ພວກພົນລະເມືອງແລະບັນດາເຈົ້າໜ້າທີ່ສະຫະລັດພາກັນປະກອບພິທີເປັນຂີດໝາຍວັນຄົບຮອບປີທີ 9 ຂອງການໂຈມຕີຂອງພວກກໍ່ການຮ້າຍໃນສະຫະລັດ ໃນວັນທີ 11 ເດືອນກັນຍາ ປີ 2001 ໃນຂະນະທີ່ ປະຊາຊົນຫລາຍພັນຄົນພາກັນໄປໂຮມຊຸມນຸມ ທີ່ນະຄອນນີວຢອກເພື່ອສະແດງການສະໜັບສະໜູນແລະປະທ້ວງຄັດຄ້ານຕໍ່ແຜນການສ້າງສູນ ກາງອີສລາມຂຶ້ນ ຢູ່ໃກ້ໆກັບບ່ອນຕຶກແຝດ World Trade Center ພັງທະລາຍລົງນັ້ນ.
ປະຊາຊົນຈໍານວນຫລາຍກວ່າ 2 ພັນຄົນໄດ້ເຂົ້າປະກອບສ່ວນໃນການໄຕ້ທຽນໄຂສະແດງການສະໜັບສະໜຸນສິດທິຂອງຊາວມຸສລິມ ໃນການກໍ່ສ້າງສູນກາງມຸສລິມຂຶ້ນໃນເຂດໃຕ້ຂອງນະຄອນນີວຢອກ ເທິງເກາະ Manhattan ນັ້ນ.
ພຽງສອງສາມຄູຫາຫ່າງຈາກບໍລິເວນດັ່ງກ່າວ ພວກທີ່ເຂົ້າຮ່ວມໃນການໂຮມຊຸມນຸມນຶ່ງຕ່າງຫາກ ກ່າວວ່າ ມັນຈະເປັນການໝິ່ນປະໝາດຕໍ່ຄວາມຊົງຈໍາຂອງພວກທີ່ໄດ້ເສຍຊີວິດໄປໃນການໂຈມຕີຄັ້ງນັ້ນ.
ຢູ່ບໍລິເວນທີ່ຕຶກແຝດຂອງສູນການຄ້າພັງທະລາຍລົງນັ້ນ ຮອງປະທານາທິບໍດີ Joe Biden ໄດ້ໄປຮ່ວມໃນພິທີທີ່ມີການຊື່ຂອງພວກເຄາະຮ້າຍທັງໝົດ 2752 ຄົນ ທີ່ເສຍຊີວິດໄປນັ້ນ ອອກມາຢ່າງດັງໆໂດຍສະມາຊິກຄອບຄົວຂອງພວກທີ່ເສຍຊີວິດໄປ.
ຢູ່ນອກກຸງວໍຊິງຕັນ ປະທານາທິບໍດີບາຣັກ ໂອບາມາ ໄດ້ກ່າວຄໍາປາໄສໃນພິທີທີ່ທໍານຽບຫ້າແຈ ຫລືກະຊວງປ້ອງກັນປະເທດສະຫະລັດ ບ່ອນທີ່ປະຊາຊົນ 184 ຄົນເສຍຊີວິດໄປ ເວລາພວກກໍ່ການຮ້າຍຂັບເຮືອບິນເຂົ້າຕໍານັ້ນ. ທ່ານໂອບາມາກ່າວວ່າ ພວກທີ່ໂຈມຕີສະຫະລັດບໍ່ພຽງແຕ່ທໍາການໂຈມຕີຕຶກອາຄານເທົ່ານັ້ນ ແຕ່ໄດ້ໂຈມຕີແນວຄິດອັນແທ້ຈິງຂອງອະເມຣິການໍາ.