ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ອະນຸຍາດໃຫ້ຮື້ຟື້ນ ການບໍລິການເຮືອຂ້າມຟາກ ໄປມາ ລະຫວ່າງ ລັດຟລໍຣິດາ ກັບ ຄິວບາ


ທຸງຄິວບາ ແລະ ສະຫະລັດ ປີວສະບັດຢູ່ແຄມຝັ່ງ ນະຄອນ ຮາວານາ.
ທຸງຄິວບາ ແລະ ສະຫະລັດ ປີວສະບັດຢູ່ແຄມຝັ່ງ ນະຄອນ ຮາວານາ.

ລັດຖະບານ ທ່ານ Obama ​ໄດ້​ເອົາ​ບາດກ້າວ​ໄປ​ຂ້າງ​ໜ້າ ອີ​ກ
ບາດ​ນຶ່ງ​ອີກ​ ​ໃນ​ຄວາມພະຍາຍາ​ມ ຜູກສຳພັນ​ທະ​ໄມຕີ​ແບບ
​ເປັນ​ປົກກະຕິ ກັບຄິວ​ບາ ​ດ້ວຍ​ການ ອະນຸຍາດ​ໃຫ້​ຮື້​ຟື້ນການ​
ບໍລິການ​ເຮືອ​ຂ້າມ​ຟາກ​ຄື​ນມາ​ໃໝ່ ລະຫວ່າງອະດີດ​ຄູ່​ປໍ​ລະ​ປັກ
ສ​ະ​ໄໝ ສົງຄາມ​ເຢັນ.

ກະຊວງ​ການ​ເງິນສະຫະລັດ ​ໄດ້​ອອກໃບ​ອະນຸຍາດ​ໃຫ້​ແກ່ ຢ່າງ​
ໜ້ອຍສີ່​ບໍລິສັດ ​ເພື່ອ​ໃຫ້​ບໍລິການ​ຂົນ​ສົ່ງຜູ້​ໂດຍສານ ​ແລະ​ສິນ
ຄ້າ ​ຕາມ​ເສັ້ນທາງທ​ະ​ເລ 150 ກິ​ໂລ​ແມດ ຈາກ​ແຫລມໃຕ້​ສຸດ​
ຂອງລັດ Florida ​ໄປ​ສູ່ນະຄອນຫລວງ​ Havana. ສາມ​ບໍລິສັດ
ໃນ​ນັ້ນ ​ແມ່ນ​ຕັ້ງ​ຢູ່​ໃນ ລັດ Florida.

​ໃນ​ອີກ​ເຫດການ​ນຶ່ງ​ທີ່ພົວພັນກັນ ສາຍ​ການບິນ Jet Blue ທີ່​ຕັ້ງ​ຢູ່​ໃນ ສະຫະລັດ ​ກໍໄດ້​
ປະກາດ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ຕົນ​ຈະ​ບໍ​ລິ​ການໆ​ບິນ​ແບບຮັບ​ເໝົາ ລະຫວ່າງ ນະຄອນ
New York ​ແລະ​ນະຄອນ Havana ​ໂດຍ​ຈະ​ເລີ້ມ​ໃນ​ເດືອນ​ກໍ​ລະ​ກົດ ຈະ​ມາ​ເຖິງ​ນີ້.

ການ​ບໍ​ລິ​ການ​ເຮືອ​ຂ້າມ​ຟາກ ລະຫວ່າງ ສະຫະລັດ ​ແລະ ຄິວ​ບາ ແມ່ນ​ເປັນ​ເລື້ອງປົກກະຕິ
​ກ່ອນການ​ປະຕິ​ວັດຄອມ​ມິ​ວນິສ ທີ່ນຳພາ​ໂດຍ Fidel Castro ​ໃນປີ 1959 ທີ່ໄດ້​ໂຄນ​ລົ້ມ​
ລະບອບ​ຜະະ​ເດັດ​ການ​ຂອງ Fulgencio Batista. ພົນລະ​ເມືອງອາ​ເມຣິກັນ ຜູ້​ປາດ​ຖະ
ໜາ​ທີ່​ຈະ​ເດີນທາງ​ໄປ​ ຄິວ​ບາ ​ແມ່ນສາມາດໄປໄດ້ ​ພາຍ​ໃຕ້​ຂອບເຂດຈຳກັດ ຮວມທັງ​ການ
​ສຶກສາ ​ແລະ​ການ​ນຳ​ທ່ຽວ​ທາງດ້ານ​ວັດທະນະ​ທຳ.

US Businesses See Cuba as New Frontier
please wait

No media source currently available

0:00 0:02:10 0:00

XS
SM
MD
LG