ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ກ່າວວ່າ ມັນຈະເປັນການຍາກ ສຳລັບ ກາຕ້າ ທີ່ຈະບັນລຸຕາມຄໍາຮຽກຮ້ອງ ຂອງພວກປະເທດ ອາຣັບທັງຫຼາຍ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ໃຫ້ປາກຄຳຢູ່ລັດຖະສະພາ Capitol Hill ໃນນະຄອນຫຼວງ ວໍຊິງຕັນ. 13 ມິຖຸນາ, 2017,
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ໃຫ້ປາກຄຳຢູ່ລັດຖະສະພາ Capitol Hill ໃນນະຄອນຫຼວງ ວໍຊິງຕັນ. 13 ມິຖຸນາ, 2017,

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ໄດ້ກ່າວໃນວັນອາທິດ
ວານນີ້ວ່າ ມັນ “ຈະເປັນການຍາກຫຼາຍ” ສຳລັບປະເທດ ກາຕ້າ ທີ່ຈະບັນລຸຄວາມຮຽກ
ຮ້ອງຕ້ອງການທີ່ປະເທດ ຊາອຸດີ ອາເຣເບຍ ແລະ ພັນທະມິດສາມປະເທດຂອງພວກ
ເຂົາເຈົ້າ ມີຕໍ່ລັດຖະບານ ໂດຮາ, ແຕ່ໄດ້ຮຽກຮ້ອງໃຫ້ພວກເຂົາເຈົ້າ ເຈລະຈາກັນເພື່ອ
ສິ້ນສຸດການປະເຊີນໜ້າ ທາງການທູດໃນອ່າວເປີເຊຍ.

ທ່ານ Tillerson ໄດ້ກ່າວໃນຖະແຫຼງການສະບັບໜຶ່ງ ຫຼັງຈາກ ກາຕ້າ ໄດ້ປະຕິເສດການຮຽກຮ້ອງ ວ່າ ບໍ່ມີເຫດຜົນ ແລະ ເປັນການເຂົ້າແຊກແຊງຕໍ່ອຳນາດອະທິປະໄຕຂອງພວກເຂົາເຈົ້າ ວ່າ “ມັນມີຫຼາຍຂົງເຂດເຊິ່ງສະໜອງພື້ນຖານ ສຳລັບການປຶກສາຫາລື ທີ່ກຳລັງ
ດຳເນີນຢູ່ ທີ່ຈະນຳໄປສູ່ການແກ້ໄຂບັນຫາ.”
ທ່ານ Tillerson ບໍ່ໄດ້ກ່າວ ກ່ຽວກັບ ບັນຫາ
ທີ່ທ່ານຄິດວ່າ ປະເທດ ອີຈິບ, ບາເຣນ, ສະຫະລັດ ອາຣັບ ເອມີເຣັດສ ແລະ ຊາອຸດີ ອາ
ເຣເບຍ ສາມາດບັນລຸຂໍ້ຕົກລົງກັບລັດຖະບານ ໂດຮາ ໄດ້.

ລັດຖະບານຂອງປະເທດ ອາຣັບ 4 ປະເທດ, ເຊິ່ງໄດ້ຕັດສາຍພົວພັນທາງການທູດກັບ
ກາຕ້າ ດົນກວ່າສອງສັບປະດາຜ່ານມາ ກ່ຽວກັບ ຫຼັກຖານທີ່ວ່າ ກາຕ້າສົ່ງເສີມລັດທິກໍ່
ການຮ້າຍໃນພາກພື້ນນັ້ນ, ໄດ້ປະກາດຄຳຮຽກຮ້ອງຂອງພວກເຂົາເຈົ້າຕໍ່ ກາຕ້າ ຜ່ານ
ປະເທດ ຄູເຫວດ ທີ່ເປັນຜູ້ຊ່ວຍໄກ່ເກ່ຍໃຫ້ພວກເຂົາເຈົ້າ ໃນສັບປະດາທີ່ຜ່ານມາ. ໃນ
ບັນດາຂໍ້ຄວາມອື່ນໆນັ້ນ, ທັງສີ່ປະເທດໄດ້ຮຽກຮ້ອງໃຫ້ ກາຕ້າ ປິດເຄືອຂ່າຍໂທລະພາບ
Al-Jazeera, ເຊິ່ງເປັນແຫຼ່ງທີ່ມາຂອງຄວາມຂັດແຍ້ງດົນນານລະຫວ່າງ ກາຕ້າ ກັບ
ປະເທດທີ່ຢູ່ໃກ້ຄຽງຂອງພວກເຂົາເຈົ້າ.

ນອກນັ້ນ ທັງສີ່ປະເທດດັ່ງກ່າວ ຍັງໄດ້ຮຽກຮ້ອງວ່າ ກາຕ້າ ຕ້ອງຕັດສາຍພົວພັນກັບພວກ
ພາລະດອນພາບ ມຸສລິມ, ລັດອິສລາມ, ອາລໄກດາ ແລະ ຂະບວນການ Hezbollah
ຂອງປະເທດ ເລບານອນ ທີ່ໄດ້ຮັບການໜູນຫຼັງຈາກ ອີຣ່ານ. ພ້ອມກັນນັ້ນ, ລັດຖະບານ
ຂອງ 4 ປະເທດ ອາຣັບ ຍັງຢາກໃຫ້ ກາຕ້າ ຫຼຸດລະດັບຄວາມສຳພັນກັບ ອີຣ່ານລົງ, ສົ່ງ
ຄືນບຸກຄົນທີ່ສຳຄັນຈາກຝ່າຍຄ້ານ ທີ່ພວກເຂົາເຈົ້າໄດ້ຄວບຄຸມຕົວໄວ້ ແລະ ປິດຖານທັບ
ເທີກີ ໃນປະເທດ.

ກາຕ້າ ໄດ້ກ່າວວ່າ ຄໍາຮຽກຮ້ອງນີ້ ໄດ້ຢືນຢັນເຖິງ “ສິ່ງທີ່ ກາຕ້າ ໄດ້ກ່າວແຕ່ເລີ່ມຕົ້ນ ວ່າ
ກີດກັນທີ່ບໍ່ຖືກຕ້ອງຕາມກົດໝາຍ ບໍ່ໄດ້ມີຫຍັງກ່ຽວຂ້ອງກັບການຕໍ່ສູ້ລັດທິກໍ່ການຮ້າຍ,
ມັນ ກ່ຽວກັບ ການຈຳກັດອຳນາດອະທິປະໄຕຂອງ ກາຕ້າ, ແລະ ການຂະຫຍາຍນະໂຍ
ບາຍການຕ່າງປະເທດຂອງພວກເຮົາ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG