ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດປະກາດແຜນແບບກວມລວມ ໃນ​ການ​ຕ້ານການສໍ້ລາດບັງຫຼວງ


ປະທານາທິບໍດີສະຫະລັດ ກ່າວປາໄສໃນງານການຂົນສົ່ງມວນຊົນຂົງເຂດແຄນຊັສ ຊິຕີ້, ໃນເມືອງ ແຄນຊັສ ຊິຕີ້, ລັດ ມິສຊູຣີ, ທີ 8 ທັນວາ 2021.
ປະທານາທິບໍດີສະຫະລັດ ກ່າວປາໄສໃນງານການຂົນສົ່ງມວນຊົນຂົງເຂດແຄນຊັສ ຊິຕີ້, ໃນເມືອງ ແຄນຊັສ ຊິຕີ້, ລັດ ມິສຊູຣີ, ທີ 8 ທັນວາ 2021.

ສະຫະລັດ ຈະ​ຮື້​ຖອນ​ຢ່າງ​ໃຫຍ່​ຫລວງໃນວິທີການທີ່​ຕົນແນເປົ້າໝາຍໃສ່ການສໍ້ລາດບັງຫຼວງ ໂດຍການທຸ້ມເທຊັບພະຍາກອນໃໝ່ ເພື່ອສະກັດກັ້ນກະແສການໄຫຼຂອງເງິນທີ່ຜິດກົດໝາຍ ແລະພະຍາຍາມປະສານງານຮ່ວມກັນໄປທົ່ວລັດຖະບານກາງທັງໝົດ, ອີງຕາມແຜນການໃໝ່ທີ່ເຜີຍແຜ່ໂດຍລັດຖະບານທ່ານ ໄບເດັນ ໃນມື້ວັນຈັນທີ່ຜ່ານມາ.

ຍຸດທະສາດຂອງສະຫະລັດໃນການຕໍ່ຕ້ານການສໍ້ລາດບັງຫຼວງ ແມ່ນຜົນໄດ້​ຮັບ​ມາຈາກ​ການ​ທີ່ຝ່າຍບໍລິຫານໄດ້ຊຸກຍູ້ເປັນເວລາ 6 ເດືອນເພື່ອ “ກວດສອບຄວາມພະຍາຍາມໃນການຕໍ່ຕ້ານການສໍ້ລາດບັງຫຼວງຂອງລັດຖະບານ ແລະພະຍາຍາມຊອກຫາ​ທາງປັບປຸງແກ້ໄຂຊ່ອງຫວ່າງ ໃນການຕໍ່ສູ້ກັບການສໍ້ລາດບັງຫຼວງ,” ອີງຕາມຂໍ້ສະເໜີ.

ເອກະສານ 38 ໜ້າທີ່ເຂັ້ມງວດ ໄດ້ການປະເມີນວ່າ ບັນດາເສດຖະກິດທີ່ພັດທະນາແລ້ວ ລວມເຖິງສະຫະລັດ, ໄດ້ອໍານວຍໃຫ້ບັນດາເຈົ້າໜ້າທີ່ຂອງລັດດໍາເນີນສໍ້ລາດບັງຫຼວງ, ຕໍ່ເນື່ອງກັນໃນບັນດາປະເທດທີ່ກໍາລັງພັດທະນາ ເພື່ອເຊື່ອງຄວາມຮັ່ງມີທີ່ຜິດກົດໝາຍນັ້ນ ໃນຕ່າງປະເທດ.

“ການວິໄຈທີ່ຫາກໍ່ປາ​ກົດຂຶ້ນມາໃໝ່ ແລະການລາຍງານຂ່າວລາຍໃຫຍ່ເປີດເຜີຍວ່າ ໄດ້ຈັດພິມເອກະສານກ່ຽວກັບຂໍ້ພົກຜ່ອງໃນຂອບເຂດທາງກົດໝາຍ ແລະກົດລະບຽບໃນບັນດາປະເທດທີ່ພັດທະນາແລ້ວ ສະເໜີໃຫ້ຜູ້ທີ່ທໍາການສໍ້ລາດບັງຫຼວງສາມາດເຂົ້າຫາ ແລະຟອກເງິນທີ່ຜິດກົດໝາຍນັ້ນໄດ້,” ອີງຕາມລາຍງານຂອງເອກະສານ.

ແຜນ​ການດັ່ງກ່າວ ໄດ້ໃຫ້ຄໍາໝັ້ນກັບລັດຖະບານກາງໃນການສ້າງ 5 ເສົາຄ້ຳ. ອີງຕາມລາຍງານຂອງເອກະສານ, ສິ່ງເຫຼົ່ານັ້ນຄື “ຄວາມທັນສະໄໝ, ການປະສານງານຮ່ວມກັນ ແລະການຈັດຫາຄວາມພະຍາຍາມຂອງລັດຖະບານສະຫະລັດ ເພື່ອຕໍ່ຕ້ານການສໍ້ລາດບັງຫຼວງ, ການຄວບຄຸມການເງິນທີ່ຜິດກົດໝາຍ, ເຊິ່ງຕ້ອງລາຍງານກ່ຽວກັບຜູ້ສໍ້ລາດບັງຫຼວງ, ການຮັກສາ ແລະເສີມສ້າງຄວາມເຂັ້ມແຂງທາງພະຫຸພາຄີ ໃນການຕໍ່ຕ້ານໂຄງສ້າງຂອງການສໍ້ລາດບັງຫຼວງ ແລະປັບປຸງການມີສ່ວນຮ່ວມທາງການທູດ, ການໃຊ້ປະໂຫຍດຈາກແຫຼ່ງຄວາມຊ່ວຍເຫຼືອຂອງຕ່າງປະເທດ ເພື່ອນະໂຍບາຍຂອງເປົ້າໝາຍທີ່ກ້າວໜ້າ.”

ບັນດາຜູ້ນໍາຂອງອົງການຕໍ່ຕ້ານການສໍ້ລາດບັງຫຼວງລະດັບໂລກຫຼາຍແຫ່ງກ່າວວ່າ ພວກເຂົາເຈົ້າມີຄວາມປະຫຼາດໃຈກັບຄວາມເດັດດ່ຽວຂອງພາສາທີ່​ໃຊ້ໃນແຜນການໃໝ່ຂອງສະຫະລັດ.

“ຂ້າພະເຈົ້າຄິດວ່າ ຫຼາຍຄົນຜູ້ທີ່ໄດ້ປະຕິບັດງານໃນການສໍ້ລາດບັງຫຼວງເປັນໄລຍະເວລານຶ່ງ ຈະມີຄວາມຮູ້ສຶກຕື່ນເຕັ້ນຫຼາຍກັບສິ່ງທີ່ຝ່າຍບໍລິຫານໄດ້ຮວບຮວມໄວ້,” ທ່ານທອມ ຄາຣ໌ດາມອນ (Tom Cardamone), ປະທານ ແລະຜູ້ບໍລິຫານໃຫຍ່ຂອງການເງິນລະດັບໂລກທີ່ໝັ້ນຄົງ ກ່າວກັບ VOA. “ມັນເບິ່ງຄືວ່າ ເປັນແນວທາງທີ່ຮອບຄອບໃນການແກ້ໄຂບັນຫາ.”

ທ່ານກາຣີ ແຄລແມນ (Gary Kalman), ຜູ້ອໍານວຍການຂອງສໍານັກງານເພື່ອຄວາມໂປ່ງໃສລະຫວ່າງຊາດຂອງສະຫະລັດ ກ່າວວ່າ ການເປີດເຜີຍຄັ້ງນີ້ ນັບເປັນຄັ້ງທໍາອິດທີ່ສະຫະລັດ ໄດ້ນໍາສະເໜີຍຸດທະສາດລະດັບຊາດໃນການຕໍ່ຕ້ານການສໍ້ລາດບັງຫຼວງ. ທ່ານກ່າວວ່າ ມັນມີຄວາມສໍາຄັນຢ່າງຍິ່ງທີ່ລັດຖະບານຂອງທ່ານ ໄບເດັນ ຕ້ອງເນັ້ນໜັກເຖິງຄວາມຈໍາເປັນໃນຄວາມພະຍາຍາມຮ່ວມກັນຕໍ່ຕ້ານການສໍ້ລາດບັງຫຼວງໃນທົ່ວຄະນະລັດຖະບານກາງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG