ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ຫ​ລ ທຳ​ການລົງ​ໂທດ ​ຕໍ່​ຊາວ​ຊາອຸ​ດີ 17 ຄົນ ທີ່​ມີສ່ວນ​ກ່ຽວ​ຂ້ອງ ​ກັບ​ການ​ຕາຍ ​ຂອງ​ນັກ​ຂ່າວ ຄາ​ຊອກ​ກີ


ມີ​ການ​ວາງສິ່ງ​ກີດ​ກັນ ທາງ​ທີ່​ເຂົ້າ​ໄປ​ຫາ​ສະ​ຖານ​ກົງ​ສຸນ​ຊາ​ອຸ​ດີ ​ທີ່​ນະ​ຄອນ​ອິ​ສ​​ຕັ​ນ​ບູ​ລ ຂອງ​ເທີ​ກີ ໃນ​ວັນ​ທີ 28 ຕຸ​ລາ, 2018.
ມີ​ການ​ວາງສິ່ງ​ກີດ​ກັນ ທາງ​ທີ່​ເຂົ້າ​ໄປ​ຫາ​ສະ​ຖານ​ກົງ​ສຸນ​ຊາ​ອຸ​ດີ ​ທີ່​ນະ​ຄອນ​ອິ​ສ​​ຕັ​ນ​ບູ​ລ ຂອງ​ເທີ​ກີ ໃນ​ວັນ​ທີ 28 ຕຸ​ລາ, 2018.

ສະ​ຫະ​ລັດໄດ້​ປະ​ກາດການ​ລົງ​ໂທດ​ຕໍ່​ຊາວ​ຊາອຸ​ດີ 17 ຄົນ ຍ້ອນ​ວ່າພວກ​ກ່ຽວ​ມີ​ບົດ​
ບາດ​ກ່ຽວ​ຂ້ອງ​ກັບ​ການ​ຕາຍ​ຂອງ​ນັກ​ຂ່າວ​ຊາ​ອຸ​ດີ, ທ່ານ ຈາ​ມາ​ລ ຄາ​ຊອກ​ກີ ຢູ່​ໃນ
​ສະ​ຖານ​ກົງ​ສູນ​ຂອງ​ຣິຢາດ ​ທີ່​ນະ​ຄອນ​ອິ​ສຕັ​ນ​ບູ​ລ ຂອງ​ເທີ​ກີນັ້ນ.

ໃນ​ຈຳ​ນວນ​ພວກ​ທີ່​ຖືກ​ລົງ​ໂທດນັ້ນລວມ​ມີ ທ່ານ ຊາວ​ດ໌ ອາ​ລ-ຄາ​ຕາ​ນີ (Saud al-
Qahtani), ອະ​ດີດ​ຫົວ​ໜ້າ​ຜູ້​ຊ່ວຍ ​ຂອງ​ອົງ​ມຸງ​ກຸດຣາຊະ​ກຸມ​ມານ ເຈົ້າ​ຟ້າ​ຊາຍ
ໂມ​ຮຳ​ເມດ ບິນ ຊາ​ລ​ມານ ພ້ອມ​ທັງຫົວ​ກົງ​ສຸນ​ໃຫຍ່ ໂມ​ຮຳ​ເມັດ ອາ​ລອດ​ຕາຍ​ບີ
(Mohammed Alotaibi) ຂອງ​ຊາ​ອຸ​ດີ ອີກ​ດ້ວຍ.

"ບຸກຄົນ​ທີ່​ຕົກ​ຢູ່​ໃນ​ເປົ້າ​ໝາຍເຫລົ່າ​ນີ້ ແລະໄດ້​ເຂັ່ນ​ຂ້າ​ນັກ​ຂ່າວ​ຜູ້​ນຶ່ງ ທີ່​ອາ​ໄສ​ຢູ່ ແລະ
​ເຮັດ​ວຽກ​ໃນ​ສະ​ຫະ​ລັດ ຈະ​ຕ້ອງ​ໄດ້​ຮັບຜົນກຳຕາມ​ມາຂອງ​ການ​ກະ​ທຳ​ຂອງ​ພວກ
​ເຂົາ​ເຈົ້າ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ ສະ​ຕີບ ມ​ນຸ​ຈິນ (Steve Mnuchin) ທີ່​ກ່າວ​ຢູ່​ໃນ​
ຖະ​ແຫລງ​ການ​ສະ​ບັບ​ນຶ່ງ​ ໃນ​ວັນ​ພະ​ຫັດ​ວານນີ້.

ການ​ລົງ​ໂທດ​ດັ່ງ​ກ່າວ​ຈະ​ໄດ້​ຖືກ​ຈັດ​ຕັ້ງ​ປະ​ຕິ​ບັດ​ ພາຍ​ໃຕ້​ກົດ​ໝາຍວ່າ​ດ້ວຍ​ຄວາມ
​ຮັບ​ຜິດ​ຊອບ ດ້ານສິດ​ທິມະ​ນຸດແມັກ​ນິ​ສ​ກີ (Magnitsky) ຂອງໂລກ, ທີ່​ແນ​ເປົ້າ​
ໝາຍ​ໃສ່ພວກ​ທີ່​ລະ​ເມີດ​ສິດ​ທິ​ມະ​ນຸດຢ່າງ​ຮຸນ​ແຮງ ແລະ​ມີການສໍ້​ລາດ​ບັງ​ຫລວງ.
ຄຳ​ປະ​ກາດ​ດັ່ງ​ກ່າວ​ພາ​ໃຫ້​ເກີດ​ຄວາມ​ປະ​ຫລາດ​ໃຈ​ແບບໃດແບບ​ນຶ່ງ ເມື່ອ​ຄິດ​ເຖິງ​
ສະ​ພາບ​ທີ່​ວ່າ ເປັນ​ການຍາກ​ຫລາຍ ​ທີ່ສະ​ຫະ​ລັດ​ຈະ​ວາງ​ມາດ​ຕະ​ການ​ລົງ​ໂທດ​ຕໍ່​
ຊາ​ອຸ​ດີ ອາ​ຣາ​ເບຍ.

ທ່ານ ມ​ນຸ​ຈິນ ຍັງ​ໄດ້​ກ່າວ​ໃນ​ວັນ​ພຸດ​ຜ່ານ​ມາ​ອີກວ່າ ວໍ​ຊິງ​ຕັນ​ຈະ​ສືບ​ຕໍ່​ດຳ​ເນີນຄວາມ​
ພະ​ຍາ​ຍາມ​ຊອກຮູ້ໃຫ້​ໄດ້​ຢ່າງ​ແນ່ນອນວ່າ ມີຫຍັງ​ເກີດ​ຂຶ້ນກັນ​ແທ້ ແລະ​ຈະ​ເຮັດ​ໃຫ້​ທຸກ​
ຄົນ​ທີ່​ຖືກ​ພົບ​ວ່າ ເປັນ​ຜູ້​ຮັບ​ຜິດ​ຊອບຕໍ່​ການ​ຕາຍ​ຂອງ​ນັກ​ຂ່າວ​ຄົນ​ນັ້ນໃນ​ເດືອນ​ແລ້ວນີ້
ມາຮັບ​ຜິດ​ຊອບ​ຕໍ່​ການ​ກະ​ທຳ​ຂອງເຂົາ​ເຈົ້າ.

US Sanctions Saudi Arabian Officials but Questions Remain About Crown Prince
please wait

No media source currently available

0:00 0:02:59 0:00

ພ້ອມ​ກັນ​ນັ້ນ, ອົງ​ການ​ຂ່າວ NBC ລາຍ​ງານ​ວ່າລັດ​ຖະ​ບານ​ຂອງ​ທ່ານທ​ຣຳ ກຳ​ລັງ​ຫາ​ວິ
​ທີທາງທີ່​ຖືກ​ຕ້ອງ​ທາງ​ກົດ​ໝາຍ ເພື່ອ​ເອົາ​ນັກສອນ​ສາ​ສະ​ໜາຊາວ​ເທີ​ກີ, ທ່ານ ​ເຟດ​ທູ​ລ​
ລາ ກຸ​ເລນ (Fethullah Gulen) ຜູ້ທີ່​ເນ​ລະ​ເທດ​ຕົນ​ເອງອອກ​ຈາກ​ປະ​ເທດ ​ມາ​ອາ​ໄສ​ຢູ່
​ໃນ​ສະ​ຫະ​ລັດນັ້ນ. ບົດ​ລາຍ​ງານ​ນັ້ນ​ເວົ້າ​ວ່າ ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ອາດ​ຈະ​ມີ​ການ
ເຊື່ອມ​ໂຍງ​ກັບ​ການ​ຕາຍ​ຂອງ​ນັກ​ຂ່າວ​ຄາຊອກ​ກີ ຂອງ​ໜັງ​ສື​ພິມວໍ​ຊິງ​ຕັນ​ໂພສ​ທ໌ (Washington Post).

ອົງ​ການ​ຂ່າວ NBC ເວົ້າ​ຍັງວ່າ ລັດ​ຖະ​ບານ​ຂອງ​ທ່ານທ​ຣຳ ອາດ​ຈະ​ຫາ​ທາງ ຊັກ​ຊວນ
ປະ​ທາ​ນາ​ທິ​ບໍ​ດີ ເຣເຊັບ ຕາ​ຢິບ ເອດ​ວານ (Recep Tayyip Erdogan) ຂອງ​ເທີ​ກີໃຫ້
​ຫລຸດ​ຜ່ອນ​ຄວາມກົດ​ດັນ​ຕໍ່​ລັດ​ຖະ​ບານ​ຊາ​ອຸ​ດີ ທີ່​ເປັນ​ພັນ​ທະ​ມິດ​ສຳ​ຄັນ​ຂອງ​ສະ​ຫະ​ລັດ​
ນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG