ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານອຸທອນ ສຫລ ຕັດສິນ ເຫັນພ້ອມ ກ່ຽວກັບ ການຈຳກັດ ພວກປ່ຽນເພດ ບໍ່ໃຫ້ເຂົ້າທະຫານ ໃນກອງທັບ


ຜູ້ອຳນວຍການ ບໍລິຫານ ອົງການເພື່ອຄວາມຍຸຕິທຳຂອງພວກ ປ່ຽນເພດ ຫຼື Gender Justice League ທ່ານນາງ ເດນນີ ອາສກີນີ ກ່າວ ໃນການຖະແຫລງຂ່າວ ຫຼັງຈາກໄດ້ໃຫ້ຄຳໂຕ້ ແຍ້ງໃນຄະດີການກີດກັນ ຫ້າມພວກປ່ຽນເພດ ບໍ່ໃຫ້ເຂົ້າເປັນ ທະຫານ ຢູ່ທີ່ສານລັດຖະບານກາງ ເຂດຕາເວັນຕົກຂອງ
ສຫລ, ວັນທີ 27 ມີນາ 2018, ໃນນະຄອນ ຊີແອໂຕລ.
ຜູ້ອຳນວຍການ ບໍລິຫານ ອົງການເພື່ອຄວາມຍຸຕິທຳຂອງພວກ ປ່ຽນເພດ ຫຼື Gender Justice League ທ່ານນາງ ເດນນີ ອາສກີນີ ກ່າວ ໃນການຖະແຫລງຂ່າວ ຫຼັງຈາກໄດ້ໃຫ້ຄຳໂຕ້ ແຍ້ງໃນຄະດີການກີດກັນ ຫ້າມພວກປ່ຽນເພດ ບໍ່ໃຫ້ເຂົ້າເປັນ ທະຫານ ຢູ່ທີ່ສານລັດຖະບານກາງ ເຂດຕາເວັນຕົກຂອງ ສຫລ, ວັນທີ 27 ມີນາ 2018, ໃນນະຄອນ ຊີແອໂຕລ.

ສານອຸທອນລັດຖະບານກາງ​ສະ​ຫະ​ລັດແຫ່ງນຶ່ງ ໄດ້ຕັດສິນເຫັນພ້ອມນຳນະໂຍບາຍ
ຂອງລັດຖະບານປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທຣຳ ທີ່ຈຳກັດພວກຄົນປ່ຽນເພດ ບໍ່ໃຫ້ເຂົ້າ
ຮັບໃຊ້ຊາດ ໃນກອງທັບ.

ສານອຸທອນສະຫະລັດ ໃນ​ເຂດດິສຕຣິກ ໂຄລຳເບຍ ຫຼື ດີຊີ ໄດ້ຕັດສິນ ໃນວັນສຸກວານ
ນີ້ ວ່າ ຜູ້ພິພາສາ ສານຊັ້ນຕົ້ນ ໄດ້ຕັດສິນຜິດ ກ່ຽວກັບການກີດກັນ ທຳນຽບຫ້າແຈ ບໍ່ໃຫ້
ຈັດຕັ້ງປະຕິບັດແຜນການຂອງຕົນ ທີ່ຈຳກັດພວກປ່ຽນເພດ ໃນກອງທັບ.

ຜູ້ພິພາກສາ ສານຊັ້ນຕົ້ນ ໄດ້ຕັດສິນວ່າ ນະໂຍບາຍຂອງທ່ານທຣຳ ນັ້ນ ມີ​ທ່າທາງ ວ່າ
ຈະລະເມີດສິດທິຕາມລັດຖະທຳມະນູນ ຂອງພວກປ່ຽນເພດ ທີ່ສະໝັກເຂົ້າເປັນທະຫານ
ແລະ ທີ່ເປັນທະຫານຢູ່ແລ້ວນັ້ນ.

ເຖິງຢ່າງໃດກໍຕາມ ໃນການເຫັນພ້ອມກັບ ລັດຖະບານ ທ່ານ ທຣຳ ນັ້ນ ສານອຸທອນ ໄດ້
ກ່າວໃນວັນສຸກວານນີ້ວ່າ ນະໂຍບາຍຂອງກອງທັບ“ປາກົດວ່າ ອະນຸຍາດໃຫ້ ພວກ
ປ່ຽນເພດບາງຄົນ ຮັບໃຊ້ຊາດ ຢູ່ໃນກອງທັບໄດ້.”
ນອກນັ້ນ ນະໂຍບາຍດັ່ງກ່າວ ຍັງ
ໄດ້ກ່າວວ່າ ແຜນການນີ້ ແມ່ນກາງຕໍ່ “ການພິຈາລະນາ ຂອງ ການຕັດສິນໃຈໂດຍມື
ອາຊີບ”
ຈາກ“ບັນດາເຈົ້າໜ້າທີ່ ກອງທັບທີ່ເຫັນວ່າເໝາະສົມ.”

ໂຄສົກທຳນຽບຫ້າແຈ ທ່ານນາງ ແຈັສສິກາ ແມັກສ໌ແວລ ໄດ້ກ່າວບອກວີໂອ ເອ ວ່າ
ກະຊວງປ້ອງກັນປະເທດ ແມ່ນ “ຍິນດີ ກັບຄຳຕັດສິນ ຂອງສານ​ອຸ​ທອນ ໃນ​ເຂດດີຊີ.”

ທ່ານນາງ ແມັກສ໌​ແວລ ກ່າວວ່າ “ໂດຍສະເໝີໄປ ພວກເຮົາປະຕິບັດຕໍ່ ພວກປ່ຽນເພດ
ໝົດທຸກຄົນ ດ້ວຍຄວາມເຄົາລົບນັບຖືແລະດ້ວຍກຽດສັກສີ. ມັນເປັນຄວາມສຳຄັນຍິ່ງ
ທີ່ກະຊວງ ໄດ້ຮັບອະນຸຍາດ ໃຫ້ກຳນົດນະໂຍບາຍຕ່າງໆ ດ້ານບຸກຄະລາກອນ ທີ່ຕົນ
ເຫັນວ່າ ມີຄວາມຈຳເປັນ ທີ່ຈະຮັບປະກັນວ່າ ມີກຳລັງພົນທະຫານ ທີ່ເກັ່ງກາດ ແລະມີ
ປະສິດທິພາບທີ່ສຸດ ໃນໂລກ.”

ການຕັດສິນໃນວັນສຸກວານນີ້ ຈະບໍ່ອະນຸຍາດໃຫ້ທຳນຽບຫ້າແຈ ຈັດຕັ້ງປະຕິບັດແຜນ
ການຂອງຕົນໄດ້ ໃນທັນທີທັນໃດ ເພາະວ່າ ບັນດາຜູ້ພິພາກສາ ຄົນອື່ນໆ ໄດ້ອອກຄຳ
ຕັດສິນ ກີດກັນນະໂຍບາຍຂອງລັດຖະບານ ໃນຄະດີອື່ນໆ ທີ່ຄ້າຍຄື ກັນນີ້.

ລັດຖະບານ ທ່ານ ທຣຳ ໄດ້ຂໍຮ້ອງໃຫ້ສານສູງສຸດ ຮັບເອົາຄະດີດັ່ງກ່າວ ຂຶ້ນມາພິຈາ-
ລະນາ ຢູ່ແລ້ວ.

​ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG