ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານສະຫະລັດ ຕັດສິນ ຕ່າວ​ປິ້ນ ກົດໝາຍ ການ​ປ່ອນ​ບັດ ທີ່​ຈຳກັດຮັດ​ແຄບ​


ກອງເອກກະສານຂອງລັດຖະບານ ທີ່ອະທິບາຍເຖິງກົດໝາຍ ຂັດແຍ້ງຂອງ ລັດ North Carolina ທີ່ໃຫ້ສ​ະ​ແດງ​​ບັດປະຈຳ​ໂຕ.
ກອງເອກກະສານຂອງລັດຖະບານ ທີ່ອະທິບາຍເຖິງກົດໝາຍ ຂັດແຍ້ງຂອງ ລັດ North Carolina ທີ່ໃຫ້ສ​ະ​ແດງ​​ບັດປະຈຳ​ໂຕ.

ສານ​ຢູ່​ໃນ​ສາມ​ລັດ​ຂອງ​ສະຫະລັດ ຄື​ລັດ North Carolina, Wisconsin ​ແລະ Kansas ​ໄດ້​ຕັດສິນໃນ​ວັນ​ສຸກ​ວານ​ນີ້ ຕ່າວ​ປິ້ນກົດໝາຍການ​ປ່ອນ​ບັດທີ່​ຈຳກັດຮັດ​ແຄບ​ນັ້ນ​.

ການ​ຕັດສິນ​ດັ່ງກ່າວ​ມີຂຶ້ນ ບໍ່​ເທົ່າ​ໃດ​ເດືອນ ​ກ່ອນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ​ໃນວັນ​ທີ 8 ​ເດືອນ​ພະຈິກ​ ຊຶ່ງ​ພວມ​ມີການ​ແຂ່ງຂັນ​ຢ່າງ​ຝົດ​ເດືອດ​ລະຫວ່າງນັກ ​ທຸລະ​ກິດມະຫາ​ເສດ​ຖີອະສັງຫາລິມະ​ຊັບ ຈາກພັກຣີພັບ​ບລິ​ກັນ ທ່ານ Donald Trump ​ແລະ​ອະດີດ​ລັດຖະ ມົນ​ຕີຕ່າງປະ​ເທດສະຫະລັດ ທ່ານ​ນາງ Hillary Clinton ຜູ້ສະໝັກສັງກັດ​ພັກ​ເດ​ໂມ​ແຄຣັດ.

ການ​ຕັດສິນ​ຢູ່​ໃນທັງສາມ​ລັດນີ້ ຈະ​ເປັນ​ຜົນໃຫ້​ພວກ​ຊົນກຸ່ມ​ນ້ອຍ​ໃນ​ຈຳນວນ​ຫຼາຍຂຶ້ນ​ ພາ​ໄປ​ກັນ​ໄປ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ​ໃນ​ເດືອນ​ພະຈິກ.

​ກົດໝາຍທີ່​ມີ​ການ​ຈຳກັດ​ຮັດ​ແຄບ​ເຫຼົ່ານີ້​ ສ່ວນໃຫຍ່​ໄດ້​ເກີດ​ຂຶ້ນ ຫລັງ​ຈາກ​ການ​ເລືອກ​ຕັ້ງ​ປະທານາທິບໍດີ Barack Obama ທີ່ສັງກັດ​ພັກ​ເດໂມ​ແຄຣັດ ​ແລະ​ເປັນຜູ້ນຳປະ​ເທດຄົນ​ທຳ​ອິດ​ທີ່​ເປັນຄົນອາ​ເມຣິກັນເຊື້ອສາຍ​ອາ​ຟຣິກາ​.

ບັນດາ​ຜູ້​ສະໜັບສະໜູນ​ມາດ​ຕະການຈຳກັດ​ຮັດແຄບກ່າວ​ວ່າ ​ເຂົາ​ເຈົ້າ​ຫ້າມພວກ ​ປ່ອນ​ບັດ​ທີ່​ມີ​ການ​ປອມ​ແປງ​ເອກ​ກະສາ​ນ ​ເຖິງ​ຢ່າງ​ໃດ​ກໍ​ດີ ການ​ຄົ້ນ​ຄວ້າ​ຫຼາຍຄັ້ງ​ ​ໄດ້​ສະ​ແດງ ​ໃຫ້​ເຫັນ​ວ່າ ການ​ຂີ້​ໂລບຢູ່ບັນດາ​ໜ່ວຍ​ບັດ​ໃນ​ສະຫະລັດ​ນັ້ນ​ມີໜ້ອຍ​ທີ່​ສຸດ.

ຜູ້​ພິພາກສາ​ສານ​ອຸທອນ​ເຂດ​ສີ່ ​ຂອງສະຫະລັດ​ຄົນ​ນຶ່ງກ່າວ​ວ່າ ຄະດີ​ຂອງ​ລັດ North Carolina ທີ່​ສະມາຊິກ​ສະພາ​ນິຕິບັນ​ຢັດ​ຂອງ​ລັດໄດ້​ອອກ​ກົດໝາຍແນເປົ້າ​ໝາຍ ໃສ່​ຊາວ​ອາ​ເມຣິກັນເຊື້ອສາຍ​ອາ​ຟຣິການັ້ນ “​ເກືອບ​ວ່າ​ແນ່ນອນ​ເປັນ​ການ​ໂຈມ​ຕີ​ທີ່​ກົງ​ເປົ້າໝາຍ.” ຜູ້​ພິພາກສາ ທ່ານ​ນາງ Dianna Motz ​ໄດ້​ຂຽນວ່າ “ພວກ​ເຮົາ​ບໍ່​ສາມາດ​ເມີນ​ເສີຍ​ຕໍ່ຫລັກ​ຖານ​ຫວ່າງ​ມໍ່ໆ​ມາ​ນີ້ ​ເພາະ​ເປັນ​ເລື້ອງເຊື້ອຊາດຜິວ​ພັນ ສະມາຊິກ​ສະພາ​ນິຕິບັນ​ຢັດ​ຈຶ່ງ​ໄດ້ ປະກາດ​ໃຊ້ ນຶ່ງໃນ​ຈຳນວນ​ກົດໝາຍ ​ທີ່​ມີ​ການ​ຈຳກັດ​ຮັດ​ແຄບສິດທິ​ໃນ​ການ​ປ່ອນ​ບັດ​ທີ່ ໃຫຍ່ທີ່​ສຸດ​ ​ຢູ່ໃນ​ປະຫວັດສາດ​ສະ​ໄໝ​ໃໝ່​ຂອງ​ລັດ North Carolina.

ການ​ຕັດສິນ​ຂອງສານ​ອຸທອນ​ໄດ້​ຕ່າວ​ປີ້ນ​ກົດໝາຍ​ລັດ North Carolina ທີ່ບັງ ຄັບໃຫ້​ບັນດາ​ຜູ້​ມີ​ສິດປ່ອນ​ບັດ​ສ​ະ​ແດງບັດປະຈຳ​ໂຕນັ້ນ ​ໂດຍ​ກ່າວ​ວ່າ ​ເປັນການ ກົດໝາຍ​ທີ່​ຕັ້ງ​ໃຈ​ຈະ​ຈຳ​ແນ​ກກີດ​ກັນ​ຕໍ່ຊາວ​ອ​າ​ເມຣິກັນເຊື້ອສາຍ​ອາ​ຟຣິກາ. ​ ການ​ຕັດສິນ​ນີ້ ຍັງ​ຕ່າວ​ປີ້ນ ຕໍ່​ການຈຳກັດ ​ການປ່ອນ​ບັດ​ກ່ອນ​ເວລາ ການ​ຈຳກັດໃນ​ການ​ຈົດ​ທະບຽນ​ແລະ​ປ່ອນ​ບັດ​ໃນວັນ​ດຽວ​ກັນ ​ແລະໃຫ້ສາມາດ​ໄປ​ປ່ອນ​ບັດ​ຢູ່​ນອກ​ໜ່ວຍປ່ອນ​ບັດ​ທີ່​ໄດ້ກຳນົດ​ໄວ້​.ພວກ​ຜູ້ນຳ​ຂອງ​ສະພາ​ນິຕິບັນ​ຢັດ​ຂອງ​ລັດ​ກ່າ​ວ່າ ຕົນ​ຈະ​ຂໍ​ອຸທອນ​ຕໍ່​ການ​ຕັດສິນ​ນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG