ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄະນະກໍາມະການ ອົງການອາຫານ ແລະຢາ ສຫລ ແນະນໍາໃຫ້ອະນຸມັດ ວັກຊີນກັນໂຄວິດ-19 ອັນທຳອິດ


ພະນັກງານການແພດບໍລິສັດເພຊັດສະກຳ CureVac, ກຳລັງຄົ້ນຄວ້າຢາວັກຊີນຢູ່ໃນຫ້ອງທົດລອງ ໃນເມືອງ Tuebingen ປະເທດເຢຣະມັນ ວັນທີ 12, ມີນາ 2020.
ພະນັກງານການແພດບໍລິສັດເພຊັດສະກຳ CureVac, ກຳລັງຄົ້ນຄວ້າຢາວັກຊີນຢູ່ໃນຫ້ອງທົດລອງ ໃນເມືອງ Tuebingen ປະເທດເຢຣະມັນ ວັນທີ 12, ມີນາ 2020.

ຫລັງຈາກໄດ້ທໍາການພິຈາລະນາເປັນເວລາເກົ້າຊົ່ວໂມງແລ້ວ ໃນວັນພະຫັດວານນີ້
ຄະນະກໍາມະການພິເສດຂອງອົງການອາຫານ ແລະຢາສະຫະລັດ ກໍໄດ້ອະນຸມັດແບບ
ສຸກເສີນໃຫ້ນຳໃຊ້ຢາວັກຊິນປ້ອງກັນໄວຣັສໂຄໂຣນາທີ່ພັດທະນາໂດຍຟາຍເຊີ, ບໍລິສັດ ການ
ຢາຍັກໃຫຍ່ຂອງສະຫະລັດແລະ ໄບໂອເອັນເທັກ (BioNTech) ຂອງເຢຍລະມັນ.

ການຕັດສິນໃຈດັ່ງກ່າວໄດ້ມີຂຶ້ນໃນຂະນະທີ່ສະຫະລັດສືບຕໍ່ຢັ້ງຢືນຈໍານວນກໍລະນີ
ຄົນຕິດໄວຣັສໂຄໂຣນາທີ່ເປັນປະຫວັດການຢູ່ນີ້. ມາຮອດຕອນແລງວັນພະຫັດວານນີ້,
ສະຫະລັດໄດ້ບັນທຶກວ່າມີກໍລະນີຄົນປ່ວຍຍ້ອນພະຍາດດັ່ງກ່າວ 15 ລ້ານ 5 ແສນ
ຄົນ ແລະມີຜູ້ເສຍຊີວິດຫລາຍກວ່າ 291,000 ຄົນ, ອີງຕາມຂໍ້ມູນຈາກມະຫາວິທະ
ຍາໄລຈອນສ໌ ຮອບຄິ້ນສ໌ (Johns Hopkins).

ໃນຈຳນວນ 22 ຄົນ ທີ່ຢູ່ໃນຄະນະພິເສດຂອງອົງການອາຫານ ແລະຢາ ຫລື FDA
ນັ້ນ, 17 ຄົນໄດ້ລົງຄະແນນສຽງວ່າເຫັນດີ, 4 ຄົນ ແມ່ນລົງຄະແນນສຽງວ່າບໍ່ເຫັນດີ
ແລະນຶ່ງຄົນບໍ່ໄດ້ອອກສຽງແນວໃດຕໍ່ຄຳຖາມທີ່ຖາມວ່າ: “ໂດຍອີງຕາມຫລັກຖານພິ
ສູດທາງວິທະຍສາດທັງໝົດທີ່ມີຢູ່ ຢາວັກຊິນປ້ອງກັນພະຍາດໂຄວິດ-19 ຂອງບໍລິສັດ
ຟາຍເຊີ (Pfizer)/ໄບໂອເອັນເທັກ (BioNTech) ມີປະໂຫຍດຫລາຍກວ່າຄວາມສ່ຽງ
ຫລາຍໃນການໃຊ້ສຳລັບບຸກຄົນທີ່ມີອາຍຸ 16 ປີຂຶ້ນໄປ ຫລືບໍ?”

ຄະນະກໍາມະການ 4 ຄົນທີ່ຄັດຄ້ານສ່ວນໃຫຍ່ໄດ້ສະແດງຄວາມເປັນຫ່ວງກ່ຽວກັບ
ການສັກຢາວັກຊີນແກ່ເດັກນ້ອຍໄວລຸ້ນອາຍຸ 16- 17 ປີ. ເດັກນ້ອຍໄວລຸ້ນທີ່ມີອາຍຸ
ຕໍ່າກວ່າ 18 ປີແມ່ນມີຕົວແທນໃນຈຳນວນໜ້ອຍຢູ່ໃນການສຶກສາຄົ້ນຄວ້າສຳລັບຜະ
ລິດຢາວັກຊີນ, ແລະໃນຊ່ວງເວລາຫຼາຍໆຊົ່ວໂມງທີ່ທໍາການພິຈາລະນາຢູ່ ນັ້ນ, ນັກວິ
ທະຍາສາດບາງຄົນເປັນຫ່ວງກ່ຽວກັບຜົນກະທົບທີ່ຈະເກີດຂຶ້ນກັບກຸ່ມຄົນໃນໄວນີ້ເຊິ່ງ
ພວກເຮົາບໍ່ຮູ້ຈັກດີພໍ.

ວັກຊີນດັ່ງກ່າວໄດ້ຮັບການອະນຸມັດຫລັງຈາກໄດ້ມີການພິຈາລະນາເປັນເວລາຫລາຍ
ຊົ່ວໂມງກ່ຽວກັບຫົວຂໍ້ຕ່າງໆລວມທັງອາການແພ້ຕໍ່ຢາວັກຊີນທີ່ບັນທຶກຢູ່ອັງກິດໃນ
ອາທິດນີ້.

ໂດຍໄດ້ຮັບຄຳແນະນຳວ່າໃຫ້ອະນຸຍາດນຳໃຊ້ຢາວັກຊີນແບບສຸກເສີນໂດຍຄະນະກຳມະການສັກຢາວັກຊີນແລະຄະນະກຳມະການທີ່ປຶກສາດ້ານຊີວະວິທະຍາທີ່ກ່ຽວຂ້ອງ, ອົງການ FDA ອາດຈະໃຫ້ການເຫັນພ້ອມເປັນຄັ້ງສຸດທ້າຍໃນວັນສຸກມື້ນີ້ ຫລືວັນເສົາມື້ອື່ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG