ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG