ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໒ ມິຖຸນາ ໒໐໒໓

ສະຫະລັດ ​ແລະ ຄິວ​ບາ ຈະ​ທຳການ​ ເຈລະຈາ​ກັນ​ ຮອບ​ທີ​ສອງ ຢູ່ທີິ່ວໍຊິງຕັນ


ເຈົ້າໜ້າທີ່ສະຫະລັດ ທ່ານນາງ Roberta Jacobson (ຂວາ) ແລະທ່ານ Jeffrey DeLaurentis ເຂົ້າຮ່ວມການເຈລະຈາກັບ ບັນດາເຈົ້າໜ້າທີ່ຄິວບາ ໃນນະຄອນຫລວງ Havana ປະເທດ Cuba, ວັນທີ 22 ກຸມພາ 2015.

ບັນດ​າ​ເຈົ້າໜ້າ​ທີ່​ຂອງ ສະຫະລັດ ​ແລະ ຄິວ​ບາ ຈະ​ທຳການ​
ເຈລະຈາ​ກັນ​ຮອບ​ທີ​ສອງ ​ໃນ​ວັນ​ສຸກ​ມື້​ອື່ນ​ນີ້ ​ເພື່ອ​ປຶກສາ​ຫາລື
ວິທີ​ການ​ຟື້ນ​ຟູ​ສາຍສຳ​ພັນ​ທາງ​ການ​ທູດ​ຄືນ. ຫຼັງຈາກ​ທີ່​ໄດ້​ເຂົ້າ
ປະຊຸມ​ກັນ​ມາ​ແລ້ວ​ ໃນ​ເບື້ອງ​ຕົ້ນ ຢູ່​ນະຄອນຫລວງ Havana
​ເມື່ອເດືອນ​ມັງກອນ​ປີ​ນີ້ ທັງ​ສອງຝ່າຍ​ ບັດ​ນີ້ຈະ​ພົບ​ປະກັນ​ຢູ່​ທີ່​
ວໍ​ຊິງ​ຕັນ ​ເພື່ອ​ການ​ເຈລະຈາ ກ່ຽວ​ກັບ​ບັນ​ຫາ​ຕ່າງໆ ທີ່​ລວມທັງ
​ ຂັ້ນຕອນໃນການ​ເປີດ​ສະຖານທູດ​ ຄືນ ໃໝ່ນັ້ນ.

​ໃນ​ຂະນະ​ທີ່​ທັງ​ສອງຝ່າຍ​ກຽມພ້ອມ​ທີ່​ຈະ​ປຶກສາ​ສາ​ລື ​ເລື້ອງ​
ຄວາມ​ສຳພັນ​ທາງ​ການ​ທູດນັ້ນ ຍັງ​ມີ​ຄຳ​ຖາມ​ຕ່າງໆ​ຢູ່​ຕໍ່​ມາ
ກ່ຽວ​ກັບປະ​ຫວັດ​ສິດທິ​ມະນຸດ​ຂອງ​ຄິວ​ບາ ​ຕະຫລອດທັງ ​ເລື້ອງການລະບຸ​ຄິວ​ບາ​ເປັນ​ປະ​ເທດ​ທີ່ສະໜັບສະໜຸນການ​ກໍ່​ການ​ຮ້າຍ ໂດຍ​ສະຫະລັດ.

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ໄດ້​ໃຫ້ການ​ຕໍ່ຄະນະກຳມະການ
ຂອງສະພາ​ຕ່ຳ ​ໃນ​ວັນ​ພຸດ​ວາ​ນນີ້ ຊຶ່ງ ຜູ້​ແທນ​ສັງກັດ​ພັກຣີພັບ​ບລິ​ກັນ ທ່ານ​ນາງ Ileana
Ros-Lehtinen ກ່າວ​ວ່າ ລັດຖະບາ​ນຄິວ​ບາ ​ໄດ້​ຈັບ​ກຸມ​ບັນດາ​ນັກ​ເຄື່ອນ​ໄຫວ​ຕໍ່ຕ້ານ​
ລັດຖະບານ​ຈຳນວນ ຫຼາຍກວ່າ 300 ຄົນ ພາຍ​ໃນ​ສອງ​ອາທິດ​ທີ່​ຜ່ານ​ມາ​ນີ້.

ທ່ານ Kerry ກ່າວ​ວ່າ ຄິວ​ບາ​ຄວນ​ຖືກ​ພິຈາ​ລະນາ​ ຕໍ່​ການ​ກະທຳ​ຕ່າງໆ​ຂອງ​ຕົນ ໃນ
​ອະນາຄົດ.

​ເຈົ້າໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດອາວຸ​ໂສຄົນ​ນຶ່ງ ກ່າວ​ວ່າ ປະຫວັດ​ສິດທິ​ມະນຸດ ​ຂອງ
ຄິວ​ບາ ​ແມ່ນ​ບໍ່​ຄາດວ່າ ຈະ​ເປັນ​ຈຸດ​ເພັ່ງ​ເລັງ ຂອງ​ການ​ເຈລະຈາ​ກັນ​ໃນ​ວັນ​ສຸກ​ມື້​ອື່ນ​ນີ້ ​
ແຕ່​ສະຫະລັດ​ຫວັງ​ວ່າ​ ຈະ​ກຳນົດ​ວັນ​ເວລາ ສຳ​ຫລັບ​ການ​ໂອ້​ລົມ​ກັນ​ກ່ຽວ​ກັບ​ບັນຫາ​
ດັ່ງກ່າວ​ນັ້ນ.

ເຈົ້າໜ້າ​ທີ່​ອາວຸ​ໂສ ຍັງ​ກ່າວ​ອີກ​ວ່າການ​ທີ່​ມີການ​ໂອ້​ລົມ​ກັນ ​ແມ່​ນມັກຈະເກີດ​ຜົນ​ປະ​ໂຫຍ​ດ ຫຼາຍກວ່າ ຫຼັງຈາກທີ່​ທັງ​ສອງ​ປະ​ເທດ​ເຄື່ອນ​ໄຫວ​ໄປ​ຂ້າງ​ໜ້າ​ດ້ວຍການ​ເປີດ​ຄືນ​ໃໝ່ ສະຖານທູດ​ຂອງ​ພວກ​ຕົນ ​ແລະການ ຟື້ນ​ຟູ​ສາຍສຳພັນ​ທາງ​ການ​ທູດ.

ສ່ວນ​ບັນດາ​ເຈົ້າໜ້າ​ທີ່ຄິວບາ ກໍ​ໄດ້​ສະ​ແດງ​ເຈດ​ຕະນາວ່າ ພວກ​ເຂົາຕ້ອງການ​ໃຫ້​ເອົາ​
ຊື່ປະ​ເທດ​ຕົນ ​ອອກ​ຈາກບັນຊີລາຍ​ຊື່ ຂອງ​ປະ​ເທດ​ທີ່ສະໜັບສະໜຸນ ພວກ​ກໍ່​ການ​
ຮ້າຍນັ້ນ​ ​ກ່ອນຈະ​ສ້າງຕັ້ງສາຍສຳພັນ ດ້ານການທູດຄືນໃໝ່. ​ເຈົ້າໜ້າ​ທີ່ກະຊວງ​ການ​
ຕ່າງປະ​ເທດ​ສະຫະລັດ ກ່າ​ວວ່າ ສຳ​ຫລັບ​ເວລາ​ນີ້ ​ຂັ້ນຕອນ​ທັງ​ສອງນີ້ ​ແມ່ນ​ຍັງ​ຄົງ​ແຍກ
​ອອກ​ຈາກ​ກັນຢູ່.

US-Cuba Normalization Talks Resume Friday
please wait

No media source currently available

0:00 0:02:46 0:00

XS
SM
MD
LG