ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຕຳ​ຫຼວດ​ໃນ​ນະ​ຄອນ​ຫຼວງບ​ຣັ​ສ​ເຊີ​ລ​ສ໌ ປະ​ທະ​ກັບ​ພວກ​ປະ​ທ້ວງ​ ຕ້ານ​ການ​ສັກ​ຢາວັກ​ຊີນ​ກັນ​ໂຄວິດ-19


ຕຳ​ຫລວດ​ຍິງ​ປືນ​ນ້ຳ​ໃສ່​ພວກ​ປະ​ທ້​ວງ​ທີ່ເດີນ​ຂະ​ບວນ​ຕໍ່​ຕ້ານ​ມາດ​ຕະ​ການ​ສະ​ກັດ​ກັ້ນ COVID-19 ໃນ​ນະ​ຄອນ​ຫລວງບ​ຣັ​ສ​ເຊີ​ລ​ສ໌ ຂອງ​ແບ​ລ​ຈ້ຽ​ມ, ວັນ​ທີ 23 ມັງ​ກອນ, 2022
ຕຳ​ຫລວດ​ຍິງ​ປືນ​ນ້ຳ​ໃສ່​ພວກ​ປະ​ທ້​ວງ​ທີ່ເດີນ​ຂະ​ບວນ​ຕໍ່​ຕ້ານ​ມາດ​ຕະ​ການ​ສະ​ກັດ​ກັ້ນ COVID-19 ໃນ​ນະ​ຄອນ​ຫລວງບ​ຣັ​ສ​ເຊີ​ລ​ສ໌ ຂອງ​ແບ​ລ​ຈ້ຽ​ມ, ວັນ​ທີ 23 ມັງ​ກອນ, 2022

ຕຳຫຼວດໃນນະຄອນຫລວງບ​ຣັ​ສ​ເຊີ​ລ​ສ໌ ໃນວັນອາທິດວານນີ້ ໄດ້ສີດນ້ຳ​ ແລະຍິງແກັສນ້ຳຕາໃສ່ພວກປະທ້ວງ 50,000 ຄົນ ທີ່​ເດີນ​ຂະ​ບວນຕໍ່​ຕ້ານການສັກ​ຢາວັກຊີນກັນໂຄວິດ-19 ແລະຂໍ້ຈຳກັດທີ່ເຈົ້າໜ້າທີ່ຢູໂຣບໄດ້ວາງອອກ​ມາ​ເພື່ອ​ສະກັດກັ້ນ ເຊື້ອໄວຣັສ​ໂຄ​ໂຣ​ນາ​ ສາຍ​ພັນ​ໂອ​ໄມ​ຄອ​ຣອນ ທີ່ແຜ່ລະບາດຢ່າງວ່ອງໄວນັ້ນ.

ພວກ​ປະ​ທ້ວງ​ຈຳ​ນວນ​ນຶ່ງ​ທີ່​ມາ​ຈາກ​ປະ​ເທດ​ຝຣັ່ງ, ເຢຍ​ຣະ​ມັນແລະ​ປະ​ເທດ​ອື່ນໆ ຮ້ອງ​ໂຮ​ວ່າ “ອິດ​ສະ​ລະພາບ!” ໃນຂະນະ​ທີ່​ເຂົາ​ເຈົ້າ​ໄດ້​ເດີນ​ຂະ​ບວນຜ່ານ​ເມືອງ​ທີ່​ເປັນ​ທີ່​ຕັ້ງ​ຂອງສໍານັກງານ​ໃຫຍ່​ຂອງ​ສະຫະພາບ​ຢູ​ໂຣບແຫ່ງນັ້ນ . ວິ​ດີ​ໂອ​ສະ​ແດງ​ໃຫ້​ເຫັນ​ພວກ​ປະ​ທ້ວງ​ທີ່​ໃສ່​ຊຸດສີ​ດຳ​ຈຳ​ນວນ​ນຶ່ງໄດ້​ໂຈມ​ຕີ​ຕຶກ​ອາຄານ​ທີ່​ໃຊ້​ໂດຍ​ອົງການ​ການ​ທູດ​ຂອງ​ສະຫະພາບ​ຢູ​ໂຣບ, ແກວ່ງສິ່ງ​ຂອງ​ໃສ່​ທາງ​ເຂົ້າອາ​ຄານ ​ແລະ​ທຸບ​ປ່ອງຢ້ຽມ.

ພວກປະທ້ວງຕໍ່ຕ້ານການສັກຢາວັກຊີນຍັງໄດ້ເດີນຂະບວນຢູ່ໃນນະຄອນບາເຊ ໂລນາ, ພາຍ​ຫລັງ​ທີ່​ມີການປະທ້ວງ ຢູ່ໃນນະຄອນຫຼວງແຫ່ງອື່ນໆ ຂອງຢູ​ໂຣບ ໃນວັນເສົາຜ່ານ​ມາ ​ເພື່ອຕໍ່ຕ້ານ​ການ​ໃຊ້ໃບ​ຢັ້ງ​ຢືນ​ການ​ສັກ​ວັກ​ຊີນ​ເປັນຫນັງສື ຜ່ານແດນ ແລະຂໍ້ກໍານົດອື່ນໆ ທີ່ລັດຖະບານຂອງ​ປະ​ເທດ​ຕ່າງໆ ໄດ້ວາງ​ອອກ ໃນ​ຂະ​ນະ​ທີ່ຈຳ​ນວນ​ຜູ້​ຕິດເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາປະຈໍາວັນ ແລະການເຂົ້າ ໂຮງ ຫມໍເພີ່ມຂຶ້ນເນື່ອງມາຈາກສາຍພັນຟອ​ໄມ​ຄ​ຣອນ.

ພວກ​ປະ​ທ້ວງ​ພາ​ກັນ​ເດີນ​ຂະ​ບວນ​ທີ່​ຊື່​ວ່າ “ເອົາ​ຊະ​ນະ​ການ​ບັງ​ຄັບ​ໃຊ້​ກົດ​ລະ​ບຽບ​ໃຫ້​ໄດ້” ຢູ່​ນະ​ຄອນ​ຫລວງວໍ​ຊິ​ງ​ຕັນ, ວັນ​ທີ 23 ມັງ​ກອນ, 2022
ພວກ​ປະ​ທ້ວງ​ພາ​ກັນ​ເດີນ​ຂະ​ບວນ​ທີ່​ຊື່​ວ່າ “ເອົາ​ຊະ​ນະ​ການ​ບັງ​ຄັບ​ໃຊ້​ກົດ​ລະ​ບຽບ​ໃຫ້​ໄດ້” ຢູ່​ນະ​ຄອນ​ຫລວງວໍ​ຊິ​ງ​ຕັນ, ວັນ​ທີ 23 ມັງ​ກອນ, 2022

ໃນ​ນະ​ຄອນ​ຫລ​ວງ​ບ​ຣັ​ສ​ເຊີ​ລ​ສ໌ນັ້ນ ຕຳຫຼວດຈະລາຈົນທີ່ໃສ່ໝວກກັນກະທົບ ສີຂາວໄດ້ໂຈມ​ຕີຊ້ຳແລ້ວຊ້ຳອີກ ຫຼັງຈາກພວກປະທ້ວງຜູ້ທີ່ບໍ່ສົນໃຈຕໍ່ຄຳແນະນຳໃຫ້​ສະ​ຫລາຍ​ຕົວ​ອອກ​ໄປ. ລົດ​ບັນທຸກ​ປືນ​ນ້ຳ​ຂອງ​ຕຳຫຼວດ​ໄດ້​ຍິງປືນນ້ຳ​ທີ່​ມີ​ພະລັງ​ແຮງ ​ແລະ​ແກັສນ້ຳຕາອອກ​ມາ​ເຕັມກົ້ວ​ໄປ​ທົ່ວ​ອາກາດ​ໃນນະຄອນຫຼວງ​ຂອງແບລ​ຈ້ຽມ.

ຜູ້​ນໍາ​ການ​ປະ​ທ້ວງ​ຄົນ​ນຶ່ງ​ໄດ້​ຮ້ອງ​ຂຶ້ນ​ຜ່ານ​ລຳ​ໂພງ​ດັງໆວ່າ, “​ພວກ​ເຈົ້າ​ທັງ​ຫລາຍ​ເອີ້ຍ! ຢ່າ​ໃຫ້​ເຂົາເອົາ​ສິດ​ຂອງ​ເຈົ້າ​ໄປ!”

ເກືອບຮອດ 77 ເປີ​ເຊັນຂອງປະຊາກອນທັງໝົດຂອງປະເທດແບລ​ຈ້ຽມ ໄດ້ຮັບ ການສັກຢາປ້ອງກັນພະ​ຍາດຢ່າງຄົບຖ້ວນ, ແລະ 53 ເປີ​ເຊັນ ໄດ້ສັກຢາເຂັມ​ເພີ້ມ ຫລື booster, ອີງຕາມສູນປ້ອງກັນ ແລະຄວບຄຸມພະຍາດຢູ​ໂຣບ. ປະເທດແບ​ລ​ຈ້ຽມ ໄດ້ບັນທຶກການເສຍຊີວິດຍ້ອນໄວຣັສຫຼາຍກວ່າ 28,700 ຄົນ ໃນການແຜ່ລະບາດຢ່າງ​ໜັກຂອງພະ​ຍາດນີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG