ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ສະຫະລັດ ປະກາດການສັກຢາວັກຊີນເພີ້ມ ໃຫ້ແກ່ຊາວອາເມຣິກັນທຸກຄົນ


ປະທານາທິບໍດີ ໂຈ ໄບເດັນ ຕອບຄຳຖາມບັນດານັກຂ່າວ ກ່ຽວກັບ ການແຜ່ລະບາດໄວຣັສໂຄໂຣນາ ຢູ່ຫ້ອງຕາເວັນອອກ ຂອງທຳນຽບຂາວ ທີ່ນະຄອນຫຼວງ ວໍຊິງຕັນ ວັນອັງຄານ ທີ 3 ສິງຫາ 2021.
ປະທານາທິບໍດີ ໂຈ ໄບເດັນ ຕອບຄຳຖາມບັນດານັກຂ່າວ ກ່ຽວກັບ ການແຜ່ລະບາດໄວຣັສໂຄໂຣນາ ຢູ່ຫ້ອງຕາເວັນອອກ ຂອງທຳນຽບຂາວ ທີ່ນະຄອນຫຼວງ ວໍຊິງຕັນ ວັນອັງຄານ ທີ 3 ສິງຫາ 2021.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໃນວັນພຸດວານນີ້ ໄດ້ປະກາດກ່ຽວ ກັບແຜນ
ການ ທີ່ຈະເລີ້ມສະເໜີການສັກຢາວັກຊີນເພີ້ມໃຫ້ແກ່ຊາວອາເມຣິກັນທັງ ໝົດ ນັບແຕ່ວັນ
ທີ 20 ກັນຍາເປັນຕົ້ນໄປ ໂດຍຈະເລີ້ມສັກໃຫ້ແກ່ສ່ວນບຸກຄົນ ຜູ້ທີ່ໄດ້ຮັບການສັກຢາວັກ
ຊີນ ໂດສທີສອງ ຂອງຟາຍເຊີ (Pfizer) ຫຼືໂມເດີນາ (Modena mRNA) ໄດ້ 8
ເດືອນແລ້ວ.

ປະທານາທິບໍດີໄບເດັນ ກ່າວໃນຄຳປາໄສຢູ່ທີ່ທຳນຽບຂາວ ໂດຍເວົ້າວ່າ “ໃຫ້ຈື່ ກົດລະບຽບ
ດຽວທີ່ງ່າຍໆ ແປດເດືອນຫຼັງຈາກທ່ານໄດ້ສັກຢາວັກຊີນເຂັມທີສອງ ແລ້ວ ຈົ່ງໄປສັກຢາວັກ
ຊີນເພີ້່ມ.”

ປະທານາທິບໍດີໄບເດັນ ກ່າວວ່າ “ການສັກຢາວັກຊີນເພີ້ມເຫລົ່ານີ້ ບໍ່ເສຍເງິນ. ທ່ານ
ສາມາດສັກຢາວັກຊີນເພີ້ມໄດ້ທຸກບ່ອນ ທີີີ່ມີຢູ່ປະມານ 80,000 ແຫ່ງໃນທົ່ວປະເທດ
ມັນຈະງ່າຍຫຼາຍ. ພຽງແຕ່ສະເໜີບັດສັກຢາວັກຊີນຂອງທ່ານແລະ ທ່ານກໍຈະໄດ້ຮັບ
ການສັກຢາວັກຊີນເພີ້ມ.”

ພວກເຈົ້າໜ້າທີ່ສາທາລະນະສຸກສະຫະລັດ ກ່າວວ່າ ການສັກຢາວັກຊີນເພີ້ມຍັງ ມີຄວາມ
ຈຳເປັນສຳລັບຜູ້ຄົນ ທີ່ໄດ້ຮັບການສັກຢາວັກຊີນຊະນິດນຶ່ງໂດສຈອນສັນ ແລະຈອນ
ສັນ (Jonhson & Johnson.) ພວກເຈົ້າໜ້າທີ່ ຄາດວ່າ ຈະເຫັນຂໍ້ ມູນເພີ້ມເຕີມ ຈາກ
ບໍລິສັດຈອນສັນ ແລະຈອນສັນ ໃນບໍ່ເທົ່າໃດອາທິດຂ້າງໜ້ານີ້ ກ່ອນເຂົາເຈົ້າ ຈະປະກາດ
ການຕັດສິນໃຈ.

ຫົວໜ້າ​ພະ​ແນ​ກ​ສາທາລະນະ​ສຸກຂອງລັດຖະບານ​ກາງສະຫະລັດ ດຣ. ວິເວັກ ເມີທີ
(VivekMurthy) ກ່າວໃນການຖະແຫຼງຂ່າວໃນວັນພຸດວານນີ້ວ່າ “ໄດ້ທົບທວນເບິ່ງຂໍ້
ມູນຫລ້າສຸດບັດນີ້ເປັນການຊັ່ງຊາຈາກຫ້ອງລົດລອງຂອງພວກ ເຮົາວ່າ ເຖິງເວລາໃນ
ການວາງແຜນ ສໍາລັບການສັກຢາວັກຊີນກັນໂຄວິດ-19 ເພີ້ມ ຄືເວລານີ້.”

ຢູ່ໃນການຖະແຫຼງຂ່າວດຽວກັນ ຫົວໜ້າທີ່ປຶກສາການແພດຂອງ ທ່ານໄບເດັນ ດຣ. ແອນໂທນີ ຟາວຈີ (Anthony Fauci) ໄດ້ຊີ້ໃສ່ຂໍ້ມູນທີ່ສະແດງໃຫ້ເຫັນວ່າ ລະດັບຄວາມຕ້ານ
ທານຂອງຮ່າງກາຍຕໍ່ໄວຣັສໂຄໂຣນາ ໄດ້ຫລຸດລົງເປັນ ໄລຍະໆ ແລະລະດັບຄວາມຕ້ານ
ທານຂອງຮ່າງກາຍ ທີ່ສູງກວ່າ ອາດມີຄວາມ ຈຳເປັນເພື່ອປ້ອງກັນໄວຣັສສາຍພັນໃໝ່
ແດລຕ້າ.

ພວກເຈົ້າໜ້າທີ່ ກ່າວຢູ່ໃນຖະແຫຼງການວ່າ “ບູລິມາສິດສູງສຸດຂອງພວກເຮົາ ກໍຄືໄປໜ້າ
ກ້າວນຶ່ງ ກ່ອນໄວຣັສ ແລະປ້ອງກັນຊາວອາເມຣິກັນ ຈາກໂຄວິດ-19 ດ້ວຍຄວາມປອດໄພ
ໄດ້ຜົນ ແລະດ້ວຍຢາວັກຊີນທີ່ຍາວນານ ໂດຍສະເພາະຢູ່ ເມື່ອເວົ້າເຖິງການປ່ຽນແປງຂອງ
ເຊື້ອໄວຣັສທີ່ມີຂຶ້ນສະໝໍ່າສະເໝີ ແລະຮູບພາບ ໃນການລະບາດ.”

ແຕ່ແນວໃດກໍຕາມ ບັນດາອົງການມະນຸດສະທຳ ໄດ້ຕຳນິແຜນການດັ່ງກ່າວນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG