ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

Apple ແລະເຈົ້າໜ້າທີ່ ປະເຊີນໜ້າກັນ ຢູ່ທີ່ສະພາ ກ່ຽວກັບເລື້ອງ ໂທລະສັບ iPhone ຂອງມືປືນ


ຫົວໜ້າຫົວໜ້າ​ອົງການ​ສືບສວ​ນຂອງລັດຖະບານ​ກາງ FBI
ທ່ານ James Comey ໃຫ້ການຕໍ່ລັດຖະສະພາສະຫະລັດ ທີ່ ນະຄອນຫລວງວໍຊິງຕັນ.
ຫົວໜ້າຫົວໜ້າ​ອົງການ​ສືບສວ​ນຂອງລັດຖະບານ​ກາງ FBI ທ່ານ James Comey ໃຫ້ການຕໍ່ລັດຖະສະພາສະຫະລັດ ທີ່ ນະຄອນຫລວງວໍຊິງຕັນ.

ກະຊວງ​ຍຸຕິ​ທຳສະຫະລັດ ​ແລະ​ບໍລິສັດ​ຍັກ​ໃຫຍ່ ​ເທັກ​ໂນ​ໄລ​ຈີ
Apple ​ໄດ້ປະ​ເຊີນ​ໜ້າ​ກັນກ່ຽວ​ກັບຂໍ້​ມູນທີ່​ຖືກ​ລັອກ ຢູ່​ໃນ​ໂທ
ລະສັບ iPhone ​ໃນ​ການ​ຕອບ​ຄຳຖາມ​ຂອງສະພາ​ໃນ​ວັນ​ອັງ
ຄານວານ​ນີ້ ກ່ຽວ​ກັບ​ຄວາມ​ພະຍ​າຍາມເພື່ອບັງ​ຄັບ​ໃຫ້ບໍລິສັດ
Apple ຊ່ວຍ​ຄະນະ​ສືບສວນສະຫະລັດ​ໃນ​ການ​ເຈາະ​ເຂົ້າ​ໄປ
ໃນ​ໂທລະສັບ​ດັ່ງກ່າວ ທີ່​ໃຊ້​ໂດຍພວກ​ກໍ່​ການ​ຮ້າຍ ​ຢູ່​ທີ່​ເມື​ອງ
San Bernardino ລັດ California.

ຢູ່​ໃນ​ການ​ຮັບ​ຟັງ​ຄຳ​ໃຫ້ການຕໍ່ສະພານັ້ນບັນດາສະມາຊິກ​ສະ​
ພາ​ໄດ້​ສ​ະ​ແດງ​ ຄວາມສົງ​ໄສຕໍ່ ຫົວໜ້າ​ອົງການ​ສືບສວ​ນຂອງ
ລັດຖະບານ​ກາງ ທ່ານ James Comey ທີ່​ໄດ້​ໂຕ້​ຖຽງ​ກ່ຽວ​ກັບ​ວ່າ ​ເປັນ​ຫຍັງ​ບັນດາ​ເຈົ້າ​ໜ້າ​ທີ່​ຈຶ່ງ​ຕ້ອງການ​ໃຫ້​ສານບັງຄັບ​ໃຫ້ ບໍລິສັດ Apple ສ້າງ​ຊອບ​ແວ​ ທີ່​ຈະຊ່ວຍ​ເຂົາ​ເຈົ້າ​ເຈາະ​ເຂົ້າ​ໄປໃນ​ໂທລະສັບ iPhone ທີ່ໄດ້​ໃຊ້​ໂດຍ ທ້າວ Syed Rizwan Farook ພ້ອມ​ດ້ວຍ​ພັນລະ​ຍາ​ຂອງ​ລາວ ທີ່​ໄດ້​ສັງຫານ 14 ຄົນ ​ແລະບາດ​ເຈັບອີກ 22 ຄົນ​ໃນ​ການ​ຍິງສັງຫານ​ໝູ່​ໃນເດືອນ​ທັນວາ​ທີ່​ຜ່ານ​ມາ​ນີ້.

ທ່ານ Comey ກ່າວ​ຕໍ່​ຄະນະ​ກຳມະການ​ວ່າ ອົງການ​ສັນຕິ​ບານ​ກາງ​ຕ້ອງການ​ທີ່​ຈະ​ເຂົ້າ​
ເຖິງ​ລະບົບ​ສື່ສານ​ດີ​ຈີໂທລຫຼາຍຂຶ້ນ​ເພື່ອ​ປົກ​ປ້ອງ​ໃຫ້​ຊາວ​ອາ​ເມ​ຣິກັນ​ມີ ຄວາມ​ປອດ​ໄພ
ຈາກ​ພວກ​ລັກພາ​ໂ​ຕ​ເດັກນ້ອຍ​ພວກ​ລ່ວງ​ລະ​ເມີດທາງ​ເພດ​ແລະ ກຸ່ມ​ກໍ່​ການ​ຮ້າຍ​ຕ່າງໆ
​ເຊັ່ນ​ກຸ່ມ​ລັດ​ອິສລາມ​ເປັນຕົ້ນ.

Apple, FBI Face Off in Congressional Hearing
please wait

No media source currently available

0:00 0:02:08 0:00

ບັນດາ​ສະມາຊິກ​ສະພາຈຳ​ນວນ​ໜຶ່ງ ​ໄດ້​ຕິຕຽນ​ທ່ານ Comey ທີ່​ຫັນ​ໜ້າໄປ​ຫາ​ສານ ​ແທນ​ທີ່​ຈະ​ແມ່ນສະພາໃນ​ການ​ໃຫ້​ຄວາມ​ຊ່ວຍ​ເຫລືອເພື່ອສື​ບສວນກ່ຽວ​ກັບ ການ​ຍິງ​ກັນ. ສະ
ມາຊິກຄົນ​ສຳຄັນ​ຂອງ​ພັກ​ເດ​ໂມ​ແຄຣັດທ່ານ John Conyers ​ໄດ້​ຮ້າຍ​ FBI ທີ່​ໄດ້​ຮ້ອງ​ຂໍ​
ໃຫ້ສານ​ລັດຖະບາ​ນກາງ ​ເພື່ອອະນຸຍາດ​ໃຫ້​ເຂົາ​ເຈົ້າເປັນການພິ​ເສດເຈາະເ​ຂົ້າ​ໄປໃນ
smartphone. ທ່ານ Conyers ກ່າວ​ວ່າ ຄະນະ​ກຳມະການ​ຍຸຕິ​ທຳສະພາ​ຕໍ່າ ​ເປັນ​ບ່ອນ
​ຖືກຕ້ອງ​ທີ່ຈະ​ເລີ້ມການອະພິປາຍ ​ທີ່​ສຳຄັນ ກ່ຽວ​ກັບ​ການ​ແລກປ່ຽນ​ລະຫວ່າງຄວາ​ມໝັ້ນ
ຄົງ​ຂອງ​ປະ​ເທດ ​ແລະສິດທິໃນດ້ານ​ສ່ວນຕົວ. ທ່ານ Conyers ກ່າວ​ເພີ້​ມອີກ​ວ່າ ທ່ານ
“ຈະ​ມີ​ຄວາມ​ຜິດ​ຫວັງຢ່າງ​ເລິກ​ເຊີ່ງ ຖ້າ​ຫາກເຫັນ​ວ່າ ລັດຖະບານ ພົບ​ເຫັນ​ເປັນ​ການສວຍ ໃຊ້​ໂສກ​ນາດ​ຕະກຳ​ຂອງປະທດ ​ໃນ​ການຫາ​ທາງປ່ຽນ​ແປງ​ກົດໝາຍ.

Apple Terrorist Phone
please wait
Embed

No media source currently available

0:00 0:02:37 0:00

XS
SM
MD
LG