ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານ ສຫລ ສັ່ງຈັບ ຜູ້ສ້າງຮູບເງົາ ໝິ່ນປະໝາດ ອິສລາມ (ສະໄລດ໌)


ຮູບແຕ້ມຢູ່ສານສະແດງໃຫ້ເຫັນວ່າ ທ້າວ Nakoula Basseley Nakoula ພວມລົມກັນກັບທ່ານ Steven Seiden (ຊ້າຍ) ທະນາຍຄວາມຂອງລາວ ຂະນະທີ່ຫົວໜ້າຜູ້ພິພາກສາ ທ່ານນາງ Suzanne Segal ເປັນປະທານການດຳເນີນຄະດີ ທີ່ສານລັດຖະບານກາງ ໃນນະຄອນລອສແອນເຈີລິສ ລັດແຄລີຟໍເນຍ (27 ກັນຍາ 2012)
ຮູບແຕ້ມຢູ່ສານສະແດງໃຫ້ເຫັນວ່າ ທ້າວ Nakoula Basseley Nakoula ພວມລົມກັນກັບທ່ານ Steven Seiden (ຊ້າຍ) ທະນາຍຄວາມຂອງລາວ ຂະນະທີ່ຫົວໜ້າຜູ້ພິພາກສາ ທ່ານນາງ Suzanne Segal ເປັນປະທານການດຳເນີນຄະດີ ທີ່ສານລັດຖະບານກາງ ໃນນະຄອນລອສແອນເຈີລິສ ລັດແຄລີຟໍເນຍ (27 ກັນຍາ 2012)
ຜູ້ພິພາກສາຄົນນຶ່ງ ຂອງລັດຖະບານກາງສະຫະລັດ ໄດ້ສັ່ງໃຫ້ຈັບ
ແລະຄຸມຂັງຜູ້ທີ່ຖືກກ່າວຫາວ່າຢູ່ເບື້ອງຫຼັງການສ້າງຮູບເງົາຕໍ່ຕ້ານ
ສາສະໜາອິສລາມທີ່ໄດ້ກໍ່ໃຫ້ເກີດການປະທ້ວງຢ່າງຮ້າຍແຮງໃນ
ປະເທດຕ່າງໆທີ່ນັບຖືສາສະໜາອິສລາມນັ້ນ.

ໃນວັນພະຫັດວານນີ້ ຫົວໜ້າຜູ້ພິພາກສາ Suzanne Segal ໄດ້
ສັ່ງໃຫ້ຈັບ ທ້າວ Nakoula Basseley Nakoula ໂດຍບໍ່ໃຫ້ມີ
ການປະກັນໂຕ ຍ້ອນຜູ້ກ່ຽວ ໄດ້ລະເມີດເງື່ອນໄຂ ໃນການປ່ອຍ
ເພື່ອເປັນການທົດສອບໃນຄວາມຜິດຖານສໍ້ໂກງເງິນທະນາຄານ
ໃນປີ 2010.

ໃນການອອກຄຳຕັດສິນນັ້ນທ່ານນາງ Segal ເວົ້າວ່າທາງສານ
ໄດ້ໝົດຄວາມໄວ້ວາງໃຈ ໃນໂຕຈຳເລີຍ ໂດຍໃຫ້ຂໍ້ສັງເກດວ່າ
ທ້າວ Nakoula ແມ່ນມີຄວາມສ່ຽງທີ່ຈະຫຼົບໜີ.

ຄະນະໄອຍະການຂອງລັດຖະບານກາງເວົ້າວ່າ ທ້າວ Nakoula ອາຍຸ 55 ປີ ໄດ້ລະເມີດ ເງື່ອນໄຂຕ່າງໆ 9 ຂໍ້ ໃນການປ່ອຍຜູ້ກ່ຽວເພື່ອເປັນການທົດສອບ ຮວມທັງຕົວະພວກເຈົ້າ ໜ້າທີ່ໆຕິດຕາມເບິ່ງ ແລະໃຊ້ຊື່ປອມຕ່າງໆນາໆ.

ທ້າວ Nakoula ທີ່ຖືກກ່າວຫາວ່າເປັນຜູ້ຢູ່ເບື້ອງຫຼັງຂອງຊື່ປອມ Sam Bacile ນັ້ນ ແມ່ນ ຜູ້ອຳນວຍການ ຂອງຮູບເງົາ “ຊາວມຸສລິມ ທີ່ໄຮ້ດຽງສາ” ຫຼື Innocence Muslims ໄດ້ ຖືກ ເຈົ້າໜ້າທີ່ຄວບຄຸມໂຕໄວ້ເປັນເວລາສັ້ນໆໃນຕົ້ນເດືອນນີ້ ເພື່ອສອບປາກຄຳໂດຍເຈົ້າ ໜ້າທີ່ໆກຳກັບນຳການປ່ອຍຜູ້ກ່ຽວເພື່ອເປັນການທົດສອບ.

ຮູບເງົາ ທີ່ວາດພາບວ່າ ພະສາດສະດາໝູຮຳມັດ ເປັນອັນທະພານທີ່ຜິດທຳມະດານັ້ນໄດ້ ສ້າງຄວາມໂກດແຄ້ນໃຫ້ຊາວມຸສລິມເປັນຈຳນວນຫຼວງຫຼາຍແລະພາໃຫ້ເກີດກະແສຟອງ ປະທ້ວງຕໍ່ຕ້ານອາເມຣິກາ ທີ່ເຮັດໃຫ້ຫຼາຍໆຄົນເສຍຊີວິດ ແລະພາໃຫ້ພວກປະທ້ວງ ຈູດ ເຜົາສະຖານທູດສະຖານທູດສະຫະລັດ ໂຮງຮຽນ ແລະທຸລະກິດຕ່າງໆ.

XS
SM
MD
LG