ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ປະກາດຫຼາຍຂໍ້ຫາ ທີ່ພົວພັນກັບຄວາມພະຍາຍາມ ລັກເທັກໂນໂລຈີ ໂດຍ ຣັດເຊຍ, ຈີນ, ອີຣ່ານ


ລັດຖະມົນຕີຊ່ວຍວ່າການກະຊວງຍຸຕິທໍາ ທ່ານແມັດທິວ ໂອລເຊັນ, ຈາກພະແນກຄວາມໝັ້ນຄົງແຫ່ງຊາດຂອງກະຊວງຍຸຕິທໍາ ກ່າວຖະແຫຼງການ ໃນລະຫວ່າງການຖະແຫຼງຂ່າວຢູ່ທີ່ກະຊວງຍຸຕິທໍາ ໃນນະຄອນຫຼວງວໍຊິງຕັນ, ວັນທີ 16 ພຶດສະພາ 2023.
ລັດຖະມົນຕີຊ່ວຍວ່າການກະຊວງຍຸຕິທໍາ ທ່ານແມັດທິວ ໂອລເຊັນ, ຈາກພະແນກຄວາມໝັ້ນຄົງແຫ່ງຊາດຂອງກະຊວງຍຸຕິທໍາ ກ່າວຖະແຫຼງການ ໃນລະຫວ່າງການຖະແຫຼງຂ່າວຢູ່ທີ່ກະຊວງຍຸຕິທໍາ ໃນນະຄອນຫຼວງວໍຊິງຕັນ, ວັນທີ 16 ພຶດສະພາ 2023.

ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍຂອງສະຫະລັດ, ໃນວັນອັງຄານວານນີ້ໄດ້ປະກາດ ການ​ດຳ​ເນີນຄະດີອາຍາຫຼາຍຄະດີ ທີ່ໄດ້ເປີດເຜີຍ ກ່ຽວກັບ ຄວາມພະຍາຍາມຢ່າງ​ບໍ່​ຢຸດ​ຢ່ອນ ເພື່ອລັກເອົາເທັກໂນໂລຈີ ທີ່ມີຄວາມລະອຽດອ່ອນຕ່າງໆຂອງສະຫະລັດ ໂດຍຣັດເຊຍ, ຈີນ ແລະ ອີຣ່ານ.

ໃນ 5 ຄະ​ດີ, ໄດ້ປະເມີນຊ່ວງໄລຍະຂອງການປ້ອງກັນເທັກໂນໂລຈີຂອງສະຫະ ລັດ ເຊິ່ງໄດ້ນໍາອອກມາເປີດເຜີຍໂດຍ “ກອງກໍາລັງຕໍ່ສູ້” ໃໝ່ ທີ່ຫາກໍຈັດຕັ້ງຂຶ້ນມາໃນຊ່ວງຕົ້ນປີນີ້ ເພື່ອຂັດຂວາງສັດຕູຕ່າງປະເທດຈາກການເຂົ້າ​ເຖິງນະວັດຕະກໍາທີ່ທັນສະໄໝຂອງສະຫະລັດ.

​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ຍຸ​ຕິ​ທຳ ທ່ານແມັດທິວ ໂອລເຊັນ, ເຊິ່ງເປັນຫົວໜ້າພະແນກຄວາມໝັ້ນຄົງແຫ່ງຊາດຂອງກະຊວງຍຸຕິທໍາ ແລະເປັນຫົວໜ້າກອງກໍາລັງປະຕິບັດໜ້າທີ່ສະເພາະກິດ ກ່າວວ່າ “ຂໍ້ກ່າວຫາຕ່າງໆເຫຼົ່ານີ້ ສະ ແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງກະຊວງຍຸຕິທໍາ ເພື່ອປ້ອງກັນເທັກໂນໂລຈີ ທີ່ມີຄວາມລະອຽດອ່ອນ ຈາກການຕົກໄປສູ່ກຳມືຂອງຝ່າຍສັດຕູຕ່າງປະເທດ ເຊິ່ງລວມມີ ຣັດເຊຍ, ຈີນ ແລະ ອີຣ່ານ.”

ບາງຄະ​ດີທີ່ໄດ້ປະກາດ ໃນວັນອັງຄານວານນີ້ ແມ່ນຢ້ອນ​ຄືນຫຼັງໄປເປັນເວລາຫຼາຍປີ, ແຕ່ ທ່ານໂອລເຊັນ ກ່າວວ່າ “ໄພຄຸກຄາມ ແມ່ນມີຄວາມໝາຍສໍາຄັນ ດັ່ງທີ່ເຄີຍເປັນມາ.”

ໃນ ສອງຄະ​ດີ ແມ່ນກ່ຽວຂ້ອງກັບ ຣັດເຊຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG