ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ​ ກ່າວວ່າ ​​ສາຍ​ລັບ ຣັດ​ເຊຍ ​ເຈາະ​ຂໍ້​ມູນ ອົງ​ການ ຕໍ່​ຕ້ານ ການ​ໃຊ້ຢາຊູ​ກຳ​ລັງ ແລະ​ອົງ​ການອື່ນໆ


ຮູບ​ພາບຊາວ​ຣັດ​ເຊຍ​ເຈັດ​ຄົນ ຜູ້​ທີ່​ຖືກ​ກ່າວ​ຫາວ່າ ເຈາະ​ຂ​ໍ້​ມູນ ຕາ​ໜ່າງ​ຄ​ອມ​ພິວ​ເຕີ ​​ອົງ​ການຕໍ່​ຕ້ານ​ການ​ໃຊ້​ຢາ​ຊູ​ກຳ​ລັງ.
ຮູບ​ພາບຊາວ​ຣັດ​ເຊຍ​ເຈັດ​ຄົນ ຜູ້​ທີ່​ຖືກ​ກ່າວ​ຫາວ່າ ເຈາະ​ຂ​ໍ້​ມູນ ຕາ​ໜ່າງ​ຄ​ອມ​ພິວ​ເຕີ ​​ອົງ​ການຕໍ່​ຕ້ານ​ການ​ໃຊ້​ຢາ​ຊູ​ກຳ​ລັງ.

ກະ​ຊວງ​ຍຸ​ຕິ​ທຳ​ສະ​ຫະ​ລັດ​ ໄດ້​ປ​ະ​ກາດ​ໃນ​ວັນ​ພະ​ຫັດ​ວານ​ນີ້​ວ່າ ຕົນ​ໄດ້​ກ່າວ​ຫາ​ພວກ
​ເຈົ້າ​ໜ້າ​ທີ່​ສືບ​ລັບ​ຣັດ​ເຊຍ ​ເຈັດ​ຄົນ ໃນ​ຂໍ້​ຫາ​ເຈາະຂໍ້​ມູນ​ຕາ​ໜ່າງຄອມ​ພິວ​ ເຕີ ຂອງ
​ອົງ​ການສາ​ກົນຕໍ່​ຕ້ານ​ການ​ໃຊ້​ຢາຊູ​ກຳ​ລັງ ພ້ອມ​ດ້ວຍ ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ ທີ່​ສືບ​
ສວນການ​ໃຊ້​ສານ​ພິດເຄ​ມີ​ຂອງຣັດ​ເຊຍ. ​ໃນການ​ປະ​ກາດກ່ຽວ​ກັບ​ການ​ກ່າວ​ຫາ​ດັ່ງ
​ກ່າວທີ່​ນະ​ຄອນຫຼວງ​ວໍ​ຊິງ​ຕັນ​ນັ້ນ ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການກະ​ຊວງ​ຍຸ​ຕິ​ທຳ ທ່ານ​ຈອນ
ດີ​ເມີ​ຣ​ສ໌ ກ່າວ​ວ່າ ຊາວ​ຣັດ​ເຊຍ​ທີ່​ເຮັດ​ວຽກ​ໃຫ້ອົງ​ການ GRU ຊຶ່ງ​ເປັນອົງ​ການ​ສືບ​ລັບ
​ທະ​ຫານ​ຣັດ​ເຊຍ ແລະ​ເຂົາ​ເຈົ້າສາມ​ຄົນ ​ໄດ້​ຖືກ ກ່າວ​ຫາ​ມາ​ກ່ອນ ​ໂດຍໄອ​ຍະ​ການ​
ພິ​ເສດໂຣ​ເບີ​ຣ​ຕ໌ ມັນ​ເລີ ໃນ​ຖານ​ພົວ​ພັນ​ກັບ​ການ​ເຈາະ​ຂໍ້​ມູນຄອມ​ພິ​ວ​ເຕີ​ຂອງ​ພັກ​ເດ
​ໂມ​ແຄ​ຣັດ ລະ​ຫວ່າງ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ ປີ 2016. ແຕ່​ທ່ານ​ດີ​ເມີ​ຣ​ສ໌ທີ່​
ເປັນ​ຫົວ​ໜ້າ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ຂອງ​ກະ​ຊວງ​ຍຸ​ຕິ​ທຳ ກ່າວ​ວ່າ ການ​ກ່າວ​
ຫາ​ເທື່ອ​ຫລ້າ​ສຸດ​ບໍ່​ໄດ້​ພົວ​ພັນ​ກັບ​ການ​ສືບ​ສວນ​ຂອງ​ທ່ານ​ມັນ​ເລີກ່ຽວ​ກັບ​ການ​ແຊກ
ແຊງ​ຂອງ​ຣັດ​ເຊຍ​ເຂົ້າ​ໃນ​ການ​ປ່ອນ​ບັດ​ໃນ​ປີ 2016. ທ່ານ​ດີ​ເມີ​ຣ​ສ໌ ກ່າວ​ຢູ່ກອງ​ປະ
​ຊຸມ​ນັກ​ຂ່າວ ​ຢູ່ກະ​ຊວງ​ຍຸ​ຕິ​ທຳວ່າ “ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ການກ່າວ​ຫາ​ໃນ​ການ​ຟ້ອງ​
ຮ້ອງ​ທັງ​ສອງແມ່​ນ​ຕໍ່​ກຸ່ມພວກ​ສົມ​ຮູ້​ຮ່ວມ​ຄິດ​ທີ່ກວມ​ກັນ. ແລະຍັງ​ສະ​ແດງ​ໃຫ້​ເຫັນ ​
ເຖິງ​ການ​ໃຊ້​ວິ​ທີ​ການ

​ແບບ​ດຽວ​ກັນ​ບາງ​ຢ່າງ ​ໃນ​ການ​ເຈາະ​ຂໍ້​ມູນ​ຄອມ​ພິວ​ເຕີ ແລະ​ ການນຳ​ໃຊ້ເປົ້າ​ໝາຍ
​ຍຸດທະ​ສາດຂອງ​ຣັດ​ເຊຍ ເພື່ອ​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ​ຜ່ານການ​ໃຊ້​ອິດທິພົນ​ທີ່​
ຜິດ​ກົດ​ໝາຍ ແລະ​ການ​ປະ​ຕິ​ບັດ​ງານ​ໃຫ້​ຂໍ້​ມູນ​ທີ່​ບໍ່​ຖືກ​ຕ້ອງ ​ໂດຍ​ແນ​ໃສ່​ການ​ສ້າງ​
ຄວາມ​ບໍ່​ແນ່​ໃຈ ຫຼືປ່ຽນ​ແປງຄວາມ​ເຫັນກ່ຽວ​ກັບຄ​ວາມຈິງ.”

ໜ່ວຍ​ປະ​ຕິ​ບັດ​ງານ​ເຈັດ​ຄົນຂອງ​ຣັດ​ເຊຍໄດ້​ຖືກ​ກ່າວ​ຫາ​ໃນການ​ເຈາະ​ຂໍ້​ມູນ​ຄອມ​ພິວ​
ເຕີ ການ​ສໍ້​ໂກງ​ທາງ​ດ້ານ​ການ​ເງິນ​ຜ່ານ​ທາງ​ການ​ສື່​ສານ​ຄົມ​ມະ​ນາ ການລັກຂ​ະ​ໂມຍ
ເອົາ​ຂໍ້​ມູນ​ຂອງ​ສ່ວນ​ບຸກ​ຄົນ ແລະ​ການ​ຟອກ​ເງິນ.

ຊ​າວ​ຣັດ​ເຊຍ​ ທີ່​ຖືກ​ກ່າວ​ຫາ​ເຈາະ​ຂໍ້​ມູນ ເດີນ​ທາງ​ໄປ​ເຖິງ​ນະ​ຄອນອາມ​ສະ​ເຕີ​ດາມ.
ຊ​າວ​ຣັດ​ເຊຍ​ ທີ່​ຖືກ​ກ່າວ​ຫາ​ເຈາະ​ຂໍ້​ມູນ ເດີນ​ທາງ​ໄປ​ເຖິງ​ນະ​ຄອນອາມ​ສະ​ເຕີ​ດາມ.

ການ​ກ່າວ​ຫາກ່ຽວ​ກັບ​ການ​ປະ​ຕິ​ບັດ​ງານ​ໂຈມ​ຕີ​ທາງ​ອິນ​ເຕີ​ແນັດ​ຂອງ​ຊາວ​ຣັດ​ເຊຍ
ແມ່ນ​ມີ​ຂຶ້ນ​ແຕ່​ເດືອນ​ກັນ​ຍາ ປີ 2014 ຫາ​ເດືອນ​ພຶດ​ສະ​ພາ ປີ 2018 ທີ່​ແນ​ເປົ້າ​ໝາຍ​
ໃສ່ ​ບັນ​ດາ​ອົງ​ການ​ຈັດ​ທີ່ກວດ​ສອບເບິ່ງ​ການໃຊ້​ຢາ​ຊູ​ກຳ​ລັງຂອງສະ​ຫະ​ລັດ ​ແລະ​ຂອງ
​ສາ​ກົນ ສະ​ຫະ​ພັນ​ກິ​ລາ ​ເຊັ່ນ​ອົງ​ການ FIFA ບັນ​ດາ​ເຈົ້າ​ໜ້າ​ທີ່ຕໍ່ຕ້າ​ນ​ການ​ໃຊ້​ຢາ​ຊູ​
ກຳ​ລັງ ແລະນັກ​ກິ​ລາ​ເກືອບ 250 ຄົນຈາກ​ປະ​ມານ 30 ປະ​ເທດ.

ເຄື່ອງ​ມື​ເຈາະ​ຂໍ້​ມູນ​ຂອງ​ຣັດ​ເຊຍ​ເຈັດ​ຄົນ ທີ່​ພົບ​ເຫັນ​ໃນ​ປະ​ເທດ​ເນ​ເທີ​ແລນ.
ເຄື່ອງ​ມື​ເຈາະ​ຂໍ້​ມູນ​ຂອງ​ຣັດ​ເຊຍ​ເຈັດ​ຄົນ ທີ່​ພົບ​ເຫັນ​ໃນ​ປະ​ເທດ​ເນ​ເທີ​ແລນ.

ບັນ​ດາ​ອົງ​ການ​ເຫຼົ່າ​ນີ້ ໄດ້ຕົກເປັນ​ເປົ້າ ຍ້ອນ​ມີ​ການ​ເປີດ​ເຜີຍ​ການ​ສະ​ໜັບ​ສະ​ໜູນໃຫ້
​ພວກ​ນັກ​ກິ​ລາ​ ​ໃຊ້​ຢາ​ຊູ​ກຳ​ລັງຂອງ​ລັດ​ຖະ​ບານຣັດ​ເຊຍ ແລະ​ການ​ສະ​ໜັບ​ສະ​ໜູນ ຕໍ່
ພວກ​ນັກ​ກິ​ລາ​ຣັດ​ເຊຍ​ທີ່​ຖືກ​ຫ້າມ​ບໍ່​ໃຫ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ກິ​ລາ​ໂອ​ລິມ​ປິກລະ​ດູ
​ຮ້ອນ​ປີ 2016 ແລະ ​ກິ​ລາ​ຄົນ​ພິ​ການ​ ທີ່​ນະ​ຄອນ​ຣີ​ໂອ ເດີ ຈາ​ເນ​ໂຣ ປະ​ເທດບ​ຣາ​ຊີ​ລ
ໃນ​ຂະ​ນະ​ທີ່ປະ​ຫວັດ​ສຸ​ຂະ​ພາບ​ ຂອງພວກ​ນັກ​ກິ​ລາຖືກ​ລັກ​ຂະໂມຍ​ໄປ ໃນ​ຈຸດ​ປະ​ສົງ
ເພື່ອ​ນຳ​ໄປ​ເຜີຍ​ແຜ່​ ອັນ​ເປັນ​ພາກ​ສ່ວນ​ນຶ່ງ​ໃນ​ການ​ໃຊ້​ອິດ ທິ​ພົນ ແລະ​ໂຄ​ສະ​ນາເຜີຍ
​ແຜ່​ຂໍ້​ມູນ​ທີ່​ບໍ່​ຖືກ​ຕ້ອງ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG