ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ປະກາດການຊ່ວຍເຫຼືອດ້ານທະຫານ 100 ລ້ານໂດລາ ສຳລັບ ຢູເຄຣນ


ຮູບພາບ ກ່ຽວກັບ ຄວາມຫາຍະນະໃນ ຢູເຄຣນ ຖືກສາຍໃນລະຫວ່າງກອງປະຊຸມຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ. 5 ເມສາ, 2022, ຢູ່ສຳນັກງານໃຫຍ່ອົງການສະຫະປະຊາຊາດ.
ຮູບພາບ ກ່ຽວກັບ ຄວາມຫາຍະນະໃນ ຢູເຄຣນ ຖືກສາຍໃນລະຫວ່າງກອງປະຊຸມຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ. 5 ເມສາ, 2022, ຢູ່ສຳນັກງານໃຫຍ່ອົງການສະຫະປະຊາຊາດ.

ສະຫະລັດ ໄດ້ປະກາດການຊ່ວຍເຫຼືອທາງທະຫານສຳລັບ ຢູເຄຣນ 100 ລ້ານໂດລາ ໃນຂະນະທີ່ບັນດາລັດຖະມົນຕີຕ່າງປະເທດ NATO ເຕົ້າໂຮມກັນ ໃນນະຄອນຫຼວງ ບຣັສໂຊລສ໌ ປະເທດ ແບລຈຽມ ສອງວັນ ເພື່ອການເຈລະຈາ ກ່ຽວກັບ ຄວາມຂັດແຍ້ງໃນ ຢູເຄຣນ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ໄດ້ກ່າວໃນຖະແຫຼງການສະ ບັບນຶ່ງ ເມື່ອຕອນແລງວັນອັງຄານວານນີ້ ທີ່ປະກາດການອະນຸມັດການຊ່ວຍເຫຼືອດັ່ງກ່າວຂອງທ່ານວ່າ “ໂລກແມ່ນໄດ້ຕົກໃຈ ແລະ ຢ້ານ ກ່ຽວກັບ ຄວາມໂຫດຮ້າຍ ທີ່ກະທຳໂດຍກອງກຳລັງຂອງ ຣັດເຊຍ ໃນເມືອງ ບູຊາ (Bucha) ແລະ ທົ່ວ ຢູເຄຣນ. ກອງກຳລັງຂອງ ຢູເຄຣນ ແມ່ນໄດ້ສືບຕໍ່ຢ່າງກ້າຫານ ເພື່ອປ້ອງກັນປະເທດຂອງເຂົາເຈົ້າ ແລະ ເສລີພາບຂອງເຂົາເຈົ້າ, ແລະ ສະຫະລັດ, ພ້ອມກັບບັນດາພັນທະມິດ ແລະ ຄູ່ຮ່ວມຂອງພວກເຮົາ, ຈະຍຶດໝັ້ນ ໃນການສະໜັບສະໜູນຕໍ່ອະທິປະ ໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ຢູເຄຣນ.”

ໂຄສົກທຳນຽບຫ້າແຈ ທ່ານ ຈອນ ເຄີບີ ໄດ້ກ່າວວ່າການຊ່ວຍເຫຼືອດັ່ງກ່າວຈະ “ບັນລຸຄວາມຕ້ອງ ການອັນຮີບດ່ວນ ຂອງ ຢູເຄຣນ ສຳລັບລະບົບລູກສອນໄຟປ້ອງກັນອາວຸດເພີ່ມເຕີມ, ເຊິ່ງ ສະຫະລັດ ໄດ້ສະໜອງໃຫ້ ຢູເຄຣນ ແລະ ເຂົາເຈົ້າໄດ້ໃຊ້ມັນ ຢ່າງມີປະສິດທິພາບຫຼາຍ ເພື່ອປ້ອງ ກັນປະເທດຂອງເຂົາ ເຈົ້າ.”

ເລຂາທິການໃຫຍ່ອົງການ NATO ທ່ານ ເຈັນສ໌ ສໂຕລເທັນເບີກ ໄດ້ກ່າວຕໍ່ບັນດານັກຂ່າວກ່ອນກອງປະຊຸມທີ່ບັນດາສະມາຊິກພັນທະມິດ “ແມ່ນມີຄວາມ ມຸ່ງໝັ້ນທີ່ຈະສະໜອງການສະໜັບສະ ໜູນຕໍ່ ຢູເຄຣນ ເພີ່ມເຕີມ,” ລວມມີການຊ່ວຍເຫຼືອດ້ານມະນຸດສະທຳ ແລະ ການເງິນ ນອກຈາກການຊ່ວຍເຫຼືອດ້ານອຸປະກອນທະຫານ ແລະ ຄວາມປອດໄພທາງໄຊເບີ.

ທ່ານ ສໂຕລເທັນເບີກ ໄດ້ກ່າວວ່າ “ຂ້າພະເຈົ້າຄາດວ່າພວກເຮົາຈະຕັດສິນທີ່ຈະປະກອບສ່ວນເພີ່ມເຕີມສຳລັບຄູ່ຮ່ວມອື່ນໆຂອງອົງການ NATO, ເຊິ່ງມີຄວາມສ່ຽງຕໍ່ໄພຂົ່ມຂູ່ ແລະ ການແຊກແຊງຂອງ ຣັດເຊຍ, ລວມມີປະເທດ ຈໍເຈຍ ແລະ ບອສເນຍ ເຮີເຊໂກວີນາ.”

ລັດຖະມົນຕີການຕ່າງປະເທດ ຢູເຄຣນ ທ່ານ ດມິໂຕຣ ຄູເລບາ ແມ່ນມີກຳນົດທີ່ຈະກ່າວຄຳປາໄສ ຕໍ່ບັນດາລັດຖະມົນຕີ ໃນວັນພະຫັດມື້ອື່ນ.

ປະທານາທິບໍດີຂອງ ຢູເຄຣນ ໄດ້ເຕືອນສະພາຄວາມໝັ້ນຄົງ ສະຫະປະຊາຊາດໃນວັນອັງຄານວານນີ້ ສຳລັບການບໍ່ເຮັດຫຍັງຂອງເຂົາເຈົ້າເພື່ອຢຸດສົງຄາມຂອງ ຣັດເຊຍ ຕໍ່ປະເທດຂອງທ່ານ ແລະ ໄດ້ຮຽກຮ້ອງໃຫ້ ມົສກູ ປະເຊີນກັບການຮັບຜິດຊອບ ສຳລັບອາຊະຍາກຳ ທີ່ພວກເຂົາໄດ້ດຳເນີນຢູ່ທີ່ນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG