ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມີນມັນດິບຣົ່ວໄຫລອອກສູ່ ອ່າວເມັກຊິໂກ ຫລາຍຂນ


ເຈົ້າໜ້າທີ່ສະຫະລັດ ກ່າວວ່າ ມີນຳມັນຮົ່ວໄຫລອອກມາ ຈາກຖານເຈາະນຳມັນ ທີ່ໄດ້ຈົມລົງ ສູ່ພື້ນທະເລ ໃນອ່າວເມັກຊິໂກນັ້ນ ຫລາຍກວ່າ ທີ່ຄາດຄິດໄວ້ ໃນເມື່ອກ່ອນ ​ເຖິງ 5 ເທົ່າ. ພົນຕີ MARY LANDRY ຈາກໜ່ວຍຍາມຝັ່ງ ຂອງສະຫະລັດ ກ່າວຕໍ່ພວກນັກຂ່າວ ໃນຕອນແລງ ຂອງວັນພຸດ ວານນີ້ວ່າ ພວກນັກວິທະຍາສາດ ທີ່ອົງການຄຸ້ມຄອງ ມະຫາສະມຸດ ແລະບັນຍາກາດ ແຫ່ງຊາດ ຂອງສະຫະລັດ ກະປະມານວ່າ ມີນຳມັນດິບ ຮົ່ວໄຫລອອກມາ ຈາກຖານເຈາະ ທີ່ຈົມລົງ ສູ່ພື້ນທະເລນັ້ນ ເກືອບ 795 ພັນລິດ ໃນແຕ່ລະມື້ ຍ້ອນມີ ບ່ອນຮົ່ວໄຫລ​ ແຫ່ງໃໝ່. ບ່ອນຮົ່ວໄຫລ​ແຫ່ງໃໝ່ ໄດ້ຖືກພົບເຫັນ ເວລາໜ່ວຍຍາມຝັ່ງ ຂອງສະຫະລັດ ເລີ້ມທຳການ ຄວບຄຸມນຳມັນ​ ທີ່​ຮົ່ວ​ໄຫລ​ອອກ​ມາ ໃນຂັ້ນທຳອິດນັ້ນ ດ້ວຍການຈູດເຜົາ ເພື່ອໃຫ້ມີຜົນກະທົບ ໜ້ອຍທີ່ສຸດ ຕໍ່ສະພາບແວດລ້ອມ. ເຈົ້າໜ້າທີ່ເວົ້າວ່າ ການຈູດເຜົາ ເພື່ອຄວບຄຸມ ທີ່ວ່ານີ້ ສາມາດກຳຈັດ ນຳມັນຮົ່ວໄຫລ ທີ່ລອຍຢູ່ ເທິງຜິວນຳໄດ້ ເຖິງ 50 ຫາ 90 ເປີເຊັນ.

XS
SM
MD
LG