ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ປະກາດມາດຕະການລົງໂທດຮອບໃໝ່ ຕໍ່ລັດຖະບານຊີເຣຍ ຂອງທ່ານບາຊາຣ ອາລ-ອາຊາດ


ສູນອົບພະຍົບແຫ່ງນຶ່ງ ແມ່ນເຫັນໄດ້ຢູ່ຟາກຊາຍແດນເບື້ອງຂອງຊີເຣຍທີ່ຕິດກັບເທີກີ, ໃກ້ກັບເມືອງອັດມາ, ວັນທີ 19 ເມສາ, 2020.
ສູນອົບພະຍົບແຫ່ງນຶ່ງ ແມ່ນເຫັນໄດ້ຢູ່ຟາກຊາຍແດນເບື້ອງຂອງຊີເຣຍທີ່ຕິດກັບເທີກີ, ໃກ້ກັບເມືອງອັດມາ, ວັນທີ 19 ເມສາ, 2020.

ລັດຖະມົນຕີກະຊວງການຕ່າງປະເທດ ທ່ານໄມຄ໌ ພອມພຽວ ໄດ້ປະກາດໃນວັນພຸດວານນີ້ ກ່ຽວກັບການລົງໂທດຮອບຫຼ້າສຸດຂອງສະຫະລັດຕໍ່ຊີເຣຍ ຊຶ່ງຈະກົດດັນໜັກຂຶ້ນ ຕໍ່ປະທານາທິບໍດີ ບາຊາຣ ອາລ-ອາຊາດ ແລະລັດຖະບານຂອງເພິ່ນ ທ່າມກາງຄວາມເປັນຫ່ວງທີ່ວ່າ ປະຊາຊົນຂອງປະເທດທີ່ກຳລັງປະສົບກັບສົງຄາມນີ້ ຈະເປັນຜູ້ໄດ້ຮັບຜົນກະທົບ.

ມາດຕະການລົງໂທດຕ່າງໆແນໃສ່ຄອບຄົວຂອງທ່ານອາຊາດ ພວກເຈົ້າໜ້າທີ່ລັດຖະບານຂອງຊີເຣຍ ແລະອົງການຈັດຕັ້ງຝ່າຍທີສາມທີ່ສະໜອງການຊ່ອຍເຫຼືອແກ່ລັດຖະບານທ່ານອາຊາດ.

ພາຍໃຕ້ກົດໝາຍວ່າດ້ວຍ ການປົກປ້ອງພົນລະເຮືອນຊີຊາຣຂອງຊີເຣຍ ທີ່ໄດ້ຖືກຮັບຜ່ານໃນເດືອນທັນວາ ໂດຍລັດຖະສະພາ ຊຶ່ງປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ມີອຳນາດທີ່ຈະວາງມາດຕະການລົງໂທດຕໍ່ຜູ້ໃດກໍໄດ້ໃນໂລກ ຜູ້ທີ່ດຳເນີນການທຸລະກິດ ກັບເຈົ້າໜ້າທີ່ລັດຖະບານຂອງຊີເຣຍ.

ຖະແຫລງການຂອງທຳນຽບຂາວກ່ຽວກັບ ມາດຕະການລົງໂທດ ຂອງກະຊວງການເງິນ ແລະກະຊວງການຕ່າງປະເທດ ກ່າວວ່າ “ນັບຕັ້ງແຕ່ປີ 2011 ບັນ ຫາຂັດແຍ້ງຂອງຊີເຣຍ ເລີ້ມຕົ້ນຂຶ້ນນັ້ນ ລະບອບປົກຄອງຂອງອາຊາດ ໄດ້ກໍ່ຄວາມໂຫດຮ້າຍທາລຸນນັບບໍ່ຖ້ວນຕໍ່ປະຊາຊົນຊາວຊີເຣຍ ປະກອບດ້ວຍ ການຈັບກຸມໂດຍປາສະຈາກເຫດຜົນ ການທໍລະມານ ການກໍ່ຄວາມຮຸນແຮງທາງເພດ ແລະການຄາດຕະກຳ. ການກະທຳທີ່ຊົ່ວຊ້າເຫຼົ່ານີ້ ໄດ້ທຳລາຍປະຊາຊົນຂອງປະເທດ ພື້ນຖານໂຄງລ່າງ ແລະເສດຖະກິດ ເຮັດໃຫ້ປະຊາຊົນຫຼາຍກວ່າເຄິ່ງນຶ່ງຂອງພົນລະເມືອງຊີເຣຍ ໄດ້ພັດພາກຈາກຖິ່ນຖານ.

ຖະແຫລງການຂອງທຳນຽບຂາວ ກ່າວອີກວ່າ “ການກຳນົດຂອງມື້ນີ້ ໄດ້ສົ່ງສັນ ຍານຢ່າງຈະແຈ້ງວ່າ ບໍ່ມີບຸກຄົນໃດ ຫຼື ທຸລະກິດໃດ ຄວນເຮັດທຸລະກິດກັບ ຫຼື ແມ່ນແຕ່ເພີ້ມພູນຄວາມຮັ່ງມີແກ່ລະບອບການປົກຄອງທີ່ໂຫດຮ້າຍນີ້.”

ໃນຂະນະດຽວກັນ ສະຫະລັດ ແລະສະຫະພາບຢູໂຣບ ກໍໄດ້ວາງມາດຕະການລົງໂທດມາໄດ້ຫຼາຍຮອບແລ້ວຕໍ່ຊີເຣຍ ຊຶ່ງກົດໝາຍຊີຊາດັ່ງກ່າວນັ້ນ ເພັ່ງເລັງໃສ່ພວກທີ່ສະໜອງດ້ານການເງິນ ວັດຖຸ ແລະການຊ່ອຍເຫຼືອອື່ນໆ ແກ່ລັດຖະ ບານຂອງຊີເຣຍ ລວມທັງພວກພັນທະມິດ ເຊັ່ນ ອີຣ່ານ ແລະ ຣັດເຊຍ. ບໍລິສັດຕ່າງປະເທດທັງຫຼາຍ ຍັງອາດຈະຕົກເປັນເປົ້າໝາຍ ຖ້າພວກເຂົາ ຖືກພົບເຫັນວ່າ ໃຫ້ການສະໜັບສະໜູນຕໍ່ການກົດຂີ່ຂົ່ມເຫັງ.

ນອກເໜືອຈາກນັ້ນແລ້ວ ພັນລະຍາຂອງທ່ານອາຊາດ ທ່ານນາງອາສມາ ອາລ- ອາຊາດ ຍັງສາມາດຖືກມາດຕະການລົງໂທດ ເປັນເທື່ອທຳອິດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG