ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ສ​ຫລ ໃຊ້ທູດ​ພິ​ເສດຂອງ​ຕົນ ເພື່ອ​ຊ່ວຍ “ຟື້ນ​ຟູ​ປະ​ຊາ​ທິ​ປະ​ໄຕ” ໃນ ເວ​ເນ​ຊູ​ເອ​ລາ


ທ່ານ ແອລລິ​ອັອດ ເອ​ບ​ຣາມ​ສ໌ (Elliott Abrams) (ຊ້າຍ) ກຳ​ລັງ ຟັງ ທ່ານ ໄມ​ຄ໌ ພອມ​ພຽວ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ກ່າວ​ກ່ຽວ​ກັບ ​ເວ​ເນ​ຊູ​ເອ​ລາ ຢູ່ກະ​ຊວງ​ການ​ຕ່າງ​ປະ​ເທດສະ​ຫະ​ລັດ ໃນ​ວັນ​ທີ 25 ມັງ​ກອນ, 2019
ທ່ານ ແອລລິ​ອັອດ ເອ​ບ​ຣາມ​ສ໌ (Elliott Abrams) (ຊ້າຍ) ກຳ​ລັງ ຟັງ ທ່ານ ໄມ​ຄ໌ ພອມ​ພຽວ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ກ່າວ​ກ່ຽວ​ກັບ ​ເວ​ເນ​ຊູ​ເອ​ລາ ຢູ່ກະ​ຊວງ​ການ​ຕ່າງ​ປະ​ເທດສະ​ຫະ​ລັດ ໃນ​ວັນ​ທີ 25 ມັງ​ກອນ, 2019

ທ່ານ ໄມ​ຄ໌ ພອມ​ພຽວ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດສະ​ຫະ​ລັດ ໄດ້​ແຕ່ງ​ຕັ້ງອະ​ດີດ​ ຜູ້ກຳ​ນົດ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ອະ​ວຸ​ໂສ, ທ່ານ ແອລລິ​ອັອດ ເອ​ບ​ຣາມ​ສ໌ (Elliott Abrams) ໃຫ້​ເປັນ​ທູດ​ພິ​ເສດຮັບ​ຜິດ​ຊອບດ້ານນະ​ໂຍ​ບາຍຂອງ​ສະ​ຫະ​ລັດ​ຕໍ່ເວ​ເນ​ຊູ​ເອ​ລາ ໂດຍ​ມີ​ໜ້າ​ທີ່​ຊ່ວຍ “ຟື້ນ​ຟູ​ປະ​ຊາ​ທິ​ປະ​ໄຕ” ໃຫ້​ແກ່​ປະ​ເທດ ​ຢູ່​ໃນ​ທະ​ວີບ​ອາ​ເມ​ຣິ​ກາ​ໃຕ້​ແຫ່ງນັ້ນ.

ທ່ານ ພອມ​ພຽວ ໄດ້​ກ່າວປະ​ກາດດັ່ງ​ກ່າວ​ ໃນຕອນ​ບ່າຍ​ວັນ​ສຸກວານນີ້ ຢູ່​ນະ​ຄອນ​ຫລວງວໍ​ຊິງ​ຕັນ ກ່ອນໜ້າ​ການ​ໄຂກອງ​ປະ​ຊຸມ​ນັດ​ພິ​ເສດຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ຂອງ​ອົງ​ການສະ​ຫະ​ປະ​ຊາ​ຊາດທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ເສົາ​ມື້ນີ້. ທ່ານ ພອມ​ພຽວ​ເວົ້າ​ວ່າ ທ່ານ ເອ​ບ​ຣາມ​ສ໌ຈະ​ເດີນ​ທາງ​ໄປ​ກັບ​ທ່ານ ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມດັ່ງ​ກ່າວ ທີ່​ສະ​ຫະ​ລັດ​ເປັນ​ຜູ້ລິ​ເລີ້ມນັ້ນ.

ທ່ານນາງ ມີ​ແຊ​ລ ບາ​ເຊີ​ແລັດ (Michelle Bachelet) ຫົວ​ໜ້າ​ດ້ານ​ສິດ​ທິ​ມະ​ນຸດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ​ເປັນ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ ຊີ​ເລ
ທ່ານນາງ ມີ​ແຊ​ລ ບາ​ເຊີ​ແລັດ (Michelle Bachelet) ຫົວ​ໜ້າ​ດ້ານ​ສິດ​ທິ​ມະ​ນຸດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ​ເປັນ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ ຊີ​ເລ

ທ່ານ ພອມ​ພຽວເວົ້າ​ວ່າ ສະ​ຫະ​ລັດ​ຄິດ​ວ່າ "ທຸກໆ​ປະ​ເທດ ​ຄວນ​ໃຫ້​ການຮັບ​ຮູ້" ແກ່​ທ່ານກວາ​ອີໂດ ຜູ້​ນຳ​ຂອງ​ສະ​ພາ​ແຫ່ງ​ຊາດ​ວ່າ ເປັນ​ຜູ້​ນຳ​ຊົ່ວ​ຄາວ​ຂອງ​ເວ​ເນ​ຊູ​ເອ​ລາ ຄື​ກັນ​ກັບ​ສະ​ຫະ​ລັດ . ​ທ່ານ​ເອີ້ນ ປະທານາທິບໍດີມາດູໂຣ ທີ່​ມີ​ການ​ຂັດ​ແຍ້ງ​ກັນ​ນັ້ນ​ວ່າ ເປັນ "ຜູ້​ຜະ​ເດັດ​ການ​ທີ່​ປ່າ​ເຖື່ອນ" ແລະ​ເວົ້າ​ວ່າ ທ່ານ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ເວ​ເນ​ຊູ​ເອ​ລາຢ່າງ​ຫລວງຫລາຍ.

ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ຂ່າວນີ້:

Trump Recognition of Venezuelan Opposition a Break From Non-Interventionism
please wait

No media source currently available

0:00 0:02:27 0:00

ທ່ານ ພອມ​ພຽວ ເວົ້າອີກ​ວ່າ ສະ​ຫະ​ລັດຫວັງ​ວ່າ ເວ​ເນ​ຊູ​ເອ​ລາຈະ​ມີ​ການ​ເລືອກ​ຕັ້ງທີ່​ເສ​ລີແລະ​ຍຸ​ຕິ​ທຳ ເພື່ອ​ເລືອກ​ເອົາ​ຜູ້​ນຳ​ຄົນ​ໃໝ່. ທ່ານ​ຍັງ​ໃຫ້​ສັນ​ຍາ​ວ່າ ບັນ​ດາ​ນັກ​ການ​ທູດ​ສະ​ຫະ​ລັດ ​ຢູ່​ໃນເວ​ເນ​ຊູ​ເອ​ລາ ທີ່​ຖືກທ່ານມາດູໂຣ ​ສັ່ງ​ໃຫ້ອອກ​ຈາກ​ປະ​ເທ​ດ​ດັ່ງ​ກ່າວ​ ໃນ​ວັນ​ພຸດ​ຜ່ານ​ມານັ້ນ ຈະ​ໄດ້​ຮັບ​ການ​ປົກ​ປ້ອງ​ໃນ​ຂະ​ນະ​ທີ່​ຢູ່​ໃນເວ​ເນ​ຊູ​ເອ​ລາ. ທ່ານບອກວ່າ ລັດ​ຖະ​ບານສະ​ຫະ​ລັດ ໄດ້​ເອົາ “ມາດ​ຕະ​ການທຸກ​ຢ່າງ​ທີ່​ເໝາະ​ສົມ” ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພໃຫ້​ແກ່​ພວກ​ເຂົາ​ເຈົ້າ. ແຕ່ທ່ານບໍ່​ໄດ້​ໃຫ້ລາຍ​ລະ​ອຽດ​ ກ່ຽວ​ກັບ​ແຜນ​ການ​ເຫລົ່າ​ນັ້ນແຕ່​ຢ່າງ​ໃດ​ເລີຍ.

ໃນ​ຕອນ​ເຊົ້າໆ ຂອງວັນ​ສຸກວານນີ້ ຫົວ​ໜ້າ​ດ້ານ​ສິດ​ທິ​ມະ​ນຸດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ທ່ານນາງ ມີ​ແຊ​ລ ບາ​ເຊີ​ແລັດ (Michelle Bachelet) ຮຽກ​ຮ້ອງ​ໃຫ້​ມີ​ການ​ພົບ​ປະ​ກັນ ເພື່ອ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ໃນເວ​ເນ​ຊູ​ເອ​ລາຜ່ອນ​ຄາຍ​ລົງ ໂດຍ​ເວົ້າ​ວ່າ ສະ​ຖາ​ນະ​ການ "ອາດ​ຈະ​ຮ້າຍ​ແຮງຂຶ້ນຢ່າງ​ໄວ​ວາ ​ແບບ​ຄວບ​ຄຸມບໍ່​ໄດ້​ ໂດຍ​ເຮັດ​ໃຫ້​ມີຄວາມ​ຫາຍ​ນະ​ນະ​ຕາມ​ມາ."

ຢູ່​ໃນ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງນັ້ນ ທ່ານນາງ ບາ​ເຊີ​ເລ ໄດ້​ຮຽກ​ຮ້ອງ​ໃຫ້ມີ​ການ​ສືບ​ສວນ​ແບບ​ອິດ​ສະ​ຫລະ ຕໍ່​ການກໍ່​ຄວາມ​ຮຸນ​ແຮງທີ່​ໄດ້​ສັງ​ຫານ​ຊີວິດ​ຂອງ 20 ຄົນ ແລ​ະ​ຫລາຍກວ່າ 350 ຄົນ​ທີ່​ເຂົ້າ​ຮ່ວມ​ການ​ປະ​ທ້ວງຖືກ​ຈັບ ໃນ​ອາ​ທິດ​ຜ່ານ​ມານີ້.

ທ່ານ​ນາງ​ໃຫ້​ຄຳ​ເຫັນ​ວ່າ "ເຫດ​ການກໍ່​ຄວາມ​ຮຸນ​ແຮງ​ໃດໆ ທີ່​ພາ​ໃຫ້​ມີ​ການ​ເສຍ​ຊີ​ວິດ ຫລື​ບາດ​ເຈັບ ຄວນ​ໄດ້​ຮັບ​ການ​ສືບ​ສວນ​ຢ່າງ​ເປັນ​ອິດ​ສະ​ຫລະ ແລະທ່ຽງ​ທຳ ເພື່ອ​ຊອກ​ຮູ້​ວ່າ ມີ​ການ​ໃຊ້​ກຳ​ລັງ​ເກີນ​ໄປ​ຂອງ​ເຈົ້າ​ໜ້າ​ທີ່​ ຫລືບໍ່ ຫລື​ ເພື່ອ​ເບິ່ງວ່າ ການກໍ່​ອາດ​ຊະ​ຍາ​ກຳ​ ໂດຍພວກ​ກຸ່ມ​ທີ່ປະ​ກອບອາ​ວຸດ​ນັ້ນ ແມ່ນ​ສະ​ໜັບ​ສະ​ໜຸນ​ລັດ​ຖະ​ບານບໍ ຫລື ວ່າ ຕ້ານ​ລັດ​ຖະ​ບານ.”

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG