ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານ​ອຸ​ທອນ​ ສ​ຫລ ຕັດ​ສິນຄັດຄ້ານ ການຕັດ​ສິນ​ໃຈ ຂອງ ປ. ​ທ​ຣຳ ​ທີ່​ເຮັດ​ໃຫ້​ ໂຄງ​ການ ດາ​ກາ ສິ້ນ​ສຸດ​ລົງ


ພວກ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍທີ່​ມາ​ອາ​ເມ​ຣິ​ກາ​ແຕ່​ຍັງ​ນ້ອຍຢູ່​ເ​​ມືອງ​ຊີ​ຄາ​ໂກ ​ຂຽນ​ຟອມ​ຂໍ​ເຂົ້າໃນ​ໂຄງ​ການ DACA ໃນທີ15/8/2012
ພວກ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍທີ່​ມາ​ອາ​ເມ​ຣິ​ກາ​ແຕ່​ຍັງ​ນ້ອຍຢູ່​ເ​​ມືອງ​ຊີ​ຄາ​ໂກ ​ຂຽນ​ຟອມ​ຂໍ​ເຂົ້າໃນ​ໂຄງ​ການ DACA ໃນທີ15/8/2012

ສານ​ອຸ​ທອນ​ຂອງ​ລັດ​ຖະ​ບານ​ກາງ​ໄດ້​ສະ​ກັດ​ກັ້ນ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ຂອງ
​ທ່ານທ​ຣຳ​ໃນ​ການ​ເຮັດ​ໃຫ້​ໂຄງ​ການ​ທີ່​ປ້ອງ​ກັນ​ຄົນ​ເຂົ້າ​ເມືອງທີ່​ເປັນຊາວ​ໜຸ່ມ​ ​ຫລາຍ
​ຮ້ອຍ​ພັນຄົນ​ບໍ່​ໃຫ້​ຖືກເນ​ລະ​ເທດ.

ຄະ​ນະ​ຜູ້​ພິ​ພາກ​ສາ​ທີ່​ມີ 3 ຄົນ ຢູ່​ເມືອງ​ແຊນ ແຟ​ຣນ​ຊິ​ສ​ໂກ ໄດ້​ຕັດ​ສິນໃນ​ວັນ​ພະ​ຫັດ
​ວານນີ້​ວ່າໂຈດ​ມີ​ໂອ​ກາດ​ທີ່​ຈະ​ສຳ​ເລັດຜົນ​ໃນ​ການ​ຕ້ານ​ຕໍ່​ການ​ຕັດ​ສິນ​ໃຈ​ຂອງ​ທ່ານ​
ທ​ຣຳ​ທີ່​ຈະ​ເຮັດ​ໃຫ້​ໂຄງ​ການ​ເຮັດ​ໃຫ້​ຄົນ​ທີ່​ເຂົ້າ​ມາ​ອາ​ເມ​ຣິ​ກາ​ແຕ່​ຕອນ​ຍັງ​ນ້ອຍບໍ່​ໃຫ້
ຖືກ​ເນ​ລະ​ເທດ ຫລື ດາ​ກາ (DACA) ຍຸ​ຕິ​ລົງນັ້ນ.

ສານ​ດັ່ງ​ກ່າວ​ຍັງ​ເວົ້າ​ວ່າ ການ​ຕັດ​ສິນ​ໃຈ​ດັ່ງ​ກ່າວ "ເປັນ​ການ​ຕັດ​ສິນ​ໃຈ​ໂດຍ​ພາ​ລະ​
ການ, ຂາດ​ການ​ຕຶກ​ຕອງ ຫລື ນອກ​ຈາກນັ້ນ ​ກໍຍັງ​ເປັນ​ການຕັດ​ສິນ​ໃຈ​ທີ່ບໍ່​ສອດ
​ຄ່ອງ​ກັບ​ກົດ​ໝາຍ."

ຜູ້​ພິ​ພາກ​ສາ​ກິມ ວາດ​ລໍ (Kim Wardlaw) ກ່າວ​ວ່າ ສານ​ຈະ​ບໍ່​ພະ​ຍາ​ຍາມ ທີ່​ຈະຝ່າ​
ຝືນຄຳ​ສັ່ງ​ໃນ​ດຳ​ລັດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີໃນ​ການ​ໃຫ້​ປະ​ຕິ​ບັດ​ກົດ​ໝາຍ​ດ້ານ​ຄົນ​ເຂົ້າ
ເມືອງ​ຕ່າງໆ. ແຕ່​ທ່ານ​ນາງ​ກໍ​ເວົ້າວ່າ ​ຄຳ​ສັ່ງ​ດັ່ງ​ກ່າວ​ຄວນ​ຈະ "ມີ​ຄວາມ​ຮັບ​ຜິດ​ຊອບ
​ທາງ​ດ້ານ​ປະ​ຊາ​ທິ​ປະ​ໄຕ​ຕໍ່​ປວງ​ຊົນ."

ສານ​ຂັ້ນ​ຕ່ຳ​ສອງ​ແຫ່ງ​ໄດ້​ສະ​ກັດ​ກັ້ນ​ທ່ານ​ທ​ຣຳ​ໄວ້.

ໃນ​ຫລາຍໆ​ລັດ ແລະ​ມະ​ຫາ​ວິ​ທະ​ຍາ​ໄລ​ຄາ​ລິ​ຟໍ​ເນຍ ໄດ້​ຟ້ອງ​ຮ້ອງ​ຄະ​ນະ​ລັດ​ຖະ​ບານ​
ຂອງປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ເມື່ອທ່ານ​ເວົ້າ​ວ່າ ທ່ານ​ຢາກ​ເຮັດ​ໃຫ້​ໂຄງ​ການ DACA ໝົດ
​ໄປ. ທຳ​ນຽບ​ຂາວ​ໃຫ້​ເຫດ​ຜົນ​ຕອບ​ຄືນ​ວ່າ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ບາ​ຣັກ ໂອ​ບາ​ມາ
ໄດ້​ເຮັດ​ເກີນ​ສິດ​ອຳ​ນາດ​ຂອງ​ຕົນ ໃນ​ຕອນ​ທີ່​ເພິ່ນ​ໄດ້​ສ້າງ​ໃຫ້​ມີ​ໂຄງ​ການ DACA ຂຶ້ນ
​ໂດຍ​ທີ່ບໍ່​ມີ​ການ​ອະ​ນຸ​ມັດ​ຂອງ​ລັດ​ຖະ​ສະ​ພາ.

ຕອນ​ຕົ້ນໆ​ອາ​ທິດນີ້ ຄະ​ນະ​ລັດ​ຖະ​ບານ​ໄດ້​ບອກ​ໃຫ້​ສານ​ສູງ​ສຸດ ໃຫ້​ພິ​ຈາ​ລະ​ນາ​ຄະ​ດີ
​ຂອງ DACA ແມ່ນ​ແຕ່​ສານ​ອຸ​ທອນ​ຍັງ​ບໍ່​ທັນ​ໄດ້​ທຳ​ການ​ຕັດ​ສິນ​ຊ້ຳ.

ໂຄງ​ການ DACA ອະ​ນຸ​ຍາດ​ໃຫ້​ຊາວ​ໜຸ່ມ​ ທີ່​ເອີ້ນ​ກັນ​ວ່າ “ຜູ້​ມີ​ຄວາມ​ໄຝ​ຝັນ ຫລື
"dreamers" ຫລາ​ຍວ​ກ່າ 700,000 ຄົນ ສາ​ມາດ​ດຳ​ລົງ​ຊີ​ວິດ ແລະ​ເຮັດ​ວຽກ​ຢູ່​ໃນ
​ສະ​ຫະ​ລັດ​ໄດ້ ໂດຍ​ທີ່ບໍ່​ຮັບ​ປະ​ກັນ​ວ່າ ຈະ​ໄດ້​ສັນ​ຊາດ​ອາ​ເມ​ຣິ​ກາ​ຫລືບໍ່.

“ຜູ້​ມີ​ຄວາມ​ໄຝ​ຝັນ ຫລື "dreamers" ແມ່ນ​ຄົນ​ທີ່​ຄອບ​ຄົວ​ຂອງ​ພວກ​ເຂົາ​ເຈົ້າເອົາ​ເຂົາ
​ເຈົ້າ​ເຂົ້າ​ມາ​ໃນ​ສະ​ຫລັດ​ແບບ​ຜິດ​ກົດ​ໝາຍ ແຕ່​ຕອນ​ທີ່​ເຂົາ​ເຈົ້າ​ຍັງ​ນ້ອຍໆ​ຢູ່.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG