ບໍລິສັດ Apple ໄດ້ຮັບອານຸຍາດໃຫ້ທົດລອງແລ່ນລົດທີ່ບໍ່ມີຄົນຂັບໃນທ້ອງຖະໜົນຂອງລັດຄາລິຟໍເນຍ ຊຶ່ງກາຍເປັນບໍລິສັດທີ່ທໍາການທົດລອງທາງດ້ານເທັກໂນໂລຈີຄັ້ງຫລ້າ ສຸດ.
ພະແນກພາຫະນະຂົນສົ່ງຂອງລັດຄາລິຟໍເນຍເວົ້າໃນວັນສຸກຜ່ານມານີ້ວ່າບໍລິສັດ Apple ໄດ້ຮັບອານຸຍາດໃຫ້ທໍາການທົດລອງແລ່ນລົດສາມຄັນທີ່ຜະລິດດ້ວຍບໍລິ
ສັດ Lexus.
ພະແນກພາຫະນະຂົນສົ່ງຂອງລັດຄາລິຟໍເນຍເວົ້າໃນວັນສຸກຜ່ານມານີ້ວ່າ Apple ໄດ້
ຮັບອານຸຍາດໃຫ້ທໍາການທົດລອງແລ່ນລົດສາມຄັນ ທີ່ຜະລິດດ້ວຍບໍລິສັດ Lexus.
ເຈົ້າໜ້າທີ່ ບໍລິສັດ Apple officials ຮູ້ສຶກບໍ່ແນ່ໃຈມານານແລ້ວ ວ່າບໍລິສັດມີແຜນຈະເຂົ້າຮ່ວມການແຂ່ງຂັນທີ່ຮຸນແຮງໃນການອອກແບບທາງເທັກໂນໂລຈີ ແກ່ລົດທີ່ບໍ່ມີຄົນ
ຂັບ.
ນອກເໜືອໄປຈາກການຊີ້ໃຫ້ເຫັນໜັງສືຂອງບໍລິສັດທີ່ຂຽນໃນປີກາຍນີ້ທີ່ສະແດງໃຫ້ເຫັນ
ວ່າ ບໍລິສັດດັ່ງກ່າວ ມີຄວາມສົນໃຈໃນເລື່ອງເທັກໂນໂລຈີຂອງລົດທີ່ບໍ່ມີຄົນຂັບແລ້ວບໍລິ
ສັດຍັກໃຫຍ່ທາງດ້ານເທັກໂນໂລຈີ ທີ່ຕັ້ງຢູ່ລັດຄາລິຟໍເນຍແຫ່ງນີ້ ກໍບໍ່ໄດ້ໃຫ້ຄໍາຄິດເຫັນ
ຫຍັງກ່ຽວກັບການໄດ້ຮັບອານຸຍາດດັ່ງກ່າວ ໃນວັນສຸກວານນີ້.