ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສຫລ ສັນລະ​ເສີນ ​ລມຕ ສະຫະພາບ ຢູໂຣບ ຕໍ່ການລົງໂທດ ເຈົ້າໜ້າທີ່ ຊີເຣຍ


ພົນລະເມືອງ ພະຍາຍາມ ໃຊ້ຖົງອາກາດ oxygen ຫຼັງຈາກທີ່
ພວກກູ້ໄພ ໄດ້ອະທິບາຍເຖິງເຫດການ ໃນເມືອງ Khan Sheikhoun ເຂດທີ່ໝັ້ນໃນເແຂວງ Idlib ຂອງພວກຕໍ່ຕ້ານ ໃນຊີເຣຍ, 4 ເມສາ, 2017.
ພົນລະເມືອງ ພະຍາຍາມ ໃຊ້ຖົງອາກາດ oxygen ຫຼັງຈາກທີ່ ພວກກູ້ໄພ ໄດ້ອະທິບາຍເຖິງເຫດການ ໃນເມືອງ Khan Sheikhoun ເຂດທີ່ໝັ້ນໃນເແຂວງ Idlib ຂອງພວກຕໍ່ຕ້ານ ໃນຊີເຣຍ, 4 ເມສາ, 2017.

ສະຫະລັດ ສັນລະ​ເສີນ​ສະຫະພາບ​ຢູ​ໂຣບ ​ທີ່​ໄດ້​ທຳການ​ລົງ​ໂທດ​ໃນ​ວັນ​ຈັນ​ວານ​ນີ້ຕໍ່​
ເຈົ້າ​ໜ້າ​ທີ່​ທະຫານອະ​ວຸ​ໂສ ​ແລະ ພວກ​ນັກວິທະຍາສາດ ຂອງຊີ​ເຣຍ 16 ຄົນ ທີ່​ພົວ
ພັນ​ກັບ ການ​ໂຈມ​ຕີ​ດ້ວຍ​ອາວຸດ​ເຄມີ ຕໍ່​ພົນລະ​ເຮືອນ.

“​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ຮ່ວມ​ກັນ ລະຫວ່າງ ສະຫະລັດ ​ແລະ​ສະຫະພາບ
​ຢູ​ໂຣບ ​ແມ່ນ​ສ່ວນ​ນຶ່ງ​ຂອງ​ການ​ສືບ​ຕໍ່ພະຍາຍາມຂອງ​ປະຊາ​ຄົມນາໆ​ຊາດ ​ເພື່ອ​
ບັງ​ຄັບໃຫ້ລະບອບ​ການ​ປົກຄອງ​ຂອງ​ທ່ານ Assad ຮັບຜິດຊອບໃນ​ການ​ລ່ວງ
ລະ​ເມີດ​ຕໍ່​ຫລັກການ​ທີ່​ມີ​ມາ​ເປັນ​ເວລາ​ຍາວ​ນານຂອງ​ໂລກ ໃນການ​ນຳ​ໃຊ້​ອາວຸດ​
ເຄມີ,”
ນັ້ນ​ແມ່ນ​ຄຳ​ເວົ້າຂອງທ່ານ​ນາງ Heather Nauert ​ໂຄສົກ​ຂອງ​ກະຊວງ​
ການ​ຕ່າງປະ​ເທດສະຫະລັດ.

ພວກເຈົ້າ​ໜ້າ​ທີ່​ຊີ​ເຣຍທັງ 16 ຄົນ ທີ່​ຖືກ​ລົງ​ໂທດ ​ໃນ​ວັນ​ຈັນ​ວານ​ນີ້ ຈະຖືກ​ຫ້າມ​ບໍ່​ໃຫ້​
ເດີນ ທາງເຂົ້າ​ໄປໃນສະຫະພາບ​ຢູ​ໂຣບ ​ແລະຊັບ​ສິນ​ພວກ​ເຂົາ​ເຈົ້າ ໃນສະຫະພາບ
​ຢູ​ໂຣບ ກໍ​ຈະ​ຖືກ​ກັກນຳ.

ລັດຖະມົນຕີການ​ຕ່າງປະ​ເທດ​ອັງກິດ ທ່ານ Boris Johnson ເອີ້ນການ​ເອົາ​ບາດກ້າວ ​
ໃນ​ວັນ​ຈັນ​ວານ​ນີ້ ໂດຍ​ບັນດາ​ລັດຖະມົນຕີຂອງສະຫະພາບ​ຢູ​ໂຣບວ່າເປັນການ​ຕົກລົງ​
ທີ່​ດີ ​ແລະ ​ໄດ້​ກ່າວ​ວ່າ ທ່ານ​ແມ່ນ​ຊື່ນ​ຊົມ​ຍິນ​ດີ ທີ່​ບັນດາ​ລັດຖະມົນຕີ​ທັງຫຼາຍ ສາມາດ​
ຮວມຕົວ​ກັນ​ເພື່ອແກ້​ໄຂ​ບັນຫາ​ດັ່ງກ່າວ.

ອົງການ​ສະຫະ​ປະຊາ​ຊາດ​ແລະ​ອົງການ​ຫ້​າມ​ນຳ​ໃຊ້​ອາວຸດເຄມີ ​ແມ່ນ​ພວມ​ທຳ​ການ​
ສືບສວນ​ ​ຮ່ວມ​ກັນ ​ໃນ​ການໂຈມ​ຕີ​ດ້ວຍແກັສ sarin ​ໃນ​ເດືອນ​ເມສາ​ທີ່​ຜ່ານ​ມາ ​ທີ່​ເມືອງ
Khan Sheikhun ​ປະ​ເທດ​ຊີ​ເຣຍ ທີ່​ໄດ້​ສັງຫານ​ຢ່າງ​ນ້ອຍ 87 ຄົນ.

​ວີ​ດີ​ໂອ​ຂອງ​ການ​ໂຈມ​ຕີ ​ແມ່ນ​ຮວມຮູບ​ຂອງ​ພວກ​ເດັກນ້ອຍທີ່​ມີຝອດອອກ​ມາ​ຈາກປາກ
ແລະ​ດີ້ນຮົນ​ເພື່ອ​ໃຫ້ຫາ​ຍ​ໃຈ​ໄດ້.

ສະຫະລັດ ຖິ້ມ​ໂທດ​ໃສ່ລະບອບ​ການ​ປົກຄອງ​ຂອງ​ທ່ານ Assad ທີ່ພາ​ໃຫ້ປະທານາ
ທິບໍດີ​ທຣຳ ສັ່ງ​ໃຫ້​ທຳ​ການ​ໂຈມ​ຕີ​ທາງ​ອາກາດ ໃສ່​ຖາ​ນທັບ​ອາກາດຊີ​ເຣຍ ທີ່​ໃຊ້​ເປັນ
ບ່ອນໂຈມ​ຕີ​ດ້ວຍແກັສຊາ​ຣິນ​ນັ້ນ.

ຊີ​ເຣຍ ​ປະຕິ​ເສດ​ວ່າ ຕົນ​ບໍ່​ມີ​ຄວາມ​ຮັບຜິດຊອບ​ໃດໆ​ໃນ​ການ​ໂຈມ​ຕີດ້ວຍອາວຸດເຄມີ
ຄັ້ງ​ນີ້ແລະ​ຄັ້ງ​ກ່ອນໆ ຕໍ່​ພົນລະ​ເຮືອນ ​ໂດຍ​ໄດ້​ຖິ້ມ​ໂທດໃສ່​ອັນ​ທີ່​ພວກ​ເຂົາ​ເອີ້ນວ່າ
ພວກ​ກໍ່​ການຮ້າຍ ຊຶ່ງແມ່ນ​ຄຳ​ເວົ້າ​ທີ່​ພວກ​ເຂົາ​ໝາຍ​ເຖິງ ​ຝ່າຍຕໍ່​ຕ້ານນັ້ນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG