ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ປະກາດມາດຕະການລົງໂທດຊຸດໃໝ່ ຕໍ່ຣັດເຊຍ ແລະ ເບລາຣຸສ


ບໍລິສັດ ຮຸ້ນສ່ວນກັ່ນນ້ຳມັນ Mozyr Oil Refinery ແມ່ນເຫັນໄດ້ໃນຮູບນີ້ ຕັ້ງຢູ່ໃນເມືອງ ໂມຊີຣ໌ (Mozyr) ຂອງເບລາຣຸສ, ວັນທີ 4 ມັງກອນ 2020.
ບໍລິສັດ ຮຸ້ນສ່ວນກັ່ນນ້ຳມັນ Mozyr Oil Refinery ແມ່ນເຫັນໄດ້ໃນຮູບນີ້ ຕັ້ງຢູ່ໃນເມືອງ ໂມຊີຣ໌ (Mozyr) ຂອງເບລາຣຸສ, ວັນທີ 4 ມັງກອນ 2020.

ທຳນຽບຂາວ ໄດ້ປະກາດມາດຕະການລົງໂທດຊຸດໃໝ່ຕໍ່ຣັດເຊຍ ແລະເບລາຣຸສ ຍ້ອນການບຸກລຸກຢູເຄຣນ ໃນວັນພຸດວານນີ້.

ມາດຕະການລົງໂທດດັ່ງກ່າວ ທີ່ແນເປົ້າໝາຍໃສ່ພາກສ່ວນການປ້ອງກັນ​ປະ​ເທດ ແລະນ້ຳມັນ ຊຶ່ງທຳນຽບຂ່າວ ໄດ້ກ່າວວ່າ ຈະ “ຈຳກັດຄວາມອາດສາ ມາດຂອງຣັດເຊຍ ແລະເບລາຣຸສ ຢ່າງຫຼວງຫຼາຍ ທີ່ຈະຊອກຫາວັດຖຸຕ່າງໆທີ່ ພວກເຂົາຕ້ອງການ ເພື່ອສະໜັບສະໜຸນກອງທັບ ໃນການຮຸກຮານຕໍ່ຢູເຄຣນຂອງພວກເຂົາ ການສະ​ແດງອຳນາດໃນທາງທີ່ຂົ່ມຂູ່ຕໍ່ສະຖຽນລະພາບໃນຂົງ ເຂດ ແລະບ່ອນທຳລາຍຕໍ່ສັນຕິພາບ ແລະຄວາມໝັ້ນຄົງຂອງໂລກ.”

ມາດຕະການລົງໂທດຊຸດໃໝ່ນີ້ ຍັງຈະແນເປົ້າໝາຍໃສ່ ໜ່ວຍງານຕ່າງໆທີ່ກ່ຽວຂ້ອງກັບກອງທັບຂອງຣັດເຊຍ ແລະເບລາຣຸສ ທີ່ຜະລິດເຮືອບິນລົບ ລົດທີ່ໃຊ້​ໃນ​ການຕໍ່ສູ້ສຳລັບທະຫານ ລະບົບອີເລັກໂທຣນິກສຳລັບສົງຄາມ ລູກສອນໄຟ ແລະອາກາດສະ​ຍານທີ່ບໍ່ມີຄົນຂັບ ໃຫ້ແກ່ກອງງທັບຂອງຣັດເຊຍ.

ທຳນຽບຂາວ ໄດ້ກ່າວວ່າ “ສະຫະລັດ ຈະດຳເນີນການ ເພື່ອນຳເອົາເບລາຣຸສ ມາຮັບຜິດຊອບຕໍ່ການຊ່ອຍໃນການບຸກລຸກຢູເຄຣນຂອງປູຕິນເຮັດໃຫ້ຂະແໜງ ດ້ານການປ້ອງກັນປະ​ເທດຂອງຣັດເຊຍ ແລະກຳລັງທະຫານຂອງຕົນ ໃນຫຼາຍປີຕໍ່ໜ້າ ອ່ອນແອລົງ ແນເປົ້າໝາຍໃສ່ແຫລ່ງຊັບສິນ ທີ່ສຳຄັນສຸດຂອງຣັດເຊຍ ແລະຫ້າມສາຍການບິນຂອງຣັດເຊຍ ຈາກນ່ານຟ້າຂອງສະຫະລັດ.”

ນອກຈາກນັ້ນແລ້ວ ສະຫະລັດ ແລະບັນດາພັນທະມິດຂອງຕົນ ແມ່ນຫາທາງເພື່ອຈຳກັດ “ການສົ່ງອອກເທັກໂນໂລຈີ” ໃນອຸດສາຫະກຳນ້ຳມັນ ໂດຍຫວັງວ່າ ຈະບັ່ນທອນ “ສະຖານະພາບຂອງຣັດເຊຍ ໃນຖານະເປັນຜູ້ນຳໃນດ້ານການສະໜອງພະລັງງານ ໃນໄລຍະເວລາຕໍ່​ໜ້າ.”

ທຳນຽບຂາວໄດ້ກ່າວໃນຖະແຫລງການສະບັບນຶ່ງວ່າ “ສະຫະລັດ ແລະບັນດາພັນທະມິດ ແລະຄູ່ພາຄີຂອງພວກເຮົາ ບໍ່ມີຜົນປະໂຫຍດໃດໆທາງດ້ານຍຸດທະສາດໃນການຫລຸດຜ່ອນການສະໜອງພະລັງງານຕໍ່ໂລກ ຊຶ່ງອັນນັ້ນເປັນເຫດຜົນທີ່ພວກເຮົາຕັດການຊຳລະຄ່າພະລັງງານ ອອກຈາກມາດຕະການລົງໂທດດ້ານການເງິນຂອງພວກເຮົາ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG