ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ແລະ ຈີນ ສັນ​ຍາ​ທີ່​ຈະ​ແກ້​ໄຂ​ບັນ​ຫາ​ສະ​ພາບ​ການ​ເງິນ


ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ສະ​ຫະ​ລັດ ທ່ານ​ນາງ ຈາ​ເນັດ ແຢ​ລ​ເລັນ ຈັບ​ມື​ກັບ​ຮອງ​ນາ​ຍົກ ຈີນ ທ່ານ ຫຼິວ ຮີ ສຳ​ລັບ​ການ​ເຈ​ລະ​ຈາ​ໃນ​ເມືອງ ຊູ​ຣິກ, ປະ​ເທດ ສວິດ​ເຊີ​ແລນ, 18 ມັງ​ກອນ, 2023.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ສະ​ຫະ​ລັດ ທ່ານ​ນາງ ຈາ​ເນັດ ແຢ​ລ​ເລັນ ຈັບ​ມື​ກັບ​ຮອງ​ນາ​ຍົກ ຈີນ ທ່ານ ຫຼິວ ຮີ ສຳ​ລັບ​ການ​ເຈ​ລະ​ຈາ​ໃນ​ເມືອງ ຊູ​ຣິກ, ປະ​ເທດ ສວິດ​ເຊີ​ແລນ, 18 ມັງ​ກອນ, 2023.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ສະ​ຫະ​ລັດ ທ່ານ​ນາງ ຈາ​ເນັດ ແຢລ​ເລັນ​ ແລະ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ ທ່ານ ຫຼິວ ຮີ ໄດ້​ສັນ​ຍາ​ຢູ່ກອງ​ປະ​ຊຸມເມື່ອ​ວັນ​ພຸດ​ວານນີ້​ໃນ​ເມືອງ ຊູ​ຣິກ ປະ​ເທດ​ ສວິດ​ເຊີ​ແລນ ວ່າ​ຈະ​ເຮັດ​ວຽກ​ຮ່ວມ​ກັນ​ເພື່ອ​ແກ້​ໄຂ​ບັນ​ຫາ​ສະ​ພາບ​ການ​ເງິນ ແລະ ຮັກ​ສາ​ການ​ສື່​ສານໃຫ້​ເປີດ​ກວ້າງ ລະ​ຫວ່າງ​ສອງ​ປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ໃຫຍ່​ທີ່​ສຸດ​ໃນ​ໂລກ.

ໃນ​ການ​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ຢູ່​ຕອນ​ເລີ່ມ​ຕົ້ນ​ຂອງ​ການ​ເຈ​ລະ​ຈາ​ຂອງ​ພວກ​ເພິ່ນ​ນັ້ນ, ທ່ານ​ນາງ ແຢ​ລ​ເລັນ ໄດ້​ກ່າວ​ວ່າເຖິງ​ແມ່ນ “ຈະ​ມີການ​ບໍ່​ເຫັນ​ພ້ອມ​ກັນຫຼາຍ​ຂອບ​ເຂດ,” ທັງ​ສອງ​ປະ​ເທດ​ແມ່ນ​ມີ​ຄວາມ​ຮັບ​ຜິດ​ຊອບ​ເພື່ອ​ຈັດ​ການ​ຄວາມ​ແຕກ​ຕ່າງ​ຂອງ​ເຂົາ​ເຈົ້າ ແລະ “ປ້ອງ​ກັນ​ການ​ແຂ່ງ​ຂັນ​ບໍ່​ໃຫ້​ກາຍ​ເປັນ​ສິ່ງ​ໃດ​ກໍ່​ຕາມ​ໃກ້​ຄວາມ​ຂັດ​ແຍ້ງ.”

ທ່ານ ຫຼິວ ໄດ້​ກ່າວ​ວ່າ ຈີນ ແມ່ນ​ພ້ອມ​ແລ້ວ​ທີ່​ຈະ​ເຮັດ​ວຽກ​ກັບ ສະ​ຫະ​ລັດ “ເພື່ອ​ຮັກ​ສາ​ການ​ສົນ​ທະ​ນາ ແລະ ການ​ແລກ​ປ່ຽນ​” ແລະ ຊອ​ກ​ຫາ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ.

ການ​ປະ​ຊຸມ​ເຊິ່ງ​ໜ້າ​ຂອງ​ທ່ານ​ນາງ ແຢ​ລ​ເລັນ ກັບ ທ່ານ ຫຼິວ ແມ່ນ​ການ​ຕິດ​ຕໍ່​ລະ​ດັບ​ສູງ​ທີ່​ສຸດ​ລະ​ຫວ່າງສອງ​ປະ​ເທດ​ດັ່ງ​ກ່າວ ນັບ​ຕັ້ງ​ແຕ່ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໄດ້​ພົບ​ປະ​ກັບ​ປະ​ທານ​ປະ​ເທດ ສີ ຈິ່ນ​ຜິງ ໃນ​ເກາະ ບາຫຼີ ເມື່ອ​ເດືອນ​ພ​ະ​ຈິກ​ທີ່​ຜ່ານ​ມາ.

ຫຼັງ​ຈາກ​ກອງ​ປະ​ຊຸມ​ໃນ​ເມືອງ ຊູ​ຣິກ, ກະ​ຊວງ​ການ​ເງິນ ສະ​ຫະ​ລັດ ໄດ້​ກ່າວ​ວ່າ​ເຈົ້າ​ໜ້າ​ທີ່​ທັງ​ສອງ​ທ່ານ​ນັ້ນ​ໄດ້​ຕົກ​ລົງ​ວ່າ ສະ​ຫະ​ລັດ ແລະ ຈີນ ຈະ​ຮ່ວມ​ມື​ກັນຫຼາຍ​ຂຶ້ນ​ໃນ​ບັນ​ຫາ​ສະ​ພາບ​ການ​ເງິນ ແລະ ເຮັດ​ວຽກ​ເພື່ອ​ສະ​ໜັບ​ສະ​ໜູນ “ບັນ​ດາ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ​ໃນ​ການ​ຫັນ​ປ່ຽນ​ໄປ​ຫາ​ພະ​ລັງ​ງານ​ສະ​ອາດ​ຂອງ​ເຂົາ​ເຈົ້າ.”

ເຖິງ​ແມ່ນ​ຈະ​ມີ​ການ​ສັ​ນ​ຍາຂອງ​ພວກ​ທ່ານ ກ່ຽວ​ກັບ ການ​ຮ່ວມ​ມື​ກໍ່​ຕາມ, ສາຍ​ພົວ​ພັນ​ສອງ​ຝ່າຍ​ຍັງ​ຄົງ​ມີ​ຄວາມ​ເປັນ​ຫ່ວງ​ສຳ​ລັບ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ ສະ​ຫະ​ລັດ ຫຼາຍ​ຄົນ.

ປະ​ທານ​ສະ​ພາ​ຕ່ຳ​ຄົນ​ໃໝ່ ທ່ານ ເຄວິນ ແມັກ​ຄາ​ທີ ຈາກ​ລັດ​ຄາ​ລິ​ຟໍ​ເນຍ ໄດ້​ລະ​ບຸ​ພັກ​ຄອມ​ມູ​ນິ​ສ ຈີນ ດັ່ງ​ກັບນຶ່ງ​ໃນ “ສິ່ງ​ທ້າ​ທາຍ​ໄລ​ຍະ​ຍາວ” ​ສອງ​ອັ​ນ​ສຳ​ລັບ​ສະ​ພາ​ຕ່ຳ, ພ້ອ​ມ​ກັບ​ໜີ້​ແຫ່ງ​ຊາດ.

ທ່ານ ແມັກ​ຄາ​ທີ ໄດ້​ກ່າວ​ຕໍ່​ສະ​ພາ​ຕ່ຳ​ເມື່ອ​ອາ​ທິດ​ທີ່​ຜ່ານ​ມາ​ເວ​ລາ​ທີ່​ສະ​ພາ​ໄດ້​ລົງ​ຄະ​ແນນ​ສຽງ 365 ຕໍ່ 65 ຄະ​ແນ​ນ ດ້ວຍສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ 146 ຄົນ​ເຂົ້າ​ຮ່ວມ​ກັບ​ພັກ​ຣີ​ພັບ​ບ​ລີ​ກັນ ເພື່ອ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ສະ​ພາ​ຕ່ຳທີ່​ຮັບ​ຜິດ​ຊອບ ກ່ຽວ​ກັບ ຈີນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG