ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສ​ຫລ ແລະ ລາວ ເປີດໂຄງ​ການໃໝ່ ເພື່ອ​ສ້າງສະພາບ ແວດລ້ອມ ທີ່ເອື້ອອຳນວຍ ຕໍ່ທຸລະກິດ ລາວ


ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ະ​ຫະ​ລັດ ​ປະ​ຈຳ ສ​ປ​ປ ລາວ ທ່ານ​ນາງ ຣີ​ນາ ບິດ​ເຕີ ພ້ອມ​ກັບ ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ​ການ​ຄ້າ ທ່ານ​ນາງເຂັມ​ມະ​ນີ ພົນ​ເສ​ນາ ເຂົ້າ​ຮ່ວມ​ໃນ​ພ​ິ​ທີ​ເປີດ​ໂຕ​ໂຄງ​ການສ້າງສະພາບແວດລ້ອມທີ່ ເອື້ອອຳນວຍຕໍ່ທຸລະກິດ ລາວ, ເມື່ອ​ວັນ​ທີ 12 ທັນ​ວາ 2019.
ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ະ​ຫະ​ລັດ ​ປະ​ຈຳ ສ​ປ​ປ ລາວ ທ່ານ​ນາງ ຣີ​ນາ ບິດ​ເຕີ ພ້ອມ​ກັບ ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ​ການ​ຄ້າ ທ່ານ​ນາງເຂັມ​ມະ​ນີ ພົນ​ເສ​ນາ ເຂົ້າ​ຮ່ວມ​ໃນ​ພ​ິ​ທີ​ເປີດ​ໂຕ​ໂຄງ​ການສ້າງສະພາບແວດລ້ອມທີ່ ເອື້ອອຳນວຍຕໍ່ທຸລະກິດ ລາວ, ເມື່ອ​ວັນ​ທີ 12 ທັນ​ວາ 2019.

ອີງ​ຕາມ​ຖະ​ແຫລງ​ຂ່າວ​ ຈາກ​ສະ​ຖານ​ທູດ​ສະ​ຫະ​ລັດ ປະ​ຈຳ​ນະ​ຄອນຫຼວງ​ວຽງ​ຈັນ ແມ່ນ​ວ່າ ທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມ​ກັ​ບ ເອກອັກຄະລັດຖະທູດສະຫະລັດ ປະຈໍາ ສປປ ລາວ ທ່ານນາງ ຣີນາ ບິດເຕີ ໄດ້ເປີດໂຄງການສ້າງສະພາບແວດລ້ອມທີ່ ເອື້ອອຳນວຍຕໍ່ທຸລະກິດ ລາວ ໃນພິທີ ທີ່ໄດ້ຈັດຂຶ້ນຢູ່ ນະຄອນຫຼວງ ວຽງຈັນ ເມື່ອວັນ​ພະ​ຫັດ ທີ 12 ທັນວາ ຜ່ານ​ມາ. ໂຄງການດັ່ງກ່າວ ເຊິ່ງມີອາຍຸການ ຫ້າປີ ໄດ້ຮັບ ການສະໜັບສະໜູນດ້ານ ງົບປະມານຈາກ ອົງການພັດທະນາສາກົນ ຂອງສະຫະລັດ ອາເມຣິກາ ຫຼື USAID ຊຶ່ງເປັນ ການຮ່ວມມືຫຼ້າສຸດ ລະຫວ່າງ ສະຫະລັດ ແລະ ສປປ ລາວ ທີ່ແນໃສ່​ເພື່ອສົ່ງ​ເສີມຄວາມອາດ ສາມາດໃນ​ການ​ແຂ່ງຂັນ ຂອງພາກເອກະຊົນ ແລະ ອຳນວຍ ຄວາມສະດວກ​ໃນ ດ້ານການຄ້າ.

ທ່ານນາງ ຣີນາ ບິດເຕີ ກ່າວວ່າ “ໂຄງການດັ່ງກ່າວເປັນອີກໜຶ່ງຕົວຢ່າງ ຂອງການຮ່ວມມື ທີ່ດີເລີດ ລະຫວ່າງ ສະຫະລັດ ແລະ ສປປ ລາວ ໃນຂົງເຂດການຄ້າ ແລະ ການລົງທຶນ. ພວກຂ້າພະເຈົ້າຮູ້ສຶກພາກພູມໃຈ ຕໍ່ຄວາມພະຍາຍາມຮ່ວມກັນ ໃນການສ້າງອະນາຄົດ ທີ່ຈະເລີນ ສຳລັບ ສປປ ລາວ ໂດຍມີການເຕີບໂຕດ້ານເສດຖະກິດ ທີ່ຍືນຍົງ, ແບບກວມ ລວມ ແລະ ກວ້າງຂວາງ.”

ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ຈະສະໜັບສະໜູນການສ້າງ ຂີດຄວາມສາມາດ ແລະ ການໃຫ້ຄຳປຶກສາ ແນໃສ່ຍົກສູງ ຄວາມອາດສາມາດໃນການແຂ່ງຂັນ ຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ຫຼື SMEs ຂອງ ສປປ ລາວ ໄປຄຽງຄູ່ກັບການປັບປຸງ ວຽກງານການຈັດຕັ້ງ ປະຕິບັດ ນະໂຍບາຍການຄ້າ, ກົດໝາຍ ແລະ ລະບຽບດ້ານ ການຄ້າ. SMEs ກວມເອົາອັດຕາສ່ວນສູງສຸດ ຂອງວິສາຫະກິດທັງໝົດ ແລະ ສາມາດສ້າງວຽກ ເຮັດ ງານທຳຈຳນວນຫຼາຍຢູ່ ສປປ ລາວ. ໂຄງການດັ່ງກ່າວ ຈະເນັ້ນໃສ່ ຂະແໜງອຸດສາຫະກຳ ແລະ ການບໍລິການທີ່ມີທ່າແຮງ ດ້ານການເຕີບໂຕ ແລະ ສ້າງວຽກເຮັດງານທຳສູງ.

ສະຫະລັດອາເມຣິກາ ມີປະຫວັດການຮ່ວມມືອັນຍາວນານກັບ ສປປ ລາວ ເພື່ອແນໃສ່ພັດທະ ນາ ເສດຖະກິດ ຂອງປະເທດ ລວມທັງ ການຊ່ວຍເຫຼືອຜ່ານສອງ ໂຄງການທີ່ຜ່ານມາຂອງ USAID ເຊັ່ນ: ໂຄງການເຊື່ອມໂຍງສາກົນ ແລະ ອາຊຽນ (LUNA Lao) ແລະ USAID LUNA II. ໃນຊຸມປີຜ່ານມາ ສະຫະລັດໄດ້ໃຫ້ການສະໜັບສະໜູນໃນມູນຄ່າທັງໝົດຫຼາຍກ່ວາ 22 ລ້ານ ໂດລາສະ ຫະລັດ ແນໃສ່ສ້າງຄວາມເຂັ້ມແຂງດ້ານການພັດທະນາ ເສດຖະກິດຂອງ ສປປ ລາວ ແລະ ອຳນວຍຄວາມສະດວກດ້ານການຄ້າໃນ ພາກພື້ນ ແລະ ສາກົນ.

ທ່ານນາງ ຣີນາ ບິດເຕີ ກ່າວຕື່ມວ່າ “ສະຫະລັດໄດ້ສະໜັບສະໜູນ ສປປ ລາວ ທຸກບາດກ້າວ ຂອງເສັ້ນທາງນັບແຕ່ການເຂົ້າ ເປັນສະມາຊິກອົງການ ການຄ້າໂລກ (WTO) ໃນປີ 2013 ຈົນຮອດການຈັດຕັ້ງປະຕິບັດສັນຍາວ່າດ້ວຍຂອບການຄ້າ ແລະ ການລົງທຶນ ລະຫວ່າງ ສປປ ລາວ ແລະ ສະຫະລັດ ໃນປີ 2017.”

ນອກຈາກການປັບປຸງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ແລະ ການຂະຫຍາຍ ການຄ້າແລ້ວ ສະຫະລັດອາເມລິກາ ຍັງຮ່ວມມື ກັບລັດຖະບານ ແລະ ປະຊາຊົນລາວໃນການ ປັບປຸງຄວາມອາດສາມາດຂອງຈຸນລະວິສາຫະກິດກະສິກຳ, ສ້າງຄວາມ ເຂັ້ມແຂງດ້ານຫຼັກ ນິຕິທຳ, ສົ່ງເສີມສຸຂະພາບ ແລະ ໂພສະນາການ, ຊ່ວຍເຫຼືອຄົນພິການ ແລະ ພັດທະນາການ ສຶກສາ.

XS
SM
MD
LG