ສະຫະຣັດ ໄດ້ຜ່ອນຜັນການລົງໂທດລົງ ນຶ່ງໃນຈໍານວນຫລາຍໆຂໍ້ຕໍ່ ມຽນມາ ໃນການ
ສະໜອງຕອບຕໍ່ການປະຕິຮູບປະຊາທິປະໄຕຂອງລັດຖະບານມຽນມາ ທີ່ໄດ້ຮັບການໜຸນ
ຫລັງຈາກພວກທະຫານ.
ກະຊວງການຕ່າງປະເທດສະຫະລັດ ກ່າວໃນຕອນສວຍວັນຈັນນີ້ວ່າ ຕົນໄດ້ຍົກເລີກການ
ຄັດຄ້ານຕໍ່ການຊັ່ງຊາຕີລາຄາກ່ຽວກັບມຽນມາໂດຍສະຖາບັນການເງິນນາໆຊາດ. ບາດ
ກ້າວດັ່ງກ່າວຈະຊ່ວຍເຮັດໃຫ້ເປັນການງ່າຍຂຶ້ນສຳລັບມຽນມາ ທີ່ຈະໄດ້ຮັບການຊ່ວຍເຫລືອ
ຈາກອົງການຕ່າງໆເຊັນວ່າ ທະນາຄານໂລກ ຫຼືອົງການກອງທຶນສາກົນ IMF ເປັນຕົ້ນ.
ວໍຊິງຕັນກ່າວວ່າ ຕົນໄດ້ຮັບກຳລັງໃຈຈາກການປະຕິຮູບປະຊາທິປະໄຕໃນມຽນມາຫວ່າງໝໍ່ໆ
ມານີ້ຮວມທັງການຕັດສີນໃຈໃຫ້ຜູ້ນໍາຝ່າຍຄ້ານ ທ່ານນາງ ອອງຊານ ຊູຈີ ໄດ້ເຂົ້າຮ່ວມແຂ່ງ
ຂັນໃນການເລືອກຕັ້ງທີ່ຈະມີຂຶ້ນໃນໄວໆນີ້.
ໃນວັນຈັນວານນີ້ ຄະນະກໍາມະການເລືອກຕັ້ງຂອງມຽນມາໄດ້ໃຫ້ການອະນຸມັດຢ່າງເປັນທາງ
ການກ່ຽວກັບການສະມັກເຂົ້າແຂ່ງຂັ້ນຂອງທ່ານ ນາງອອງຊານ ຊູຈີ ຜູ້ທີ່ເຄີຍໄດ້ຮັບລາງວັນ
ໂນແບລ ຂະແໜງສັນຕິພາບນັ້ນໃນການເລືອກຕັ້ງສະພາແຫ່ງຊາດ ໃນເດືອນເມສາ
ຈະມາເຖິງນີ້.
ນອກນັ້ນ ກະຊວງການຕ່າງປະເທດສະຫະລັດ ຍັງໄດ້ຊົມເຊີຍມຽນມາ ທີ່ໄດ້ປ່ອຍບັນດານັກ
ໂທດການເມືອງ ທີີ່ໄດ້ຈັດຕັ້ງປະຕິບັດສິດທິພົນລະເມືອງໃນຂອບເຂດທີ່ກວ້າງຂວາງແລະເປີດ
ການເຈລະຈາສັນຕິພາບກັບພວກກະບົດຊົນເຜົ່າຕ່າງໆ. ຍິ່ງໄປກວ່ານັ້ນແລ້ວ ສະຫະຣັດຍັງ
ສັນລະເສີນມຽນມາ ທີ່ພວມເອົາບາດກ້າວໃນການແກ້ໄຂຄວາມວິຕົກກັງວົນດ້ານການຄ້າມະ
ນຸດ.
ເບິ່ງວີດີໂອ ນັກເຄື່ອນໄຫວດ້ານໂຣກເອດສ໌ຂອງມຽນມາ ສະໝັກເອົາບ່ອນນັ່ງ ໃນສະພາ