ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະມາຊິກ ​ກຳ​ລັງ​ພິທັກ​ຊາດ ຈະໄດ້ຮັບຫລຽນໄຊ ກຽດຕິຍົດ ສູງສຸດ ຂອງ ກອງທັບບົກ


ສະມາຊິກ​ກຳ​ລັງ​ພິທັກ​ຊາດ ທ້າວ Alek Skarlatos ຢູ່ໃນພິທີ່ ທີ່ ສະຖານທູດ ສະຫະລັດ ໃນນຄອນຫລວງ Paris ປະເທດຝຣັ່ງ.
ສະມາຊິກ​ກຳ​ລັງ​ພິທັກ​ຊາດ ທ້າວ Alek Skarlatos ຢູ່ໃນພິທີ່ ທີ່ ສະຖານທູດ ສະຫະລັດ ໃນນຄອນຫລວງ Paris ປະເທດຝຣັ່ງ.

ກະຊວງ​ປ້ອງ​ກັນ​ປະ​ເທດ ສະຫະລັດ ກ່າວ​ວ່າ ນຶ່ງ​ໃນ​ຈຳນວນ
ຊາວ​ອາ​ເມຣິກັນ ​ທີ່​ໄດ້​ຊ່ວຍຈັບຄົນໂມຣົກ​ໂກ ​ທີ່ຖືກ​ກ່າວ​ຫາ
ວ​າງ​ແຜນ​ໂຈມ​ຕີຢູ່​ເທິງ​ລົດ​ໄຟ​ຄວາມ​ໄວ​ສູງນັ້ນ ຈະໄດ້​ຮັບ
ຫລຽນໄຊ​ກຽດຕິຍົດສູງ​ສຸດ​ຂອງກອງທັບບົກສະຫະລັດ.

ທຳນຽບຫ້າ​ແຈ​ ​ໄດ້​ປະກາດ​ໃນ​ວັນອັງຄານ​ວານ​ນີ້​ວ່າ ທ້າວ
Aleksander Skarlatos ສະມາຊິກ​ຄົນ​ໜຶ່ງ​ຂອງກຳ​ລັງ​
ພິທັກ​ຊາດ ຈາກ​ລັດ Oregon ຈະ​ໄດ້​ຮັບ​ຫລຽນ​ໄຊ ທີ່ກອງ
ທັບບົກ​ຮ້ອງ​ລາ​ງວັນ​ນີ້​ວ່າ “​ເປັນ​ລາງວັນ​ສູງ​ສຸດ​ຂອງ ການ
ປະຕິບັດງານ​ຢ່າງວິລະຊົນທີ່​ບໍ່​ພົວພັນ​ກັບ​ການຂັດ​ແຍ້ງທີ່​ແທ້​ຈິງ​ກັບ​ສັດ​ຕູ.”

ທ້າວ Skarlatos ​ແມ່ນ​ໜຶ່ງ​ໃນ​ຈຳນວນຊາວ​ອາ​ເມຣິກັນ​ສາມ​ຄົນ​ ພ້ອມ​ດ້ວຍຄົນອັງກິດຜູ້​
ໜຶ່ງ​ ທີ່ໄດ້ປະ​ເຊີນ​ໜ້າກັບ ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ຕິ​ດ ອາວຸດເຕັມອັດຕາ ຢູ່​ເທິງລົດ​ໄຟທີ່ກຳລັງ​
ເດີ​ນທາງ​ຈາກນະຄອນ Amsterdam ​ໄປ​ຫາ ນະຄອນ​ Paris ​ໃນ​ວັນ​ສຸກ​ອາທິດ​ແລ້ວ​ນີ້. ຄຳຊົມເຊີຍຕໍ່ທ້າວ Skarlatos ໃຫ້ຂໍ້ສັງເກດວ່າ ລາວ​ໄດ້​ສ່ຽງ​ຊີວິດ​ຂອງ​ລາວ ​ເພື່ອ​ປ້ອງ​
ກັນ “ໄພພິບັດທີ່ອາດພາໃຫ້ມີການສູນເສຍຊີວິດ.” ​ລັດຖະມົນຕີກອງທັບບົກ ທ່ານ Joh
McHugh ກ່າວ​ວ່າ ບົດບາດ​ຂອງ​ກຳລັງ​ພິທັກ​ຊາດຄົນນີ້ ພ້ອມ​ດ້ວຍ​ບັນດາ​ໝູ່ເພື່ອນ
​ຂອງ​ລາ​ວ “​ໄດ້ເປັນຕົວຢ່າງຂອງມາດຕະຖານ​ອັນສູງ​ສຸດໃນການ​ຮັບ​ໃຊ້​ທີ່​ບໍ່​ເຫັນ​ແກ່​ໂຕ.”

​ໃນ​ວັນ​ອັງຄານ​ວານ​ນີ້ ບັນດາ​ໄອ​ຍະ​ການ​ຝຣັ່ງ ​ໄດ້​ກ່າວ​ຫາຜູ້​ຕ້ອງ​ສົງ​ໄສ ອາຍຸ 25 ປີ ທ້າວ
Ayoub El-Khazzani ​ວ່າ ຕັ້ງ​ໃຈ​ໃນ​ຄວາມ​ພະຍາຍາມ​ທີ່ຈະສັງ ຫານໃນ​ຮູບ​ແບບ​ການ​ກໍ່
​ການ​ຮ້າຍ.

​ໄອ​ຍະ​ການ ທີ່ນະຄອນຫລວງ​ປາຣີ ທ່ານ Francois Molins ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ
ທ້າວ Khazzani ຂື້ນ​ລົດໄຟ​ໃນ​ວັນ​ສຸກ​ແລ້ວ​ນີ້ ທີ່​ນະຄອນຫລວງ Brussels ພ້ອມດ້ວຍ​
ອາວຸດ​ປືນ ແລະ​ລູກປືນ 270 ລູກ. ທ່ານກ່າວ​ວ່າ ຜູ້​ຕ້ອງ​ສົງ​ໄສ​ ຍັງ​ໄດ້​ຖື​ບືນ​ສັ້ນ Luger ​
ແກ້ວ​ທີ່ບັນຈຸ​ນໍ້າມັນ ​ແລະ​ມີດ​ປາດ​ແກັດ.

ທ່ານ Molins ຍັງ​ກ່າວ​ວ່າ ຜູ້​ຕ້ອງ​ສົງ​ໄສ​ເບິ່ງ​ວີ​ດີ​ໂອ​ຂອງ ພວກ​ຫົວ​ຮຸນ​ແຮງລັດ​ອິສລາມ ຢູ່
ໂທລະສັບ​ຂອງ​ລາວ​ ກ່ອນ​ທີ່​ລາວ​ໄດ້​ມີການປະ​ເຊີນ​ໜ້າ ​ແລະ​ຖືກ​ຈັບ​ກຸມ​ໂດຍ​ຊາວ​ອາ​ເມ
ຣິກັນ​ສາມ​ຄົນ ​ແລະ​ຊາວ​ອັງກິດ​ໜຶ່ງ​ຄົນ ​ໃນ​ຂະນະ​ທີ່​ລາວໄດ້ ເລີ້ມຍ່າງ​ເລາະຢູ່ໃນ​ລົດ​ໄຟ.
ຜູ້​ຊາຍ​ອີກ​ຄົນ​ໜຶ່ງ ທີ່​ເປັນຊາວອາເມຣິກັນເຊື້ອສາຍ​ຝຣັ່ງ ໄດ້​ຖືກ​ຍິງ​ແລະ​ໄດ້​ຮັບ​ບາດ​ເຈັບ​
ໃນ​ຂະນະ​ທີ່​ລາວ ພະຍາຍາມກອດ​ປ້ຳ ເອົາ​ປືນ​ອອກ​ຈາກ​ມື​ຄົນຮ້າຍ. ຜູ້​ເຄາະ​ຮ້າຍ​ຍັງ​ຢູ່​ທີ່
​ໂຮງໝໍໃນ​ວັນ​ອັງຄານ​ວານ​ນີ້.

ເບິ່ງວີດີໂອກ່ຽວຂ້ອງ:

Americans Lauded for Stopping Train Attack
please wait

No media source currently available

0:00 0:02:01 0:00

XS
SM
MD
LG