ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຫລ ແລະ ສປປ ລາວ ຮ່ວມມືກັນ ຫາທາງ ຫຼຸດຜ່ອນການຂາດສານອາຫານ


ລັດຖະບານລາວ ລົງນາມໃນບົດບັນທຶກຄວາມເຂົ້າໃຈ ກັບ ອົງການຊ່ວຍເຫລືອເດັກ ເມື່ອວັນທີ 3 ກຸມພາ. (ຮູບຈາກ ສະຖານທູດສະຫະລັດ)
ລັດຖະບານລາວ ລົງນາມໃນບົດບັນທຶກຄວາມເຂົ້າໃຈ ກັບ ອົງການຊ່ວຍເຫລືອເດັກ ເມື່ອວັນທີ 3 ກຸມພາ. (ຮູບຈາກ ສະຖານທູດສະຫະລັດ)

ສະຫະລັດ ແລະ ສປປ ລາວ ກຳລັງຫາ​ທາງແກ້ໄຂບັນຫາກ່ຽວກັບເດັກເຕ້ຍຕ່ຳກວ່າມາດ ຕະຖານ ໂດຍຜ່ານໂຄງການ ແຜນງານເຊື່ອມສານໂພຊະນາການ ນ້ຳ ແລະສຸຂະອະນາ ໄມ ອີງ​ຕາມ​ລາຍ​ງານ​ຂ່າວ​ຂອງ​ສະຖານທູດ​ສະຫະລັດ.

​ໂຄງການ​ດັ່ງກ່າວ​ເປັນໂຄງການພັດທະນາຂອງລັດຖະບານສະຫະລັດທີ່ໄດ້ຮັບທຶນຈາກ ອົງການພັດທະນາສາກົນຫລື​ຢູ​ເສດ ​ໃນມູນຄ່າ 3 ລ້ານ 7 ​ແສນໂດລາ. ​ເມື່ອວັນທີ 3 ກຸມ ພາຜ່ານ​ມານີ້ ລັດຖະບານ ສປປ ລາວ ໄດ້ລົງນາມ ໃນບົດບັນທຶກ ຄວາມເຂົ້າໃຈ ກັບອົງ ການຊ່ວຍເຫຼືອເດັກ ຊຶ່ງເປັນຄູ່ຮ່ວມງານທີ່ຮັບຜິດຊອບ​ໃນ​ການຈັດຕັ້ງປະຕິບັດໂຄງການ ໂດຍກົງ. ພາຍໃຕ້ໂຄງການນີ້ ອົງການຊ່ວຍເຫລືອເດັກ ຈະໄດ້ເຮັດວຽກຮ່ວມກັບຊຸມຊົນ ແລະເຈົ້າໜ້າທີ່ ຂອງ ສປປ ລາວ ເພື່ອປັບປຸງພາວະໂພຊະນາການໃນຄົວເຮືອນ ແລະວິ ທີປະຕິບັດກ່ຽວກັບ ນ້ຳ ສຸຂາພິບານ ແລະສຸຂະອະນາໄມ ໃນ 6 ຕົວເມືອງຂອງແຂວງສະ ຫວັນນະເຂດແລະ​ແຂວງ​ຄຳມ່ວນ.

ທ່ານນາງ Rena Bitter ເອກອັກຄະລັດຖະທູດສະຫະລັດປະຈຳ ສປປ ລາວໄດ້ກ່າວວ່າ “ສະຫະລັດ ມີຄວາມໝາຍໝັ້ນ ທີ່ຈະຮ່ວມມືຢ່າງໃກ້ຊິດ ກັບລັດຖະບານ ແລະປະຊາຊົນ ສປປ ລາວ ເພື່ອປັບປຸງ ພາວະໂພຊະນາການ ຂອງແມ່ແລະເດັກ ພວກເຮົາຖືວ່າ ນີ້ແມ່ນ ການລົງທຶນໃສ່ອະນາຄົດຂອງປະຊາຊົນລາວແລະພວກເຮົາຮູ້ສຶກພາກພູມໃຈທີ່ໄດ້ຮ່ວມ ປະກອບສ່ວນ.”

XS
SM
MD
LG