ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ປະກາດ ປະຕິບັດການລາດຕະເວນ ຮ່ວມກັນ ລະຫວ່າງ ສຫລ ແລະ ຟີລິບປິນ


ເຮືອບິນເຮລິຄອບເຕີ້ MH-60S Sea Hawk ຕຽມພ້ອມທີ່ຈະລົງຈອດເທິງ ເຮືອບັນທຸກ ເຮືອບິນ USS Harry S. Truman ໃນລະຫວ່າງການລຳລຽງເສີມກຳລັງ
ຢູ່ໃນອ່າວອາຣາເບຍ.
ເຮືອບິນເຮລິຄອບເຕີ້ MH-60S Sea Hawk ຕຽມພ້ອມທີ່ຈະລົງຈອດເທິງ ເຮືອບັນທຸກ ເຮືອບິນ USS Harry S. Truman ໃນລະຫວ່າງການລຳລຽງເສີມກຳລັງ ຢູ່ໃນອ່າວອາຣາເບຍ.

ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Ash Carter ໄດ້ກ່າວໃນວັນພະຫັດມື້ນີ້ ວ່າ ທະຫານສະຫະລັດ ໄດ້ປະຕິບັດການລາດຕະ​ເວນຮ່ວມກັນກັບ ຟີລິບປິນ ຢູ່ໃນທະເລ ຈີນໃຕ້ ແລະ ເປັນການເພີ້ມການມີໜ້າ ແລະຂີປະນາວຸດ ທີ່ສົ່ງເສີມກອງກຳລັງແບບໝູນ ວຽນ ຢູ່ໃນພວກໝູ່ເກາະດັ່ງກ່າວນັ້ນ.

ພວກເຮືອກຳປັ່ນຂຸດດິນຂອງຈີນ ທີ່ປາກົດວ່າ ແນມເຫັນ ຢູ່ອ້ອມ ໂຂດຫີນ Mischief ໃນເຂດໝູ່ເກາະ Spratly ໃນທະເລຈີນໃຕ້ ໃນພາບຖ່າຍຈາກວີດີໂອ ໂດຍ ເຮືອບິນສອດແນມ P-8A Poseidon ຂອງສະຫະລັດ ທີ່ສະໜອງໂດຍ ກອງທັບເຮືອ ສະຫະລັດ, ວັນທີ 21 ພຶດສະພາ 2015.
ພວກເຮືອກຳປັ່ນຂຸດດິນຂອງຈີນ ທີ່ປາກົດວ່າ ແນມເຫັນ ຢູ່ອ້ອມ ໂຂດຫີນ Mischief ໃນເຂດໝູ່ເກາະ Spratly ໃນທະເລຈີນໃຕ້ ໃນພາບຖ່າຍຈາກວີດີໂອ ໂດຍ ເຮືອບິນສອດແນມ P-8A Poseidon ຂອງສະຫະລັດ ທີ່ສະໜອງໂດຍ ກອງທັບເຮືອ ສະຫະລັດ, ວັນທີ 21 ພຶດສະພາ 2015.

ໃນການກ່າວຄຳຖະແຫລງ ຢູ່ທີ່ກອງປະຊຸມຖະແຫລງຂ່າວ ໃນນະຄອນ ມານີລາ ຄຽງຄູ່ ກັບຄູ່ຕຳແໜ່ງຈາກຟີລິບປິນ, ທ່ານ Carter ໄດ້ກ່າວວ່າ ການລາດຕະເວນໃນທະເລ ຈີນໃຕ້ ເທື່ອທຳອິດຮ່ວມກັນ ໄດ້ດຳເນີນໄປ ໃນເດືອນມີນາຜ່ານມາ ແລະ ເທື່ອທີສອງ ໄດ້ປະຕິບັດເປັນທີ່ສຳເລັດແລ້ວ ໃນຕົ້ນເດືອນເມສານີ້.

ປັດຈຸບັນນີ້ ຟີລິບປິນ ເປັນປະເທດທີສອງ ນຳຫລັງ ຍີ່ປຸ່ນ ຊຶ່ງໄດ້ຮ່ວມກັບກອງກຳລັງ ສະຫະລັດ ປະຕິບັດການລາດຕະເວນ ຢູ່ໃນເຂດທະເລທີ່ມີບັນຫາຜິດຖຽງກັນນັ້ນ ອີງ ຕາມ ເຈົ້າໜ້າທີ່ກະຊວງການປ້ອງກັນປະເທດທ່ານໜຶ່ງ.

ການປະກາດດັ່ງກ່າວ ມີຂຶ້ນ ໃນຂະນະທີ່ຈີນ ສືບຕໍ່ສະແດງທ່າທີຮຸກຮານ ຢູ່ໃນເຂດນ້ຳ ທະເລຈີນໃຕ້ ທີ່ມີບັນຫາຂັດແຍ້ງກັນຢູ່ນັ້ນ.

ຈີນ ໄດ້ທຳການກໍ່ສ້າງເກາະທຽມ ໃນເນື້ອທີ່ ຈຳນວນ 1,200 ເຮັກຕາ ຢູ່ເທິງໂຂດຫີນ ໃນບໍລິເວນເກາະ Spratly ອັນເປັນກຸ່ມໝູ່ເກາະນ້ອຍໆ ໃກ້ກັບຟີລິບປິນ ທີ່ມີບັນຫາຂັດ ແຍ້ງກັນ ອ້າງເອົາກຳມະສິດ ໂດຍມີ ປັກກິ່ງ, ມານີລາ ແລະປະເທດອື່ນໆ.

ອ່ານຂ່າວ ເລື່ອງນີ້ ເປັນພາສາລາວ

XS
SM
MD
LG