ບັນດານັກຊ່ຽວຊານຈາກສະຫະລັດ ແລະ ສປປ ລາວ ໄດ້ພົບປະກັນທີ່ນະຄອນຫຼວງ
ວຽງຈັນ ເພື່ອຮ່າງແຜນປະຕິບັດງານ ອີງຕາມລາຍງານ ຂອງສະຖານທູດສະຫະລັດ.
ການພົບປະດັ່ງກ່າວມີຂຶ້ນໃນວັນທີ 31 ພຶດສະພາຜ່ານມານີ້ ເພື່ອສ້າງແຜນປະຕິບັດ
ງານເສີມຄວາມເຂັ້ມແຂງ ໃຫ້ແກ່ການຮັບມືກັບໄພຂົ່ມຂູ່ທາງດ້ານສຸຂະພາບເຊັ່ນພະ
ຍາດຕິດຕໍ່ ແລະພະຍາດທີ່ເກີດຂຶ້ນໃໝ່ ທີ່ສາມາດຕິດຈາກສັດມາສູ່ຄົນ.
ລັດຖະບານສະຫະລັດໂດຍຜ່ານອົງການພັດທະນາສາກົນຫລື USAID ຮ່ວມກັບກະ
ຊວງສາທາລະນະສຸກ ພ້ອມກັບກະຊວງກະສິກຳແລະປ່າໄມ້ ໄດ້ເຕົ້າໂຮມເອົາຜູ້ຕາງ
ໜ້າຈາກພາກສ່ວນລັດຖະບານຈຳນວນ100 ທ່ານເພື່ອຮ່າງແຜນປະຕິບັດງານຮ່ວມ.
ຈຸປະສົງຂອງການຮ່າງແຜນດັ່ງກ່າວນີ້ ແມ່ນເພື່ອເລັ່ງລັດ ໃນການສ້າງຄວາມໝັ້ນຄົງ ທາງດ້ານສຸຂະພາບຂອງ ສປປ ລາວ ໂດຍການມີສ່ວນຮ່ວມກັບບັນດາຄູ່ຮ່ວມພັດທະ
ນາ.
ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດ ປະຈຳ ສປປ ລາວກ່າວວ່າ ມື້ນີ້ພວກເຮົາຮ່ວມໃນຄວາມໝາຍໝັ້ນກັບພວກທ່ານ ໃນການເຮັດໃຫ້ ສປປ ລາວ ມີ
ຄວາມປອດໄພຫຼາຍຂຶ້ນ, ສຸຂະພາບດີຂື້ນ ແລະອຸດົມຮັ່ງມີຫຼາຍຂຶ້ນ. ພວກເຮົາຈະສືບ ຕໍ່ປະຕິບັດຫນ້າທີ່ວຽກງານ ກັບ ສປປ ລາວ ເພື່ອເຮັດໃຫ້ ການຮ່ວມມື ກັບບັນດາອົງ
ການສາກົນ ມີຄວາມເຂັ້ມແຂງຂຶ້ນເພື່ອກະກຽມຄວາມພ້ອມໃນການຮັບມື ກັບໄພຂົ່ມ
ຂູ່ທາງດ້ານສຸຂະພາບທຸກໆຢ່າງ ທັງພາຍໃນແລະຕ່າງປະເທດ.
ນອກຈາກການເຂົ້າຮ່ວມ ຂອງບັນດາຜູ້ຊ່ຽວຊານ ຈາກສະຫະລັດ ແລະ ສປປ ລາວ
ແລ້ວ ຍັງມີບັນດາຜູ້ຕາງໜ້າ ຈາກອົງການອະນາໄມໂລກ ອົງການອາຫານແລະກະ
ເສດສະຫະປະຊາຊາດ ແລະຄູ່ຮ່ວມພັດທະນາສອງຝ່າຍເຊັ່ນຢູໂຣບ ຍີ່ປຸ່ນແລະເກົາ
ຫຼີກໍໄດ້ເຂົ້າຮ່ວມໃນກອງປະຊຸມນີ້.
ໜຶ່ງໃນບັນດາໝາກຜົນຂອງກອງປະຊຸມນີ້ ແມ່ນກົດລະບຽບສາກົນ 5 ປິດ້ານສາທາ
ລະນະສຸກ ຫລື IHR/GHSA ຂອງອົງການອະນາໄມໂລກ ຊຶ່ງໄດ້ຮ່າງເປັນເທື່ອທຳ
ອິດ ໃນເດືອນທັນວາ ປີ 2016 ແຕ່ຮ່າງກົດລະບຽບ ທີ່ໄດ້ຮັບການແກ້ໄຂໃໝ່ນີ້ແມ່ນ
ຊີ້ໃຫ້ເຫັນການຄົ້ນພົບ ຈາກການປະເມີນຜົນຮ່ວມກັນ ກ່ຽວກັບ ຄວາມຄືບໜ້າ ແລະ ຄວາມອາດສາມາດຂອງ ສປປ ລາວ ພາຍໃຕ້ຂອບ IHR/GHSA.