ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

​ສ​ຫລ ຟ້ອງ ຊາວ​ອີ​ຣ່ານ 2 ຄົນ ໃນ​ຖານ​ໃຊ້ ແຣນ​ຊຳ​ແວ ອອນ​ລາຍ​ນ໌ ເທື່ອ​ທຳ​ອິດ


ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ສ​ຫລ ທ່ານ​ຣອດ ໂຣ​ເຊັນ​ສ໌​ໄຕ​ນ໌ ໃນ​ກອງ​ປະ​ຊຸມ​ຖ​ະແຫຼງ​ຂ່າວ ຢູ່​ກະ​ຊວງ​ຍຸ​ຕິ​ທຳ ທີ່​ນະ​ຄອນ​ຫຼວງ ວໍ​ຊິງ​ຕັນ.
ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ສ​ຫລ ທ່ານ​ຣອດ ໂຣ​ເຊັນ​ສ໌​ໄຕ​ນ໌ ໃນ​ກອງ​ປະ​ຊຸມ​ຖ​ະແຫຼງ​ຂ່າວ ຢູ່​ກະ​ຊວງ​ຍຸ​ຕິ​ທຳ ທີ່​ນະ​ຄອນ​ຫຼວງ ວໍ​ຊິງ​ຕັນ.

ນີ້​ແມ່ນ​ຄະ​ດີ​ທຳ​ອິດ ທີ່​ກະ​ຊວງ​ຍຸ​ຕິ​ທຳ​ສ​ະ​ຫະ​ລັດ ໄດ້​ປະ​ກາດ​ກ່ຽວ​ກັບ​ການ​ຕັ້ງ​ຂໍ້​ຫາ ໃນ​ວັນ​ພຸດ​ວານນີ້ ຕໍ່​ຜູ້​ເຈາະ​ຂໍ້​ມູນ​ຊາວ​ອີ​ຣ່ານ 2 ຄົນ ທີ່​ໄດ້​ນຳ​ໃຊ້​ໃນ​ອັນ​ທີ່ເອີ້ນ​ວ່າ ແຣນ​ຊຳ​ແວໃສ່​ຕາງ​ໜ່າງ​ຄອມ​ພິວ​ເຕີ້ ຂອງ​ເຂດ​ເທ​ດ​ສະ​ບານ ໂຮງ​ໝໍ ແລະ​ສະ​ຖາ​ບັນ​ຕ່າງໆ​ ຂອງ​ລັດ​ຖະ​ບານ​ສະ​ຫະ​ລັດ ແລ້ວ​ກໍ​ຮຽກ​ເອົາ​ເງິນ​ຄ່າ​ໄຖ່​ຈຳນວນ​ຫຼາຍ​ລ້ານ​ໂດ​ລາ​ຈ​າກ​ຜູ້​ເຄາະ​ຮ້າຍ.

ແຣນ​ຊຳ​ແວ ແມ່ນ​ເປັນໂປ​ຣ​ແກມ​ທີ່​ປະ​ສົງ​ຮ້າຍ ຊຶ່ງ​ໄດ້​ນຳ​ໂດຍ​ພວກ​ກໍ່​ອາ​ຊະ​ຍາກຳ​ທາງ​ໄຊ​ເບີ້ ເພື່ອ​ລັອກ​ຄອມ​ພິວ​ເຕີ້​ ແລ້ວ​ກໍ​ຮຽກ​ເອົາ​ເງິນ​ຄ່າ​ໄຖ່​ຈາກ​ພວກ​ຜູ້​ໃຊ້ເພື່ອ​ເປັນ​ການ​ແລກ​ປ່ຽນໃນ​ການ​ປົດ​ລັອກ​ຄອມ​ພິວ​ເຕີ້​ເຫຼົ່າ​ນີ້. ຄັ້ງ​ນຶ່ງ ແຣນ​ຊຳ​ແວໄດ້​ຖືກ​ນຳ​ໃຊ້​ຕໍ່​ສ່ວນ​ບຸກ​ຄົນ ແຕ່​ໃນ​ໄລ​ຍະ​ສອງ​ສາມ​ປີ​ຜ່ານ​ມານີ້ ໄດ້​ຖືກ​ນຳ​ໃຊ້​ຫຼາຍ​ຂຶ້ນ ໃນ​ການ​ໂຈມ​ຕີ​ທາງ​ຄອມ​ພິວ​ເຕີ້​ຕໍ່​ທຸ​ລະ​ກິດຕ່າງໆ.

ທ້າວ​ຟາ​ຣາ​ມາ​ຣ໌​ສ ຊາ​ຮີ ຊາ​ວານ​ດີ ອາ​ຍຸ 34 ປີ ແລະ​ທ້າວ​ໂມ​ຮຳ​ເມັດ ເມຫະ​ດີ ຊາ ມານ​ຊູ​ຣີ ອາ​ຍຸ 27 ປີ ເປັນ​ຜູ້​ສ້າງ ໃນ​ອັນ​ທີ່​ເອີ້ນ​ວ່າ “ແຊມ​ແຊມ ແຣນ​ຊຳແວ” ໃນ​ເດືອນ​ທັນ​ວາ​ປີ 2015 ແລະ​ສົ່ງ​ໄປ​ຕິດ​ຕັ້ງ​ໃສ່​ຕາ​ໜ່າງ​ຄອມ​ພິວ​ເຕີ້ ທັງຂອງ​ລັດ​ຖະ​ບານ​ແລະ​ເອກ​ກະ​ຊົນຫຼາຍກວ່າ 230 ຕາ​ໜ່າງ ຢູ່​ໃນ​ສະ​ຫະ​ລັດແລະ​ກາ​ນາ​ດາ ອີງ​ຕາມ​ສຳ​ນວນ​ຟ້ອງ​ທີ່​ຍາວ 26 ໜ້າ ທີ່​ເປີດ​ເຜີຍ​ໃຫ້​ຮູ້​ໃນ​ວັນພຸດ​ວານນີ້.

ໂດຍ​ແນ​ເປົ້າ​ໝາຍ​ໃສ່​ພວກ​ໃຊ້​ຄອມ​ພິວ​ເຕີ້​ບໍ່​ໃຫ້​ສາ​ມາດ​ເຂົ້າ​ເຖິງ​ຂໍ້​ມູນ​ຂອງ​ພວກ​ເຂົາ​ເຈົ້າ​ນັ້ນ ທ້າວ​ຊາ​ວານ​ດີແລະ​ທ້າວ​ມານ​ຊູ​ຣີ ທີ່​ປະ​ຕິ​ບັດ​ງານ​ຢູ່​ປະ​ເທດ​ອີ​ຣ່ານ ຫລັງ​ຈາກນັ້ນ​ກໍ​ຈະ​ຮຽກ​ເອົາ​ເງິນ​ຄ່າ​ໄຖ່ ໃນ​ຮູບ​ຂອງ​ເງິນ​ບິດ​ຄອຍ ເພື່ອ​ແລກ​ປ່ຽນກັບ​ການ​ປົດ​ລັອກ ຂໍ້​ມູນ​ທີ່​ຂຽນ​ເປັນ​ລະ​ຫັດ.

ອີງ​ຕາມ​ສຳ​ນວນ​ຟ້ອງ​ແລ້ວ ຊາວ​ອີ​ຣ່ານ​ທັງ​ສອງ​ໄດ້​ຮັບ​ເງິນ​ຫຼາຍກວ່າ 6 ລ້ານ​ໂດ​ລາ ເປັນ​ເງິນ​ດີ​ຈີ​ຕອ​ລ​ຈາກ​ພວກ​ເຄາະ​ຮ້າຍ ຊຶ່ງ​ພວກ​ເຂົາ​ໄດ້​ພາ​ກັນ ​ໄປ​ແລກເອົາ​ເປັນ​ເງິນ ຮຽ​ລ ຄື​ເງິນ​ຕາ​ຂອງອີ​ຣ່ານ ໂດຍ​ໃຊ້​ສູນ​ກາງ​ແລກ​ປ່ຽນ​ບິດ​ຄອຍ​ຢູ່ທີ່​ປະ​ເທດ​ອີ​ຣ່ານ. ປະ​ມານ​ເຄິ່ງ​ນຶ່ງ​ຂອງ​ບໍ​ລິ​ສັດ​ແລະ​ອົງ​ການ​ທີ່​ຖືກ​ໂຈມ​ຕີໄດ້​ປະຕິ​ເສດ​ບໍ່​ຍອມ​ຈ່າຍ​ເງິນ​ຄ່າ​ໄຖ່ ແລະ​ກໍ​ປະ​ເຊີນ​ກັບ​ການ​ສູນ​ເສຍ​ຂໍ້​ມູນ ໃນ​ມູ​ນ​ຄ່າ 30 ລ້ານ​ໂດ​ລາ ອີງ​ຕາມ​ສຳ​ນວນ​ຟ້ອງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG