ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

​ເດັກ​ຊາຍ​ກົວ​ເຕ​ມາ​ລາ ອາ​ຍຸ 8 ປີ ເປັນ​ເດັກ​ນ້ອຍ​ຄົນ ​ທີ​ສອງ ທີ່ເສຍ​ຊີ​ວິດ ຢູ່​ໃນ​ບ່ອນ​ຄຸມ​ຂັງຂອງ ສ​ຫລ


ແພດ​ປິ່ນ​ປົວປະ​ຈຳ​ສະ​ຖານ​ບ່ອນ​ພັກ​ຊົ່ວ​ຄາວທໍນີລ​ໂລ ສຳ​ລັບ​ເດັກ​ນ້ອຍ​ອົບ​ພະ​ຍົບ ທີ່​ຖືກ​ຄຸມ​ຂັງ ກຳ​ລັງກວດ​ສຸ​ຂະ​ພາບ​ເດັກ​ນ້ອຍ ຢູ່​ເມືອງທໍນີລ​ໂລ, ລັດ​ເທັກ​ຊັ​ສ (ວັນ​ທີ 14 ມິ​ຖຸ​ນາ, 2018)
ແພດ​ປິ່ນ​ປົວປະ​ຈຳ​ສະ​ຖານ​ບ່ອນ​ພັກ​ຊົ່ວ​ຄາວທໍນີລ​ໂລ ສຳ​ລັບ​ເດັກ​ນ້ອຍ​ອົບ​ພະ​ຍົບ ທີ່​ຖືກ​ຄຸມ​ຂັງ ກຳ​ລັງກວດ​ສຸ​ຂະ​ພາບ​ເດັກ​ນ້ອຍ ຢູ່​ເມືອງທໍນີລ​ໂລ, ລັດ​ເທັກ​ຊັ​ສ (ວັນ​ທີ 14 ມິ​ຖຸ​ນາ, 2018)

ຫ້ອງ​ການ​ພາ​ສີ ແລະປົກ​ປ້ອງ​ຊາຍ​ແດນ​ຂອງ​ສະ​ຫະ​ລັດ ຫລື CBP ໄດ້​ອອກ​ຄຳ​ສັ່ງ​
ໃຫ້​ປ່ຽນ​ແປງ​ຫລາຍ​ຢ່າງ​ ໃນ​ການ​ດູ​ແລ​ເດັກ​ນ້ອຍ​ອາ​ຍຸ​ຕ່ຳ​ກວ່າ 10 ປີ ເມື່ອ​ມີການ
​ເສຍ​ຊີ​ວິດ​ຂອງ​ເດັກ​ຊາຍ​ກົວ​ເຕ​ມາ​ລາອາ​ຍຸ 8 ປີ ຢູ່​ໃນ​ສະ​ຖານ​ທີ່​ຄຸມ​ຂັງຂອງ​ສະ​ຫະ​ລັດ.

​ພວກເຈົ້າ​ໜ້າ​ທີ່ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ ແລະ​ລາດ​ຕະ​ເວນ​ຊາຍ​ແດນ​
ຂອງ​ສະ​ຫະ​ລັດ ໄດ້​ຈັດ​ກອງ​ປະ​ຊຸມ​ທາງ​ວີ​ດິ​ໂອ​ກັບ​ພວກ​ນັກ​ຂ່າວ ໃນ​ວັນ​ພຸດ​ວານນີ້
ແລະ​ເວົ້າ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ທຳການກວດສຸ​ຂະ​ພາບຂັ້ນ​ຕົ້ນໃໝ່ ໃຫ້​ແກ່​ເດັກ​ນ້ອຍ​
ເກືອບ​ໝົດ​ທຸກ​ຄົນ ​ທີ່​ຢູ່​ພາຍ​ໃຕ້​ການ​ດູ​ແລ​ຂອງ​ຫ້ອງ​ການ​ລາດ​ຕະ​ເວນ​ຊາຍ​ແດນແລ້ວ
​ຊຶ່ງ​ເປັນ​ການ​ປ່ຽນ​ແປງ​ອັນ​ນຶ່ງ​ທີ່​ພວກ​ເຈົ້າ​ໜ້າ​ທີ່​ກຳ​ລັງ ຈັດ​ຕັ້ງ​ປະ​ຕິ​ບັດຢູ່ ພາຍ​ຫລັງ​ທີ່
​ມີ​ເດັກ​ນ້ອຍ​ສອງ​ຄົນ​ເສຍ​ຊີ​ວິດໃນ​ເດືອນນີ້.


ທ້າວ ຟີ​ລິບເປ ໂກ​ເມ​ຊ໌ ອາ​ໂລນ​ໂຊ (Felipe Gomez Alonzo) ເສຍ​ຊີ​ວິດ ​ກ່ອນ​ຮອດ
ທ່ຽງ​ຄືນ​ຂອງວັນ​ທີ 24 ທັນ​ວາ ພຽງ​ໜ້ອຍ​ດຽວ ຊຶ່ງ​ເປັນ​ເວ​ລາບໍ່​ເທົ່າ​ໃດຊົ່ວ​ໂມງກ່ອນ​ສົບ
​ຂອງ​ເດັກ​ຍິງທີ່​ເສຍ​ຊີວິດ​ ຈະ​ຖືກ​ນຳໄປຝັງ​ຢູ່​ໃນບ້ານ​ທີ່​ທຸກ​ຍາກ​ຂອງ​ລາວຢູ່​ກົວ​ເຕ​ມາ​ລາ.

ເຈົ້າ​ໜ້າ​ທີ່​ຊາຍ​ແດນເວົ້າ​ວ່າ "ຂຶ້ນ​ກັບ​ສະ​ຖານ​ ແລະທີ່ຕັ້ງ​ຂອງ​ບ່ອນ​ຄຸມ​ຂັງ, ໃນ​ບາງ​ກໍ​ລ​ະ
ນີການກວດ​ກາ​ສຸ​ຂະ​ພາບ​ຂັ້ນ​ຕົ້ນແມ່ນ​ດຳ​ເນີນ​ໂດຍ​ບຸກ​ຄົນ​ທີ່​ໃຫ້​ບໍ​ລິ​ການ​ເພື່ອ​ຊ່ວຍ
​ເຫລືອຫ້ອງ​ການ​ລາດ​ຕະ​ເວນ​ຊາຍ​ແດນ​ຢູ່ພາຍ​ໃຕ້​ສັນ​ຍາ​."

ຢູ່​ໃນ​ເຂດ ທີ່​ເປັນ​ພາກສ່ວນຂອງຊາຍ​ແດນ ທາງ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ສະ​ຫະ​ລັດທີ່ບໍ່
​ມີ​ພະ​ນັກ​ງານ​ການ​ແພດປະ​ຈຳ​ຢູ່ນັ້ນ ການກວດ​ສຸ​ຂະ​ພາບຂັ້ນ​ຕົ້ນ​ແມ່ນດຳ​ເນີນດ້ວຍການ
ສົ່ງເດັກ​ນ້ອຍ​ອົບ​ພະ​ຍົບ ​ກັບ​ໄປ​ຫາ​ຫ້ອງ​ການ​ແພດເພື່ອກວດ​ສຸ​ຂະ​ພາບ​ເພີ້ມ​ຕື່ມ​ອີກ ຫລື
"ໃຊ້​ສິ່ງ​ທຳ​ມະ​ຊາດ ທີ່​ພວກ​ເຮົາ​ມີ ​ຊຶ່ງ​ລວມ​ທັງເຈົ້າ​ໜ້າ​ທີ່​ທາງ​ການ​ແພດທີ່​ເປັນ​ນັກ​ວິ​ຊາ
​ການ​ດ້ານການ​ແພດ​ສຸກ​ເສີນ ຫລື EMT."

ພວກເຈົ້າ​ໜ້າ​ທີ່ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ ຫລື DHS ​ເວົ້າ​ວ່າ ພວກ​ເຂົາ​ເຈົ້າ
​ໄດ້​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ໜ່ວຍ​ຍາ​ມ​ຝັ່ງ​ທະ​ເລ​ຂອງ​ສະ​ຫະ​ລັດ, ກະ​ຊວງ​ປ້​ອງ​ກັນ​ປະ
​ເທດ, ແລະ​ສູນຄວບ​ຄຸມ ແລະ​ປ້ອງ​ກັນ​ພະ​ຍາດ​ສະ​ຫະ​ລັດ, ທີ່ນອນ​ຢູ່ໃນບັນ​ດາພາກ​ສ່ວນ
ທີ່​ພວກ​ເຂົາ​ເຈົ້າ​ຂໍ​ຄວາມ​ຊ່ວຍ​ເຫລືອນັ້ນ. ແຕ່​ພວກ​ເຂົາ​ເຈົ້າ​ກໍ​ບໍ່​ໄດ້​ເວົ້າ​ວ່າ ປັດ​ຈຸ​ບັນ​ນີ້​ມີ
​ເດັກ​ນ້ອຍຈັກ​ຄົນ ທີ່​ຢູ່​ໃນ​ບ່ອນ​ຄຸມ​ຂັງ​ຂອງ ຫ້ອງ​ການ CBP ນັ້ນ.

​ຢູ່​ໃນ​ການ​ປະ​ຊຸມ​ຜ່ານ​ວີ​ດິ​ໂອນັ້ນ, ພວກ​ເຈົາ​ໜ້າ​ທີ່ DHS ຍັງ​ໄດ້​ອະ​ທິ​ບາຍ​ກ່ຽວ​ກັບ​ການ​
ເສຍຊີ​ວິດ ​ຂອງ​ທ້າວທ້າວ ຟີ​ລິບເປ ໂກ​ເມຊ໌ ອາ​ໂລນ​ໂຊ ອາ​ຍຸ 8 ປີ ນັ້ນ​ໃຫ້​ຟັງ​ອີກ​ດ້ວຍ.
ພວກ​ເຈົາ​ໜ້າ​ທີ່​ເວົ້າ​ວ່າ ໃນ​ຂະ​ນະ​ທີ່​ເດັກ​ຊາຍ​ດັ່ງ​ກ່າວ ແລະ​ພໍ່​ຂອງ​ລາວ, ທ້າວ ​ອາ​ກຸ​ສ​ຕິນ
ໂກ​ເມ​ຊ໌ (Agustin Gomez) ຢູ່​ໃນ​ບ່ອນ​ຄຸມ​ຂັງ ​ໃນ​ວັນ​ຈັນ​ທີ່​ຜ່ານ​ມານັ້ນ ພວກ​ເຈົາ​ໜ້າ​ທີ່
​ສັງ​ເກດ​ວ່າ ເດັກ​ນ້ອຍ​ຜູ້​ນັ້ນ​ສະ​ແດງ​ຮ່ອງ​ຮອຍໃຫ້​ເຫັນ​ວ່າ "ອາດ​ບໍ່​ສະ​ບາຍ."

ຊາຍ​ຄົນ​ນຶ່ງ​ຖື​ຮູບ​ເດັກ​ຍິງ​ອາ​ຍຸ 7ປີ​ໄປ ໃນ​ຂະ​ນະ​ທີ່​ມີ​ການ​ສົ່ງ​ສະ​ການ​ຂອງເດັກ​ຍິງ​ຄົນ​ນັ້ນ ຢູ່​ບ້ານ​ເກີດ​ຂອງ​ລາວໃນ​ກົວ​ເຕ​ມາ​ລ​າ (ວັນ​ທີ 25 ທັນ​ວາ, 2018)
ຊາຍ​ຄົນ​ນຶ່ງ​ຖື​ຮູບ​ເດັກ​ຍິງ​ອາ​ຍຸ 7ປີ​ໄປ ໃນ​ຂະ​ນະ​ທີ່​ມີ​ການ​ສົ່ງ​ສະ​ການ​ຂອງເດັກ​ຍິງ​ຄົນ​ນັ້ນ ຢູ່​ບ້ານ​ເກີດ​ຂອງ​ລາວໃນ​ກົວ​ເຕ​ມາ​ລ​າ (ວັນ​ທີ 25 ທັນ​ວາ, 2018)

ທ້າວ ຟີ​ລິບ​ເປ ໄດ້​ຖືກ​ສົ່ງ​ໄປ​ໂຮງ​ໝໍ ຢູ່​ເມືອງອາ​ລາ​ໂມ​ກໍ​ໂດ (Alamogordo) ລັດ​ນິວ​ເມັກ​ຊິ​ໂກ ບ່ອນທີ່​ພວກ​ທ່ານ​ໝໍໄດ້​ວິ​ໄຈ​ວ່າ ລາວ​ເປັນ​ໄຂ້​ຫວັດ ແລະ​ຄີງ​ຮ້ອນ ແລ້ວ​ກໍ​ໄດ້​ປ່ອຍ​ໃຫ້​ລາວໄປ ພາຍ​ຫລັງ​ໄດ້​ເອົາ​ຢາ​ຕາມ​ໃບ​ສັ່ງ​ແພດ​ໃຫ້​ລາວ​ແລ້ວ.

ໃນ​ເວ​ລາ​ເກືອບ​ຮອດ​ຫ້າ​ຊົ່ວ​ໂມງ ຫລັງ​ຈາກ​ລາວ​ໄດ້​ຮັບ​ອະ​ນຸ​ຍາດ ​ໃຫ້​ອອກ​ຈາກ​ໂຮງ​ໝໍ ໂດຍ​ໄດ້​ກິນ​ຢາ​ຕ້າ​ນເຊື້ອ ແລະ​ຢາ​ແກ້​ປວດອີ​ບູ​ໂປ​ຣ​ແຟນ (ibuprofen) ແລ້ວ ທ້າວເຟ​ລິບ​ເປກໍ​ປຸ້ນ​ທ້ອງ ແລະ​ຮາກ​ຢູ່​ໃນ​ຫ້ອງ​ຂັງ.

ເນື່ອງ​ຈາກວ່າບໍ່​ມີ​ວິ​ຊາ​ການ​ດ້ານ​ການ​ແພດ ​ປະ​ຈຳ​ການ​ຢູ່​ທີ່ນັ້ນ ຫລັງ​ຈາກນັ້ນ ຫ້ອງ​ການ CBP ກໍ​ເອົາ​ເດັກ​ຊາຍ​ຄົນ​ນັ້ນ​ກັບ​ພໍ່​ຂອງ​ລາວ​ກັບ​ໄປ​ໂຮງ​ໝໍ​ອີກ ແຕ່​ວ່າ ໃນ​ໄລ​ຍະ​ທີ່​ເດີນ​ທາງ​ໄປ​ນັ້ນ ທ້າວ ເຟ​ລິບ​ເປ ໄດ້​ຮາກ ແລະ​ກໍ​ໝົດ​ສະ​ຕິ​ໄປ. ບໍ່​ມີ​ໃຜ​ຮູ້​ສາ​ເຫດ​ຂອງ​ການ​ຕາຍຂອງ​ລາວ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG