ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໐ ພຶດສະພາ ໒໐໒໔

ສະຫະລັດ ແລະ ອີຢູ ຈັບຕາເບິ່ງການຮ່ວມມືດ້ານການທະຫານ ລະຫວ່າງເກົາຫຼີເໜືອ ແລະ ອີຣ່ານ


​ຮູບ​​ໃນ​ວັນ​ທີ 11 ສິງ​ຫາ 2022​ ເຜີຍແຜ່ໂດຍ​ ກ.ຊ.ຕ່າງ​ປະ​ເທດ​ອີ​ຣ່ານ​, ໂຄ​ສົກ​ ກ.ຊ. ທ່ານນາສເຊີ ການາອານີ ກ່າວ​ຢູ່​ໃນເຕຫະຣ່ານ, ອີ​ຣ່ານ​. ທ່ານ ກ່າວ​ໃນ​ວັນ​ຈັນ​ວ່າຄະ​ນະ​ຜູ້​ແທນ​ເກົາຫຼີ​ເໜືອ​ ໄດ້​ໄປ​ຢ້ຽມ​ຢາມ​ອີ​ຣ່ານ ແຕ່​ໄດ້ປະຕິເສດ​ການ​ຄາດ​ຄະ​ເນ​ກ່ຽວ​ກັບ​ການ​ຮ່ວມ​ມື​ໂຄງ​ການ​ລູກ​ສອນ​ໄຟ
​ຮູບ​​ໃນ​ວັນ​ທີ 11 ສິງ​ຫາ 2022​ ເຜີຍແຜ່ໂດຍ​ ກ.ຊ.ຕ່າງ​ປະ​ເທດ​ອີ​ຣ່ານ​, ໂຄ​ສົກ​ ກ.ຊ. ທ່ານນາສເຊີ ການາອານີ ກ່າວ​ຢູ່​ໃນເຕຫະຣ່ານ, ອີ​ຣ່ານ​. ທ່ານ ກ່າວ​ໃນ​ວັນ​ຈັນ​ວ່າຄະ​ນະ​ຜູ້​ແທນ​ເກົາຫຼີ​ເໜືອ​ ໄດ້​ໄປ​ຢ້ຽມ​ຢາມ​ອີ​ຣ່ານ ແຕ່​ໄດ້ປະຕິເສດ​ການ​ຄາດ​ຄະ​ເນ​ກ່ຽວ​ກັບ​ການ​ຮ່ວມ​ມື​ໂຄງ​ການ​ລູກ​ສອນ​ໄຟ

ສະຫະລັດ ແລະສະຫະພາບຢູໂຣບ ກ່າວວ່າ ພວກຕົນກຳລັງຈັບຕາເບິ່ງພຽງຢາງ ແລະ ເຕຫະຣ່ານ ສຳລັບການຮ່ວມມືທາງທະຫານທີ່ເປັນໄປໄດ້ ລະຫວ່າງທັງ 2 ປະເທດ ໃນຂະນະທີ່ອີຣ່ານ ກໍໄດ້ຢືນຢັນເຖິງການມາຢ້ຽມຢາມຂອງຄະນະຜູ້ແທນເກົາຫຼີເໜືອ ໃນປະເທດດັ່ງກ່າວ.

"ພວກເຮົາຍັງຄົງເຝົ້າລະວັງຕໍ່ການຮ່ວມມືທາງທະຫານທີ່ເປັນໄປໄດ້ລະຫວ່າງ ສປປ ເກົາຫຼີ ແລະ ອີຣ່ານ ແລະຈະນຳໃຊ້ເຄື່ອງມື ທີ່ມີຢູ່ທັງໝົດ, ລວມທັງການສະກັດກັ້ນ ແລະ ການລົງໂທດ, ເພື່ອຈັດການກັບບັນດາການເຄື່ອນໄຫວດັ່ງກ່າວ".

ຊື່​ທາງ​ການ​ຂອງ​ເກົາ​ຫຼີ​ເໜືອ ​ແມ່ນ​ສາ​ທາ​ລະ​ນະ​ລັດ ​ປະ​ຊາ​ທິ​ປະ​ໄຕ ​ປະ​ຊາ​ຊົນ​ເກົາ​ຫຼີ​ ຫຼື ສປປ ເກົາຫຼີ (DPRK).

ໃນມື້ດຽວກັນ, ໂຄສົກຂອງສະຫະພາບຢູໂຣບ ກ່າວຕໍ່ວີໂອເອພາສາເກົາຫຼີ ວ່າ ຕົນກຳລັງ “ຕິດຕາມເບິ່ງຢ່າງໃກ້ຊິດ ການພົວພັນ ລະຫວ່າງອີຣ່ານ ແລະ ສປປ ເກົາຫຼີ ແລະການຮ່ວມມືທີ່ອາດເປັນໄປໄດ້ຂອງພວກເຂົາ ເຊິ່ງອາດກ່ຽວຂ້ອງກັບບາງບັນຫາ ຖ້າລະເມີດມາດຕະການລົງໂທດຂອງ ສະຫະປະຊາຊາດ.

ພຽງ​ຢາງໄດ້​ປະກາດ​ຜ່ານອົງການຂ່າວ KCNA ຂອງລັດ ​ວ່າ ​ຕົນ​ໄດ້​ສົ່ງ​ຄະນະ​ຜູ້​ແທນທີ່ນຳພາໂດຍ​ລັດຖະມົນຕີ​ກະຊວງພົວພັນເສດຖະກິດລະຫວ່າງປະເທດ ທ່ານ ຢຸນ ຈອງ ໂຮ (Yun Jong Ho) ​ໄປ​ຍັງ​ອີຣ່ານ ​ໃນ​ວັນ​ທີ 23 ​ເມສາ​ນີ້.

ໂຄສົກກະຊວງການຕ່າງປະເທດອີຣ່ານ ທ່ານ ນາສຊາ ການາອານີ (Nasser Kanaani) ກ່າວໃນວັນຈັນທີ່ຜ່ານມາ ວ່າ ຄະນະຜູ້ແທນເກົາຫຼີເໜືອ ໄດ້ໄປຢ້ຽມຢາມ ເຕຫະຣ່ານ ໃນອາທິດແລ້ວນີ້ ເພື່ອປຶກສາຫາລືກ່ຽວກັບການຄ້າສອງຝ່າຍ, ອີງຕາມ ອົງການຂ່າວ Reuters.

ແຕ່ ທ່ານ ການາອານີ (Kanaani) ປະຕິເສດຕໍ່ທຸກໆການຮ່ວມມືທີ່ສົງໄສກ່ຽວກັບໂຄງການລູກສອນໄຟຂອງພວກເຂົາ, ໂດຍກ່າວວ່າ ມັນເປັນ "ການຄາດເດົາທີ່ບໍ່ຢຸດຕິທຳ" ໂດຍອີງໃສ່ບົດລາຍງານທີ່ "ບໍ່ເປັນຄວາມຈິງ".

ສະຫະລັດ ​ໄດ້​ກ່າວ​ຫາ​ ພຽງ​ຢາງ, ​ເຕ​ຫະຣ່ານ ​ແລະ​ປັກ​ກິ່ງ ​ວ່າ​ ສະໜັບສະໜູນການເຮັດ​ສົງຄາມ​ຕ້ານຢູເຄຣນຂອງຣັດເຊຍ.

ເຕຫະຣ່ານ ຍັງ​ມີ​ສ່ວນ​ກ່ຽວຂ້ອງ​ໃນການຂັດແຍ້ງກັບ​ ອິສຣາ​ແອ​ລ ອີກດ້ວຍ.

ອ່ານຂ່າວເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG