ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ແລະ ສປປ ລາວ ເປີດການເຈລະຈາ ເລື່ອງການຄ້າ ແລະການລົງທຶນ


ເອກອັກຄະລັດຖະທູດ ສຫລ ປະຈຳ ສປປ ລາວ ທ່ານນາງ Rena Bitter (ຊ້າຍ) ແລະຜູ້ຊ່ວຍຜູ້ຕາງໜ້າ ທາງດ້ານການຄ້າ ຂອງ ສຫລ ທ່ານນາງ Barbara Weisel. (ຮູບ: ສະຖານທູດ ສຫລ)
ເອກອັກຄະລັດຖະທູດ ສຫລ ປະຈຳ ສປປ ລາວ ທ່ານນາງ Rena Bitter (ຊ້າຍ) ແລະຜູ້ຊ່ວຍຜູ້ຕາງໜ້າ ທາງດ້ານການຄ້າ ຂອງ ສຫລ ທ່ານນາງ Barbara Weisel. (ຮູບ: ສະຖານທູດ ສຫລ)

ສະຫະລັດ ແລະ ສປປ ລາວ ເປີດການເຈລະຈາຫາລື ກ່ຽວກັບເລື່ອງການຄ້າ ແລະ
ການລົງທຶນ ທີ່ນະຄອນວຽງຈັນ ອີງຕາມຖະແຫຼງຂ່າວຈາກສະຖານທູດສະຫະລັດ.

ຄະນະຜູ້ແທນລະດັບສູງ ຈາກຫ້ອງການ ຜູ້ຕາງໜ້າທາງດ້ານການຄ້າ ຂອງສະຫະ
ລັດ ພາຍໃຕ້ການນຳພາຂອງທ່ານນາງ Barbara Weisel ຜູ້ຊ່ວຍຜູ້ຕາງໜ້າທາງ
ດ້ານການຄ້າຂອງສະຫະລັດ ພ້ອມດ້ວຍ ທ່ານນາງ Rena Bitter ເອກອັກຄະລັດ
ຖະທູດສະຫະລັດ ປະຈຳ ສປປ ລາວ ໄດ້ພົບປະ ກັບທ່ານສົມຈິດ ອິນທະມິດ ຮອງ
ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ແລະບັນດາ ຜູ້ຕາງໜ້າ ຈາກກະ ຊວງທີ່ກ່ຽວຂ້ອງ ຂອງ ສປປ ລາວ ເພື່ອເຈລະຈາຫາລື ກ່ຽວກັບ ສາຍພົວພັນດ້ານ
ເສດຖະກິດ ການຄ້າ ແລະ ການລົງທຶນ ເມື່ອວັນທີ​ 22 ມີນາ ຜ່ານມາ.

ກອງປະຊຸມໃນຄັ້ງນີ້ ຖືເປັນກອງປະຊຸມຄັ້ງປະຖົມມະເລີກພາຍໃຕ້ສັນຍາ ວ່າດ້ວຍ
ຂອບການຄ້າ ແລະການລົງທຶນສະບັບໃໝ່ ທີ່ລັດຖະບານ ສປປ ລາວ ແລະສະຫະ
ລັດໄດ້ລົງນາມໃນປີ 2016. ພ້ອມດຽວກັນນີ້ ທັງສອງຝ່າຍ ຍັງໄດ້ປຶກສາຫາລືກ່ຽວ
ກັບການຈັດຕັ້ງປະຕິບັດພັນທະຂອງ ສປປ ລາວຕໍ່ອົງການການຄ້າໂລກແລະການ ຂະຫຍາຍການຮ່ວມມືທາງດ້ານການຄ້າແລະການລົງທຶນລະຫວ່າງ ສປປ ລາວ ກັບ ສະຫະລັດນຳດ້ວຍ.

ສັນຍາ ວ່າດ້ວຍຂອບການຄ້າ ແລະການລົງທຶນ ເປັນເຄື່ອງມືນຶ່ງ ໃນການເສີມຂະ
ຫຍາຍສາຍພົວພັນທາງດ້ານການຄ້າ ແລະການລົງທຶນ ລະຫວ່າງ ສະຫະລັດ ກັບ
ສປປ ລາວ ໂດຍສ້າງເວທີປຶກສາຫາລືສຳລັບສອງປະເທດເພື່ອໃຫ້ມີສ່ວນຮ່ວມໃນ ຂອບການຄ້າແລະການລົງທຶນຂອງສອງຝ່າຍ. ພ້ອມນັ້ນ ສັນຍາດັ່ງກ່າວຍັງໄດ້ອຳ
ນວຍຄວາມສະດວກ ໃຫ້ແກ່ການປະສານງານ ໃນການແກ້ໄຂບັນຫາຫລາຍຝ່າຍ
ແລະພາກພື້ນ ຮວມທັງບັນຫາທີ່ພົວພັນກັບອາຊ່ຽນນຳດ້ວຍ.

XS
SM
MD
LG