ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ຮັບຜ່ານມະຕິ ບັງຄັບ ໃຫ້ຊີເຣຍ ກຳຈັດ ອາວຸດເຄມີ (ວີດີໂອ)


ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຮັບຮອງເອົາມະຕິ ປົດອາວຸດເຄມີ ຂອງຊີເຣຍ
ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຮັບຮອງເອົາມະຕິ ປົດອາວຸດເຄມີ ຂອງຊີເຣຍ
ສະພາຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ ​ໄດ້​ລົງ​ຄະ​ແນນ​ສຽງ​
ຢ່າງເປັນ​ເອກ​ກະສັນ ຮັບ​ເອົາ​ມະຕິ ທີ່ບັງຄັບ​ໃຫ້ຊີ​ເຣຍ ຕ້ອງ​
ກຳຈັດ​ອາວຸດ​ເຄມີ​ຂອງ​ຕົນ. ມະຕິດັ່ງກ່າວ​ ກຳນົດ​ພັນທະໃຫ້​
ຊີ​ເຣຍປະຕິບັດ​ຕາມ.

ການ​ລົງ​ຄະ​ແນນ​ສຽງ​ໃນ​ຕອນ​ແລງ​ວັນ​ສຸກ​ວານ​ນີ້ ​ໂດຍສະມາ
ຊິກ 15 ປະ​ເທດ ຂອງ​ສະພາ​ຄວາມ​ໝັ້ນຄົງ ​ໄດ້​ເຮັດ​ໃຫ້ການ
​ດຳ​ເນີນ​ຄວາມ​ພະຍາຍາມ​ທາງ​ດ້ານ ການ​ທູດ​ຢ່າງ​ຂຸ້ນຂ້ຽວ
ມາ​ເປັນ​ເວລາ​ຫລາຍ​ອາທິດລະຫວ່າງຣັດ​ເຊຍ​ແລະສະຫະ
ລັດ ສິ້ນສຸດ​ລົງ.

ມະຕິ​ສະບັບ​ນີ້​ແມ່ນອິງ​ຕາມ​ຂໍ້​ຕົກລົງ​ລະຫວ່າງສອງ​ປະ​ເທດທີ່​ບັນລຸກັນ​ທີ່​ນະຄອນ Geneva ​ໃນ​ຕົ້ນ​ເດືອນ​ນີ້ ຫລັງ​ຈາກ​ໄດ້​ມີ​ການ​ໂຈມ​ຕີ​ດ້ວຍ ແກັສທຳ​ລາຍ​ເສັ້ນປະສາດ sarin ຢູ່​ໃນ​ເຂດຊານ​ເມືອງ​ ຂອງ​ກຸງ Damascus ​ທີ່ເຮັດ​ໃຫ້​ມີຜູ້​ເສຍ​ຊີວິດ​ຫລາຍ​ຮ້ອຍ​ຄົນ.

ການ​ຕົກລົງ​ກັນ​ລະຫວ່າງສະຫະລັດ ​ແລະຣັດ​ເຊຍ ​ໄດ້​ຫລີກ​ເວັ້ນ ບໍ່​ໃຫ້​ມີ​ການ ​ໂຈມ​ຕີ​ທາງ​ທະຫານຂອງ​ສະຫະລັດ ເພື່ອ​ເປັນ​ການລົງໂທດ ຕໍ່​ລັດຖະບານ​ຂອງ ປະທານາທິບໍດີ
Bashar al-Assad ທີ່ວໍ​ຊິງ​ຕັນ​ ​ໄດ້​ຖິ້ມ​ໂທດ​ໃສ່​ວ່າ ​ເປັນ​ຜູ້​ຮັບ ຜິດ​ຊອບ​ໃນ​ການ​ໂຈມ​ຕີເມື່ອ​ເດືອນ​ສິງຫານັ້ນ.

ການ​ຕັດສິນ​ໃຈ​ໄດ້​ເກີດ​ຂື້ນ ​ຫລັງ​ຈາກອົງການ​ເກືອດ​ຫ້າມ​ໃນ​ການ​ນຳ​ໃຊ້​ອາວຸດ​ເຄມີ ໃຫ້
ການ​ອະນຸມັດ​ຕໍ່​ແຜນການ​ທີ່​ກຳນົດ​ເວລາ​ໃນ​ການ​ຈົດ​ບັນທຶກ​ແລະ​ໃນ​ທີ່​ສຸດ​ກໍ​ທໍາລາຍອາ
ວຸດ​ເຄມີ​ຂອງຊີ​ເຣຍນັ້ນ.

​ໃນ​ຕອນ​ເຊົ້າ​ວັນ​ສຸກ​ວານ​ນີ້ ລັດຖະມົນຕີ​ການ​ຕ່າງປະ​ເທດ ຊີ​ເຣຍ ທ່ານ Walid Muallem ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ວ່າ ຊີ​ເຣຍຈະ​ໃຫ້ການ​ສະໜັບສະໜຸນຕໍ່ມະຕິ​ດັ່ງ ກ່າວ “ຕາບໃດ​ທີ່​ມັນ​ຍັງ​ເປັນ​ໄປຕາມ​ຄວາມ​ໝາຍ​ໝັ້ນຂອງ​ພວກ​ເຮົາ ​ໃນ​ເວລາ​ພວກເຮົາເຂົ້າ​ຂໍ້​ຕົກລົງນີ້.” ທ່ານກ່າວ​ວ່າ ລັດຖະບານຊີ​ເຣຍ “​ມີ​ຄວາມ​ໝາຍ ໝັ້ນ​ຢ່າງ​ຈິງ​ຈັງທີ່​ຈະ​ປະຕິບັດ​ຕາມ​ພັນທະ​ຂອງ​ພວກ​ເຮົາ.”

Syria
please wait
Embed

No media source currently available

0:00 0:01:56 0:00
XS
SM
MD
LG