ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໘ ມິຖຸນາ ໒໐໒໔

ສະຫະລັດ ອະນຸມັດການຂາຍລູກສອນໄຟ ແລະໂດຣນ ມູນຄ່າ 360 ລ້ານໂດລາ ໃຫ້ແກ່ ໄຕ້ຫວັນ


ການອະນຸມັດຂາຍອາວຸດໃຫ້ແກ່ ໄຕ້ຫວັນ ລວມມີອາວຸດຕ້ານບຸກຄະລາກອນ Switchblade 300 ແລະອາວຸດລູກຫວ່ານຕ້ານລົດຫຸ້ມເກາະ. ລະເບີດລູກຫວ່ານ ແມ່ນລູກສອນໄຟນຳວິຖີຂະໜາດນ້ອຍທີ່ສາມາດບິນອ້ອມຮອບເຂດເປົ້າໝາຍໄດ້ ຈົນກວ່າພວກມັນຈະຖືກສັ່ງໃຫ້ໂຈມຕີ.
ການອະນຸມັດຂາຍອາວຸດໃຫ້ແກ່ ໄຕ້ຫວັນ ລວມມີອາວຸດຕ້ານບຸກຄະລາກອນ Switchblade 300 ແລະອາວຸດລູກຫວ່ານຕ້ານລົດຫຸ້ມເກາະ. ລະເບີດລູກຫວ່ານ ແມ່ນລູກສອນໄຟນຳວິຖີຂະໜາດນ້ອຍທີ່ສາມາດບິນອ້ອມຮອບເຂດເປົ້າໝາຍໄດ້ ຈົນກວ່າພວກມັນຈະຖືກສັ່ງໃຫ້ໂຈມຕີ.

ກະຊວງ​ການ​ຕ່າງປະ​ເທດ​ຂອງສະຫະລັດ ​ໄດ້​ອະນຸມັດ​ການ​ຂາຍເຮືອບິນບໍ່ມີຄົນຂັບ ຫຼື ໂດ​ຣນ ​ແລະ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໃຫ້ແກ່ ​ໄຕ້​ຫວັນ ເປັນ​ມູນ​ຄ່າລວມ 360 ລ້ານ​ໂດ​ລາ​, ໜ່ວຍງານການຮ່ວມມືຄວາມໝັ້ນຄົງດ້ານການປ້ອງກັນປະເທດຂອງທຳນຽບຫ້າແຈ້ ກ່າວ, ອີງຕາມລາຍງານຂອງອົງການຂ່າວ Reuters.

ສະຫະລັດ ສະແດງການສະໜັບສະໜູນໂດຍ​ກົດໝາຍ​ໃນການ​ສະໜອງ​ອາວຸດໃຫ້ ​ໄຕ້​ຫວັນ ເຊິ່ງເປັນເກາະ​ທີ່​ຈີນ​ອ້າງ​ເອົາ​ກຳມະສິດ ເພື່ອ​ການ​ປ້ອງ​ກັນ​ຕົນ​ເອງ ​ເຖິງ​ແມ່ນ​ວ່າຈະຂາດ​ສາຍ​ພົວພັນ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການ ອັນໄດ້ສ້າງຄວາມບໍ່ພໍໃຈໃຫ້ແກ່ປັກກິ່ງຢ່າງຕໍ່ເນື່ອງ.

ຈີນ​ ໄດ້​ເພີ້ມແຮງ​ກົດ​ດັນ​ທາງ​ທະຫານ​ຕໍ່​ ໄຕ້​ຫວັນ, ​ໃນ​ນັ້ນ ​ລວມທັງ​ການ​ຊ້ອມລົບ​ຕ່າງໆ​ຢູ່​ອ້ອມບໍລິເວນ​ເກາະ​ດັ່ງກ່າວໃນ​ເດືອນ​ແລ້ວ​ນີ້ ລຸນຫລັງການເຂົ້າສາບານຕົນເພື່ອ​ດຳລົງ​ຕຳ​ແໜ່​ງປະທານາທິບໍດີຂອງ ທ່ານ​ລາຍ ​ຊິງ-​ເຕ.

ການຂາຍດັ່ງກ່າວ “ຈະຊ່ວຍຍົກລະດັບຄວາມໝັ້ນຄົງຂອງຜູ້ຮັບ ແລະຜູ້ຊ່ວຍ ໃນການຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມໝັ້ນຄົງທາງການທະຫານ ແລະຄວາມກ້າວຫນ້າທາງດ້ານເສດຖະກິດຢູ່ໃນພາກພື້ນ,” ອີງຕາມການກ່າວໃນຖະແຫຼງການທີ່ແຍກຕ່າງຫາກຂອງທໍານຽບ 5 ແຈ ຢູ່ສະຫະລັດໃນວັນອັງຄານວານນີ້.

ອົງການດັ່ງກ່າວ ຍັງໄດ້ກ່າວຕື່ມອີກວ່າ ການຂາຍອາວຸດຕ່າງໆລວມມີລະເບີດຕໍ່ຕ້ານສ່ວນບຸກຄົນ Switchblade 300 ພ້ອມທັງລະເບີດລູກຫວ່ານຕ້ານລົດຫຸ້ມເກາະ ແລະອຸປະກອນທີ່ກ່ຽວຂ້ອງອື່ນໆໃນມູນຄ່າປະມານ 60.2 ລ້ານໂດລາ, ພ້ອມກັນນັ້ນ ກໍຍັງມີ ໂດຣນ ALTIUS 600M-V ແລະອຸປະກອນທີ່ກ່ຽວຂ້ອງອື່ນໆອີກໃນມູນຄ່າປະມານ 300 ລ້ານໂດລາ. ລະ​ເບີດ​ລູກຫວ່ານ ​ແມ່ນ​ລູກ​ສອນ​ໄຟ​ນຳວິຖີ​ຂະໜາດ​ນ້ອຍ​ທີ່​ສາມາດ​ບິນ​ອ້ອມຮອບ​ເຂດ​ເປົ້າ​ໝາຍ​ໄດ້ ​ຈົນ​ກວ່າພວກມັນ​ຈະ​ຖືກສັ່ງໃຫ້ໂຈມ​ຕີ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ ​ໄຕ້​ຫວັນ ​ສະ​ແດງ​ຄວາມ​ຂອບ​ໃຈຂອງຕົນອອກມາ ໂດຍ​ສະ​ເພາະ​ແມ່ນ ​ຄວາມ​ພະ​ຍາ​ຍາມ​ຂອງ ​ສະຫະລັດ ​ໃນ​ການ​ເພີ້ມ​ທະ​ວີ​ການ​ຂາຍ​ອາ​ວຸດ​ໃຫ້​ແກ່​ເກາະແຫ່ງນີ້. ແຕ່ວ່າ ໄຕ້​ຫວັນ ກໍໄດ້ຈົ່ມອອກມາຊໍ້າແລ້ວຊໍ້າອີກກ່ຽວ​ກັບ​ການນໍາ​ສົ່ງ​ທີ່​ຫຼ້າ​ຊ້າ​.

ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ

TAIPEI, June 19 (Reuters) - The U.S. State Department has approved the possible sale to Taiwan of drones and missiles for an estimated $360 million, the Pentagon's Defense Security Cooperation Agency said.

The United States is bound by law to provide Chinese-claimed Taiwan with the means to defend itself despite the lack of formal diplomatic ties, to the constant anger of Beijing.

China has been stepping up military pressure against Taiwan, including staging war games around the island last month after the inauguration of Lai Ching-te as president.

The sale "will help improve the security of the recipient and assist in maintaining political stability, military balance, and economic progress in the region," the Pentagon agency said in separate statements on Tuesday in the U.S.

The sale includes Switchblade 300 anti-personnel and anti-armor loitering munitions and related equipment for an estimated cost of $60.2 million, and ALTIUS 600M-V drones and related equipment for an estimated cost of $300 million, the agency added. Loitering munitions are small guided missiles that can fly around a target area until they are directed to attack.

Taiwan's defense ministry expressed its thanks, especially for U.S. efforts to increase arms sales to the island. Taiwan has repeatedly complained of delayed deliveries.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG