ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ປະກາດຂໍ້ຫາ ໃຊ້ເງິນຄ້າຢາເສບຕິດ ເພື່ອກໍ່ການຮ້າຍ ຕໍ່ມາດູໂຣ


ປະທານາທິບໍດີ ເວເນຊູເອລາ ທ່ານນິໂກລັສ ມາດູໂຣ
ປະທານາທິບໍດີ ເວເນຊູເອລາ ທ່ານນິໂກລັສ ມາດູໂຣ

ກະຊວງຍຸຕິທໍາສະຫະລັດ ໃນວັນພະຫັດວານນີ້ ໄດ້ປະກາດ ກ່ຽວກັບການຟ້ອງຮ້ອງໃນ
ການໃຊ້ເງິນຈາກການຄ້າຢາເສບຕິດເພື່ອກໍ່ການຮ້າຍ ຕໍ່ປະທານາທິບໍດີ ເວເນຊູເອລາ
ທ່ານນິໂກລັສ ມາດູໂຣ ແລະບັນດາເຈົ້າໜ້າທີ່ຂັ້ນສູງອື່ນໆ ໂດຍ ກ່າວຫາວ່າເຂົາເຈົ້າວ່າ
ຮ່ວມມືກັບກຸ່ມກອງໂຈນຝ່າຍຊ້າຍໂຄລອມເບຍ ນຳເອົາ ຢາໂຄເຄນ ເຂົ້າມາໃນ
ສະຫະລັດ.

ການກ່າວຫານີ້ ມີທ່າທາງວ່າ ຈະກໍ່ໃຫ້ເກີດຄວາມເຄັ່ງຕຶງ ໃນຄວາມສໍາພັນລະຫວ່າງ
ສະຫະລັດກັບເວເນຊູເອລາ ທີ່ໄດ້ຊຸດໂຊມລົງ ໃນປີກາຍນີ້ ຫຼັງຈາກລັດ ຖະບານປະທາ
ນາທິບໍດີທຣໍາ ຮັບຮູ້ຄູ່ແຂ່ງໃນການເລືອກຕັ້ງຂອງທ່ານມາດູໂຣ ວ່າເປັນປະທານາທິບໍດີ
ໄລຍະຂ້າມຜ່ານ ແລະຕໍ່ມາໄດ້ວາງມາດຕະການລົງໂທດ ທາງດ້ານເສດຖະກິດ ເພື່ອປົດ
ທ່ານມາດູໂຣ ອອກຈາກຕຳແໜ່ງ.

ໃນການຟ້ອງຮ້ອງ ທີ່ເປີດເຜີຍຢູ່ນະຄອນນິວຢອກນັ້ນ ບັນດາໄອຍະການໄດ້ ກ່າວຫາ
ທ່ານມາດູໂຣວ່າ ຮ່ວມມືກັບກຸ່ມຄ້າຢາເສບຕິດ ຊຶ່ງເປັນຫົວໜ້າກອງ ໂຈນຂອງໂຄລອມ
ເບຍສອງຄົນແລະເຈົ້າໜ້າທີ່ຂັ້ນສູງຂອງເວເນຊູເອລາຫຼາຍ ຄົນ ຮວມທັງປະທານສະພາແຫ່ງຊາດເວເນຊູເອລາ ອະດີດຫົວໜ້າສືບລັບທະ ຫານ ແລະອະດີດນາຍພົນຢູ່ໃນກອງ
ທັບເວເນຊູເອລາ. ຜູ້ຊາຍສີ່ຄົນປະເຊີນກັບຂໍ້ຫາສົມຮູ້ຮ່ວມຄິດໃນການຄ້າຢາເສບຕິດເພື່ອ
ກໍ່ການຮ້າຍສົມຮູ້ຮ່ວມຄິດໃນການສົ່ງໂຄເຄນເຂົ້າມາໃນສະຫະລັດ ແລະຂໍ້ຫາທີ່ພົວພັນ
ກັບອາວຸດອີກ 2 ຂໍ້.

ໃນການຟ້ອງຮ້ອງອີກອັນນຶ່ງ ແລະການຟ້ອງຮ້ອງທາງອາຍາ ລັດຖະມົນຕີກະຊວງປ້ອງ
ກັນປະເທດເວເນຊູເອລາ ທ່ານວລາເດີເມຍ ປາດຣີໂນ ໂລເປສ ໄດ້ ຖືກກ່າວຫາ ສົມຮູ້
ຮ່ວມຄິດທີ່ຈະຈຳໜ່າຍຢາໂຄເຄນໂດຍເຮືອບິນທີ່ຈົດທະບຽນ ຢູ່ໃນສະຫະລັດ ໃນຂະນະ
ທີ່ຫົວໜ້າສາສານສູງສຸດ ທ່ານໄມແກລ ໂຮເຊ ໂມເຣໂນ ເປີເຣ ໄດ້ຖືກກ່າວຫາຟອກເງິນ
ທີ່ພົວພັນກັບການໄດ້ຮັບເງິນ ຫຼາຍສິບ ລ້ານໂດລາແລະຮັບສິນບົນເພື່ອປ່ຽນຄະດີຕ່າງໆ
ໃນການກະທຳຜິດຂອງພົນລະ ເຮືອນ ຢູ່ໃນເວເນຊູເອລາ.

ທັງໝົດ 15 ຄົນ ແມ່ນເປັນເຈົ້າໜ້າທີ່ໃນປັດຈຸບັນ ແລະອະດີດ ຂອງເວເນຊູເອ ລາ
ພ້ອມດ້ວຍຜູ້ນຳກຸ່ມກອງໂຈນ FARC ໄດ້ຖືກກ່າວຫາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG