ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກລອຍນ້ຳ ສະຫະລັດ ແລະຈີນ ຕ່າງກໍໄດ້ຊະນະຫຼຽນຄຳ ໃນການແຂ່ງຂັນກິລາໂອລິມປິກ ໂຕກຽວ ໃນວັນພະຫັດ


ທ້າວຄາແລບ ແດຣສໂຊລ (Caeleb Dressel) ຈາກສະຫະລັດ ພວມສະແດງຜົນງານ ໃນການແຂ່ງລອຍນ້ຳທ່າ ແມງກະເບື້ອ ຫຼື Butterfly ໄລຍະ 100 ແມັດ, ທີ່ນະຄອນຫຼວງໂຕກຽວ ຂອງຍີ່ປຸ່ນ, ວັນທີ 29 ກໍລະກົດ 2021.
ທ້າວຄາແລບ ແດຣສໂຊລ (Caeleb Dressel) ຈາກສະຫະລັດ ພວມສະແດງຜົນງານ ໃນການແຂ່ງລອຍນ້ຳທ່າ ແມງກະເບື້ອ ຫຼື Butterfly ໄລຍະ 100 ແມັດ, ທີ່ນະຄອນຫຼວງໂຕກຽວ ຂອງຍີ່ປຸ່ນ, ວັນທີ 29 ກໍລະກົດ 2021.

ພວກນັກລອຍນ້ຳສະຫະລັດ ໄດ້ຮັບສອງຫຼຽນຄຳຕື່ມອີກເຂົ້າໃນການສະສົມຫຼຽນຂອງພວກເຂົາ ໃນການແຂ່ງຂັນກິລາໂອລິມປິກໂຕກຽວ ເມື່ອວັນພະຫັດວານນີ້.

ສາມວັນໃນການຊ່ອຍໃຫ້ສະຫະລັດຊະນະຫຼຽນຄຳ ໃນທ່າລອຍນ້ຳຂວໍ້າໜ້າ ຫຼື freestyle 4 ຄູນ 100 ແມັດ ແບບຕໍ່ກັນ ຊຶ່ງທ້າວຄາແລບ ແດຣສໂຊລ (Caeleb Dressel) ກໍໄດ້ສ້າງສະຖິຕິໂອລິມປິກໃໝ່ ໂດຍໃຊ້ເວລາ 47.02 ວິນາທີ ໃນການແຂ່ງຂັນທ່າລອຍນ້ຳຟຣີສໄຕລ໌ ເພດຊາຍ ໄລຍະ 100 ແມັດ ຢູ່ທີ່ສູນລອຍນ້ຳຂອງໂຕກຽວ ຊຶ່ງລາວໄດ້ຫຼຽນຄຳຜູ້ທຳອິດສຳລັບບຸກຄົນ ໂດຍເອົາຊະນະທ້າວ ຄາຍລ໌ ຊາລເມີສ໌ (Kyle Chalmers) ຈາກອອສເຕຣເລຍ ພາຍໃນ 0.06 ສ້ຽວວິນາທີ. ສ່ວນທ້າວ ຄລາຍເມັນ ໂຄເລສນີຄອບ (Kliment Kolesnikov) ຈາກຄະນະກຳມະການໂອລິມປິກຂອງຣັດເຊຍ ຫຼື ROC ໄດ້ເຂົ້າມາອັນດັບທີສາມ ຄວ້າເອົາຫຼຽນທອງແດງໄປຄອງ.

ເພື່ອນຮ່ວມທີມ ຂອງທ້າວແດຣສໂຊລ ໄວ 21 ປີ ທ້າວບອບບີ້ ຟິ້ງ (Bobby Finke) ໄດ້ຊະນະຫຼຽນຄຳ ໃນການແຂ່ງຂັນລອຍນ້ຳທ່າຟຣີສໄຕລ໌ ໄລຍະ 800 ແມັດ ຄັ້ງທຳອິດເລີຍ ໂດຍເອົາຊະນະທ້າວ ເກຣກກໍຣີໂອ ປາລທຣີເນຍຣີ (Gregorio Paltrinieri) ຈາກອີຕາລີ ຜູ້ທີ່ໄດ້ຫຼຽນເງິນ ດ້ວຍເວລາ 7 ນາທີ 41.87 ວິນາທີ ແລະທ້າວມິແຄວໂລ ໂຣມານຊຸກ (Mykhailo Romanchuk) ຈາກຢູເຄຣນ ໄດ້ຊະນະຫຼຽນທອງແດງ.

ສ່ວນພວກແມ່ຍິງນັ້ນ ຈີນໄດ້ສ້າງສະຖິຕິໂລກໃໝ່ ດ້ວຍເວລາ 7 ນາທີ 40.33 ວິນາທີ ໃນການຄວ້າເອົາໄຊຊະນະໃນການແຂ່ງຂັນທ່າຟຣີສໄຕລ໌ 4 ຄູນ 200 ແມັດ ຕໍ່ກັນ. ສະຫະລັດ ໄດ້ເຂົ້າມານຳຫຼັງພຽງ 0.40 ວິນາທີ ແລະໄດ້ກາຍທີມ ອອສເຕຣເລຍໄປ ເພື່ອຄວ້າຫຼຽນເງິນ ກໍຍ້ອນຜົນງານທີ່ແຂງຂັນຂອງ ນາງເຄຕີ ເລແດັກກີ (Katie Ledecky) ໃນຮອບສຸດທ້າຍນັ້ນເອງ.

ໃນການແຂ່ງຂັນອື່ນໆ ທ້າວໄອແຊັກ ສຕັບໂບຕີ-ຄຸກ (Izaac Stubblety-Cook) ໄດ້ເພີ້ມຈໍານວນຫຼຽນຄໍາໃຫ້ແກ່ອອສເຕຣເລຍ ເມື່ອລາວໄດ້ເອົາຊະນະ ທ້າວອາໂມ ຄາມມິງກາ (Amo Kamminga) ຂອງເນເທີແລນ ໃນການແຂ່ງຂັນ breaststroke ໄລຍະ 200 ແມັດ ໂດຍສ້າງສະຖິຕິໂອລິມປິກໃໝ່ ດ້ວຍເວລາ 2 ນາທີ 6.38 ວິນາທີ. ສ່ວນຫຼຽນທອງແດງ ນັ້ນ ຕົກໄປເປັນຂອງທ້າວ ແມັດຕີ ແມັດສ໌ສັນ (Matti Mattsson) ຈາກຟິນແລນ ຊຶ່ງເປັນຫຼຽນທໍາອິດສຳລັບປະເທດນັ້ນ ຢູ່ໂຕກຽວ.

ແລະສະຖິຕິໂອລິມປິກອື່ນນັ້ນ ໄດ້ຖືກສ້າງຂຶ້ນໃນການແຂ່ງຂັນລອຍນ້ຳທ່າແມງກະເບື້ອ ຫຼື butterfly ເພດຍິງ ໄລຍະ 200 ແມັດ ໃນຮອບສຸດທ້າຍ ໂດຍ ນາງ ຢູເຟ ຊາງ (Yufei Zhang) ຜູ້ທີ່ໄດ້ຊະນະຫຼຽນຄໍາ ດ້ວຍເວລາ 2 ນາທີ 3.86 ວິນາທີ ແລະນັກລອຍນ້ຳສະຫະລັດ ນາງເຣແກນ ສມິດ (Regan Smith) ແລະ ນາງ ຮາລີ ຟລິກກິງ (Hali Flicking) ໄດ້ເຂົ້າມານໍາຫຼັງສອງແລະສາມ ຕາມລຳດັບ.

ໃນຂະນະດຽວກັນ ນັກໂດດຄ້ຳທໍ່ ທ້າວແຊມ ເຄັນດຣິກສ໌ (Sam Kendricks) ຈາກສະຫະລັດ ແລະ ທ້າວເຈີແມນ ເຊຍຣາວິກລີໂອ (Germán Chiaraviglio) ຈາກອາເຈັນຕີນາ ໄດ້ກາຍເປັນນັກກິລາຫຼ້າສຸດທີ່ໄດ້ຖືກບັງຄັບໃຫ້ຖອນໂຕອອກຈາກການແຂ່ງຂັນກິລາໂອລິມປິກ ຫຼັງຈາກທີ່ທັງສອງຄົນໄດ້ຖືກກວດພົບເຊື້ອພະຍາດໂຄວິດ-19 ເປັນບວກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG