ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ໃຫ້ທຶນຊ່ອຍເຫຼືອເພີ້ມ ເກືອບ 2 ລ້ານໂດລາ ແກ່ ສປປ ລາວ ເພື່ອຮັບມື ກັບການລະບາດ ຂອງໄວຣັສໂຄໂຣນາ


ສະຫະລັດອາເມຣິກາ ປະກາດໃຫ້ທຶນຊ່ອຍເຫຼືອເພີ້ມ ມູນຄ່າ ເກືອບ 2 ລ້ານໂດລາ ຈາກອົງການພັດທະນາສາກົນ ສະຫະລັດ ຫຼື USAID ໃຫ້ແກ່ ສປປ ລາວ ເພື່ອຮັບໃຊ້ເຂົ້າໃນການຮັບມ​ື ການລະບາດຂອງພະຍາດ ໂຄວິດ-19 ໃນວັນທີ 13 ມີນາ 2020.
ສະຫະລັດອາເມຣິກາ ປະກາດໃຫ້ທຶນຊ່ອຍເຫຼືອເພີ້ມ ມູນຄ່າ ເກືອບ 2 ລ້ານໂດລາ ຈາກອົງການພັດທະນາສາກົນ ສະຫະລັດ ຫຼື USAID ໃຫ້ແກ່ ສປປ ລາວ ເພື່ອຮັບໃຊ້ເຂົ້າໃນການຮັບມ​ື ການລະບາດຂອງພະຍາດ ໂຄວິດ-19 ໃນວັນທີ 13 ມີນາ 2020.

ານ ປອ. ປີເຕີ ເຮມອນເອກອັກຄະລັດຖະທູດສະຫະລັດອາເມຣິກາປະຈຳ ສປປ ລາວ ໄດ້ປະກາດເພີ່ມທຶນຊ່ວຍເຫຼືອມູນຄ່າເກືອບ 2 ລ້ານໂດລາ ຈາກອົງການພັດທະນາ
ສາກົນ ປະເທດສະຫະລັດອາເມຣິກາ ຫຼື USAID ໃຫ້ແກ່ ສປປ ລາວ ເພື່ອຮັບໃຊ້ເຂົ້າ
ໃນການຮັບມ​ື ການລະບາດຂອງພະຍາດ ໂຄວິດ-19 ຫຼື coronavirus. ທ່ານທູດ
ເຮມອນ ໄດ້ປະກາດໃນຂະນະທີ່ຂຶ້ນກ່ າວຄໍາ ປາໄສ ໃນກອງປະຊຸມຝຶກຊ້ອມເຫດການ
ຈຳລອງ ເພື່ອກຽມການຮັບມື ການລະ ບາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນ ໃໝ່ (COVID -19) ໂດຍການສະໜັບສະໜູນໂດຍ​ສະຫະລັດ ເພື່ອກຽມຄວາມພ້ອມ
ໃຫ້ເຈົ້າໜ້າທີ່ ສາທາລະນະສຸກ ແລະລັດຖະບານ ສປປ ລາວ ໃນການກຽມຄວາມພ້ອມ
ຮັບມືກັບ ການລະບາດຂອງພະບາດໂຄວິດ-19. ໃນວັນ ທີ 13 ມີນາທີ່ຜ່ານມາ ດຣ.
ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມ ຄວບຄຸມພະ ຍາດຕິດຕໍ່ ພ້ອມດ້ວຍເຈົ້າໜ້າທີ່ ທາງພາກລັດຈາກ 12 ກະຊວງ ແລະຜູ້ນໍາຈາກ ບັນດາອົງການຕ່າງໆ ຂອງສະຫະປະ
ຊາຊາດ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ ເຊິ່ງສະໜັບສະໜູນໂດຍອົງການ USCDC
ແລະ DTRA.

ທ່ານທູດ ເຮມອນ ກ່າວວ່າ “ສະຫະລັດອາເມຣິກາກຳລັງສະໜັບສະໜູນ ສປປ ລາວ
ເພື່ອກຽມພ້ອມ ແລະ ປ້ອງກັນການລະບາດຂອງພະຍາດ ລະບາດຕ່າງໆ ລວມທັງ
ໂຄວິດ-19. ກອງປະຊຸມໃນມື້ນີ້ ເຊິ່ງໄດ້ຮັບການ ສະໜັບ ສະໜູນຈາກ USCDC ແລະ
ທຶນຊ່ວຍເຫຼືອໃໝ່ ເກືອບ 2 ລ້ານ ໂດລາຈາກ USAID ນີ້ ຈະເປັນສ່ວນໜຶ່ງເພີ່ມເຕີມ
ເຂົ້າໃນການຊ່ວຍ ເຫຼືອ ຂອງສະ​ຫະ​ລັດນັບຕັ້ງແຕ່ປີ 2006 ເປັນຕົ້ນມາ ເຊິ່ງລວມມີການ
ຝຶກອົບຮົມເພີີ່ມຄວາມອາດສາມາດ ໃຫ້ແກ່ເຈົ້າໜ້າ ທີ່ສາທາລະນະສຸກ ເພື່ອສົ່ງເສີມ
ສຸຂະພາບທີ່ດີຂອງປະຊາຊົນລາວບັນດາເຜົ່າ.

ອົງການ USAID ຈະມອບທຶນຊ່ວຍເຫຼືອໃໝ່ດັ່ງກ່າວ ໃຫ້ແກ່ຄູ່ຮ່ວມງານ ເຊັ່ນ ອົງການ
ອະນາໄມໂລກ ອົງການຊ່ວຍເຫຼືອເດັກສາກົນ ແລະ ອົງການຢູ່ນິເຊັບ. ທຶນດັ່ງກ່າວຈະ
ຊ່ວຍເຫຼືອ ສປປ ລາວ ກະກຽມຫ້ອງທົດລອງຂອງພວກເຂົາເຈົ້າ ເພື່ອການກວດຫາຜູ້
ຕິດເຊື້ອຂະໜາດໃຫຍ່ ຈັດຕັ້ງປະຕິບັດ ແຜນສຸຂະ ພາບສຸກເສີນໃຫ້ກັບຈຸດຕ່າງໆ ຝຶກ
ອົບຮົມ ສ້າງຄວາມອາດສາມາດໃຫ້ແກ່ທີມ ຮັບມືແບບທັນທີກວດຫາຜູ້ຕິດເຊື້ອ ແລະດັດ
ປັບອຸປະກອນຝຶກອົບຮົມກ່ຽວກັບ ໂຄວິດ-19 ໃຫ້ແກ່ເຈົ້າໜ້າທີ່ ສາທາລະນະສຸກ.

ການຝຶກອົບຮົມໃນຄັ້ງວັນທີ 13 ມີນາ ທີ່ນະຄອນຫຼວງວຽງຈັນ ໄດ້ຮັບການສະໜັບສະ
ໜູນໂດຍອົງການ USCDC ແລະ DTRA ເຊິ່ງ 2 ອົງການ ດັ່ງກ່າວ ໄດ້ໃຫ້ການສະໜັບ
ສະໜູນວຽກງານຄວາມ ໝັ້ນຄົງທາງດ້ານ ສາທາລະນະສຸກມາເປັນເວລາຫຼາຍກ່ວາ 10
ປີ ໃນ ສປປ ລາວ. ໃນກອງປະຊຸມດັ່ງກ່າວອົງການ USCDC ເຮັດວຽກຮ່ວມກັບອົງການ
ອະນາໄມໂລກ ໄດ້ໃຫ້ຄຳແນະນຳທາງວິ ຊາການ ໃນການເຮັດໃຫ້ການລະບາດຊ້າລົງ
ອຳນວຍຄວາມສະດວກ ໃນການສົນທະນາດ້ານການໃຫ້ຄຳສັ່ງ ແລະຄວບຄຸມຍຸດທະ
ສາດການກວດຫາຜູ້ຕິດເຊື້ອຕາມ ແຕ່ລະໄລຍະຂອງການລະບາດ.

ສະ​ຫະ​ລັດ ໄດ້ສືບຕໍ່ຮ່ວມມືກັບລັດຖະບານ ສປປ ລາວ ເພື່ອຈັດຕັ້ງການຝຶກອົບຮົມໃຫ້
ແກ່ເຈົ້າໜ້າທີ່ສາທາລະນະສຸກນັບຫຼາຍພັນຄົນ ບໍ່ວ່າຈະເປັນທາງສູນກາງ ກໍ່ຄືທ້ອງຖິ່ນ
ນັບຕັ້ງແຕ່ປີ 2006. ໃນຕົ້ນເດືອນກຸມພາ ອົງການ USAID ໄດ້ມອບຊຸດເຄື່ອງປ້ອງກັນ
ຕົນເອງ ໃຫ້ແກ່ກະຊວງສາທາລະນະສຸກ ເພື່ອປ້ອງກັນ ການລະບາດຂອງພະຍາດ
ໂຄວິດ-19. ອາທິດຕໍ່ມາ USCDC ກໍໄດ້ຈັດການຝຶກອົບຮົມ ກ່ຽວກັບການນໍາໃຊ້
ອຸປະກອນດັ່ງກ່າວ.

ໃນທົ່ວ ສປປ ລາວ ສະຫະລັດອາເມລິກາ ໄດ້ເຮັດວຽກຢ່າງໃກ້ຊິດກັບລັດຖະບານ ແລະ
ປະຊາຊົນລາວ ໃນວຽກງານສາທາລະນະສຸກ ຫຼາຍຂະແໜງການ ເຊັ່ນ ການພັດທະນາ
ວຽກງານທາງໂພຊະນາການ ແມ່ແລະເດັກ ແລະການປ້ອງກັນການລະບາດຂອງພະຍາດ
ລະບາດຕ່າງໆ.

XS
SM
MD
LG